ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫຼຸບຖອດຖອນບົດຮຽນການກໍ່ສ້າງໜ່ວຍພັກປອດໃສ
ເຂັ້ມແຂງ ໜັກແໜ້ນທົ່ວຄະນະພັກອົງການກົມ 213


ສະຫາຍ ພົນຕີ ທອງວັນ ຈັນທະວົງ ຄະນະພັກກະຊວງ ເລຂາຄະນະພັກອົງການກົມ ຫົວໜ້າກົມ 213 ​ເປັນ​ປະທານ

    ໃນວັນທີ 30 ເມສາ 2024 ນີ້, ກົມ 213 ໄດ້ເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກ
ແໜ້ນ ທົ່ວຄະນະພັກອົງການກົມ 213 ປະຈໍາປີ 2023 ຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ທອງວັນ ຈັນທະວົງ ຄະນະພັກກະ
ຊວງ ເລຂາຄະນະພັກອົງການ ກົມ ຫົວໜ້າກົມ 213, ມີຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ກອງ, ພະແນກການ, ພ້ອມດ້ວຍພະນັກ
ງານ-ສະມາຊິກພັກສົມບູນ ທົ່ວກົມ 213 ເຂົ້າຮ່ວມ.

     ສະຫາຍ ພັນເອກ ພູວອນ ເມກສະຫວັນ ຄະນະພັກອົງການກົມ ຮອງຫົວໜ້າກົມ 213 ໄດ້ຂຶ້ນຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດ
ໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2023 ໃນໄລຍະຜ່ານມາຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ເປີດບັ້ນສຶກສາອົບຮົມດໍາເນີນຊີວິດການເມືອງ
ພາຍໃນ, ຈັດຕັ້ງປະຕິບັດຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ສະມາຊິກພັກທຸກສະຫາຍ ໄດ້ຮັບການຄົ້ນຄວ້າຮໍ່າຮຽນ, ເຊື່ອມຊຶມ,
ກໍາແໜ້ນແນວທາງນະໂຍບາຍ, ມະຕິຄໍາສັ່ງ, ກົດລະບຽບຂອງພັກ-ກົດໝາຍຂອງລັດ, ຂອງກອງທັບ, ຫັນເອົາແນວທາງ, ແຜນນະໂຍບາຍຂອງ
ພັກ-ລັດ ມາເປັນແຜນການນໍາພາ ແທດເໝາະກັບໜ້າທີ່ການເມືອງ ແລະ ສະພາບຄວາມເປັນຈິງຂອງແຕ່ລະກົມກອງ, ສະມາຊິກພັກ ຮັກສາ
ໄດ້ທາດແທ້ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ, ເດັດດ່ຽວຕ້ານທຸກກົນອຸບາຍທໍາລາຍມ້າງເພຂອງກຸ່ມຄົນ
ບໍ່ຫວັງດີ, ເປັນເຈົ້າການປົກປ້ອງຕົນເອງ ແລະ ໜ່ວຍພັກບໍ່ໃຫ້ເກີດປະກົດການຫຍໍ້ທໍ້ຂຶ້ນໃນພັກ ແລະ ກົມກອງ, ພະນັກງານ-ນັກຮົບ ມີແນວ
ຄິດອຸ່ນອຽນ ທຸ່ນທ່ຽງ, ເຕົ້າໂຮມຄວາມສາມັກຄີພາຍໃນເປັນຢ່າງດີ, ຄະນະພັກອົງການກົມ 213 ໄດ້ປະຕິບັດແບບແຜນການນໍາພາລວມສູນ
ປະຊາທິປະໄຕຢ່າງຖືກຕ້ອງ, ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນເຂົ້າແຕ່ລະຂົງເຂດວຽກງານຢ່າງຈະແຈ້ງ, ເຄື່ອນໄຫວນຳພາ-ບັນຊາຕາມມະຕິ
ແຜນການທີ່ໄດ້ວາງອອກ, ປະຕິບັດລະບອບປະຊຸມ, ລະບອບຕິດຕາມ, ກວດກາຊຸກຍູ້ ທັງຖອດຖອນບົດຮຽນ, ຊອກໃຫ້ເຫັນດ້ານດີ ແລະ ສິ່ງ
ທີ່ຄົງຄ້າງເພື່ອແກ້ໄຂທັນເວລາ, ປະສານສົມທົບຢ່າງກົມກຽວ ລະຫວ່າງການນໍາພາຂອງຄະນະພັກ, ການຈັດຕັ້ງບັນຊາ ແລະ ອົງການຈັດຕັ້ງມະ
ຫາຊົນ ປະຕິບັດໜ້າທີ່ການເມືອງຂອງກອງທັບໂດຍຖືເອົາ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດ ເປັນບ່ອນອີງ
ແລະ ຖືເອົາ 5 ຫຼັກການ 3 ທິດນໍາ ໃນການປັບປຸງກໍ່ສ້າງພັກ, ສ່ວນວຽກງານຂະຫຍາຍພັກ ໄດ້ຂະຫຍາຍມະຫາຊົນເຂົ້າພັກສໍາຮອງຈໍານວນ 81
ສະຫາຍ, ຍິງ 16 ສະຫາຍ, ເລື່ອນສໍາຮອງຂຶ້ນສົມບູນ 50 ສະຫາຍ, ຍິງ 22 ສະຫາຍ.

     ຜ່ານການຕີລາຄາແບ່ງປະເພດຄຸນນະພາບສະມາຊິກພັກ, ບັນດາຮາກຖານພັກ, ໜ່ວຍພັກທີ່ຂຶ້ນກັບຄະນະພັກອົງການກົມ213 ປະຈໍາປີ
2023 ທີ່ໄດ້ຮັບການປະເມີນຜົນທົ່ວກົມ213 ມີໜ່ວຍພັກທັງໝົດ 53 ໜ່ວຍພັກ, ມີສະມາຊິກພັກທັງຫມົດ 1.575 ສະຫາຍ, ຍິງ 372 ສະ
ຫາຍ, ສະມາຊິກພັກສົມບູນ 1.437 ສະຫາຍ, ຍິງ 356 ສະຫາຍ, ຜົນການຕີລາຄາແບ່ງປະເພດແຂງ 1.389 ສະຫາຍ, ຍິງ 356 ສະຫາຍ, ປະ
ເພດກາງ 48 ສະຫາຍ, ຍິງ 13 ສະຫາຍ, ເຊິ່ງຈໍານວນໜ່ວຍພັກທີ່ໄດ້ຕີລາຄາແບ່ງປະເພດທັງໝົດ ມີ 50 ໜ່ວຍພັກ. ໃນນີ້, ຈັດປະເພດແຂງ
50 ໜ່ວຍພັກ ແລະ ໜ່ວຍພັກ ທີ່ໄດ້ສະເໜີຮັບຮອງຢັ້ງຢືນເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023 ມີ 50 ໜ່ວຍພັກ.
ໃນພິທີ ກໍຍັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍການມອບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ແກ່ກົມກອງລວມໝູ່ 1 ກົມກອງ, ໃຫ້ແກ່ບຸກຄົນ ຈໍານວນ 2
ສະຫາຍ ແລະ ມອບຫຼຽນໄຊພິລະອາດຫານຊັ້ນ III ໃຫ້ແກ່ບຸກຄົນ ຈໍານວນ 12 ສະຫາຍ ພ້ອມທັງມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ
ໜັກແໜ້ນ ໃຫ້ແຕ່ລະໜ່ວຍພັກຕື່ມອີກ.

ແຫຼ່ງຂ່າວໂດຍ ສົມຄິດ ພູມມີຈິດ
ວັນທີ 02/05/2024