ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ V ຂອງຄະນະພັກຮາກຖານ
ກົມວິທະຍາສາດ-ປະຫວັດສາດ ການທະຫານ


    ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງຄະນະພັກຮາກຖານ ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດຂຶ້ນໃນ ວັນ
ທີ 30 ເມສາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນ
ຕີກະຊວງປ້ອງກັນປະເທດ, ມີສະຫາຍ ພົນຈັດຕະວາ ປອ ຂວັນມິ່ງ ບິດາສັກ ເລຂາຄະນະພັກຮາກຖານ, ຫົວໜ້າກົມວິທະຍາສາດ-ປະຫວັດ
ສາດ ການທະຫານ, ມີບັນດາຄະນະພັກ, ແຂກຮັບເຊີນ ຈາກຫ້ອງວ່າການກະຊວງປ້ອງກັນປະເທດ, 4 ກົມໃຫຍ່, ກົມຈັດຕັ້ງພັກ, ກົມພະນັກ
ງານ, ຫ້ອງການ ປກສ-ປກຊ ສູນກາງ, ພະນັກງານປະຕິວັດອາວຸໂສບໍານານ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສໍາຮອງ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ປອ ຂວັນມິ່ງ ບິດາສັກ ໄດ້ຜ່ານບົດລາຍງານການເມືອງທັງສອງພາກ, ຄະນະພັກຮາກຖານ ໄດ້ຖືສໍາຄັນໃນການ
ສຶກສາອົບຮົມການເມືອງ-ນໍາພາແນວຄິດ ເຮັດໃຫ້ຖັນແຖວພະນັກງານ, ສະມາຊິກພັກ ມີຄວາມອຸ່ນອຽນທຸ່ນທ່ຽງ, ເປັນແບບຢ່າງຫ້າວຫັນ
ປະຕິບັດໜ້າທີ່ການເມືອງ, ເຮັດສໍາເລັດໜ້າທີ່ວິຊາສະເພາະຂອງຕົນ ທັງໄດ້ເຂົ້າຮ່ວມການຈັດຕັ້ງຄົ້ນຄວ້າຮໍ່າຮຽນ, ເຊື່ອມຊຶມບັນດາມະຕິຂອງ
ພັກ, ຂອງກອງທັບ, ຂະບວນການສິລະປະ-ວັນນະຄະດີ, ກິລາກາຍະກຳ ແລະ ອື່ນໆ ພ້ອມນັ້ນ, ຄະນະພັກຮາກຖານ ໄດ້ຖືເອົາວຽກງານຮັກ
ສາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍພາຍໃນກົມເປັນບັນຫາສໍາຄັນ ໂດຍປະຕິບັດລະບົບປະຈຳການຢູ່ໃນແຕ່ລະພາວະ
ຢ່າງເຂັ້ມງວດ, ນໍາພາປະຕິບັດຮັກສາລະບອບດໍາເນີນຊີວິດການເມືອງພາຍໃນພັກ ປະຈຳເດືອນ, ປະຈໍາໄຕມາດ, ປະຈຳປີ, ລວມໜ່ວຍພັກ,
ເສຍເງິນສະຕິພັກຕາມລະບຽບຫຼັກການຂອງພັກຢ່າງຖືກຕ້ອງ ຄຽງຄູ່ກັນນັ້ນ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ໄດ້ກໍາແໜ້ນຄວາມເປັນ
ແບບຢ່າງ, ເປັນຫຼັກແຫຼ່ງ, ເປັນໃຈກາງແຫ່ງການເຕົ້າໂຮມຄວາມສາມັກຄີ, ຄວາມເປັນປຶກແຜ່ນພາຍໃນພັກ, ຄວາມເປັນເອກະພາບໃນດ້ານ
ທັດສະນະໃນການວາງມະຕິນຳພາ ແລະ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງຂອງຕົນ ຕິດພັນກັບການປັບປຸງຖັນແຖວພະນັກງານ, ສະມາ
ຊິກພັກ ໃຫ້ມີຄວາມຈົງຮັກພັກດີ ຕໍ່ອຸດົມການຂອງພັກ, ເປັນແບບຢ່າງນຳໜ້າໃນການຄົ້ນຄວ້າຂີດຂຽນ ບົນຈິດໃຈຕ້ານ ແລະ ສະກັດກັ້ນປະ
ກົດການຫຍໍ້ທໍ້, ຮັກສາ ແລະ ເສີມຂະຫຍາຍໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຕະຫຼອດມາ. ປັດຈຸບັນ ມີສະມາຊິກພັກທັງໝົດ 172
ສະຫາຍ, ຍິງ 71 ສະຫາຍ, ສົມບູນ 165 ສະຫາຍ, ສຳຮອງ 3 ສະຫາຍ, ຂະຫຍາຍໃໝ່ 33 ສະຫາຍ ໃນນີ້, ກົມວິທະຍາສາດ-ປະຫວັດສາດ
ການທະຫານ ມີ 7 ໜ່ວຍພັກ, ເປັນໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນ, ກອງ 3 ປອດ ໄດ້ 8 ສະໄໝຕິດຕໍ່ກັນ, 3 ໜ່ວຍພັກ ໄດ້ 7 ສະ
ໄໝຕິດຕໍ່ກັນ, ມີ 2 ໜ່ວຍພັກໄດ້ 6 ສະໄໝຕິດຕໍ່ກັນ, ມີ 1 ໜ່ວຍພັກ ໄດ້ 5 ສະໄໝຕິດຕໍ່ກັນ ຈາກຜົນງານພົ້ນເດັ່ນຫຼາຍດ້ານ ຈຶ່ງໄດ້ຮັບການ
ຍ້ອງຍໍຜົນງານ 5 ປີ, ກົມກອງລວມໝູ່ ແລະ ບຸກຄົນ ໄດ້ຮັບຫຼຽນໄຊປະເພດຕ່າງໆ ທັງໝົດ 76 ໜ່ວຍ, ຫຼຽນກາແຮງງານ 36 ໜ່ວຍ ແລະ
ໃບຍ້ອງຍໍຕ່າງໆ 32 ໃບ. ກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະພັກຮາກຖານ ຊຸດໃໝ່ ກອງປະຊຸມຄັ້ງ
ປະຖົມມະລຶກໄດ້ເປັນເອກະສັນເລືອກເອົາ ສະຫາຍ ພົນຈັດຕະວາ ປອ ຂວັນມິ່ງ ບິດາສັກ ເປັນເລຂາຄະນະພັກ, ສະຫາຍ ພັນເອກ ປອ ໂພນ
ທອງ ພັນຈະເລີນພົນ ເປັນຮອງເລຂາ, ສະຫາຍ ພັນໂທ ອູເທບ ພົມມະເທບ ເປັນປະທານກວດກາ, ສະຫາຍ ພັນເອກ ຄໍາໄຊ ສະນີແກ້ວ, ສະ
ຫາຍ ພັນເອກ ຄໍາໄມ ບົວຄໍາສີ, ສະຫາຍ ພັນໂທ ສັນຕິ ຫຼ່ຽມຜີ ແລະ ສະຫາຍ ພັນໂທ ຄອນສະໄໝ ທະວີເພັດ ເປັນກຳມະການ ພ້ອມນັ້ນ,
ກອງປະຊຸມຍັງໄດ້ຄັດເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງໄປຮ່ວມກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກະ
ຊວງປ້ອງກັນປະເທດ ໄດ້ຕາມແຜນການ.

     ໂອກາດນີ້, ສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານດ້ານຕ່າງໆ ທີ່ກົມວິທະຍາສາດ-ປະຫວັດ
ສາດ ການທະຫານ ສ້າງໄດ້ໃນໄລຍະຜ່ານມາ ພ້ອມທັງ ເນັ້ນໜັກບາງບັນຫາທີ່ສໍາຄັນ ໃຫ້ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວ
ຄິດ ໃຫ້ພະນັກງານ,ສະມາຊິກພັກ-ນັກຮົບ ຍົກສູງຕໍ່ຄວາມຮັບຜິດຊອບໜ້າທີ່ການເມືອງ, ມີທັດສະນະຫຼັກໝັ້ນຊົນຊັ້ນ, ເພີ່ມທະວີປັບປຸງກໍ່ສ້າງ
ພັກ-ພະນັກງານ, ປັບປຸງວິຊາສະເພາະໃຫ້ມີຄວາມຮູ້ຄວາມສາມາດ, ສ້າງໃຫ້ກົມກາຍເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ກອງ 3
ປອດ ຕິດພັນກັບການສ້າງນັກຮົບ ແລະ ກົມກອງວັດທະນະທໍາ.

ແຫຼ່ງຂ່າວໂດຍ ສົມຄິດ ພູມມີຈິດ
ວັນທີ 02/05/2025