ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການແຕ່ງຕັ້ງປ່ຽນແທນ ຮອງເລຂາ, ປະທານກວດກາ
ແລະ ກໍາມະການຄະນະພັກ ກົມໃຫຍ່ເຕັກນິກກອງທັບ


ພົນໂທ ສາຍໃຈ ກົມມະສິດ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ຫົວໜ້າກົມໃຫຍ່ເສນາທິການກອງທັບ ​ເປັນ​ປະທານ ວັນທີ 26 ກຸມພາ 2026

    ພິທີປະກາດການແຕ່ງຕັ້ງປ່ຽນແທນ ຮອງເລຂາຄະນະບໍລິຫານງານພັກ, ປະທານຄະນະກວດກາພັກ ແລະ ກຳມະການຄະນະບໍລິຫານ
ງານພັກ ກົມໃຫຍ່ເຕັກນິກກອງທັບ ໄດ້ຈັດຂຶ້ນໃນວັນທີ 26 ກຸມພາ 2026 ນີ້, ໂດຍການເປັນປະທານຂອງສະຫາຍ ພົນໂທ ສາຍໃຈ ກົມມະ
ສິດ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພົນຕີ ຈອມເພັດ
ໄຊຍະສຸກ ກໍາມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ ພ້ອມດ້ວຍຄະນະ, ມີກົມທີ່ກ່ຽວຂ້ອງ,
ຄະນະພັກ-ຄະນະບັນຊາກົມກອງຮາກຖານ ຕະຫຼອດຮອດ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ຈັນທາ ບຸນນະວົງ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງ
ກອງທັບ ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງປ່ຽນແທນ ຮອງເລຂາຄະນະບໍລິຫານງານພັກ,
ປະທານຄະນະກວດກາພັກ ແລະ ກຳມະການຄະນະບໍລິຫານງານພັກ ກົມໃຫຍ່ເຕັກນິກກອງທັບ ໃນນີ້, ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ສາຍ
ສະໝອນ ໄຊພູບານ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ເປັນຮອງເລຂາຄະນະບໍລິຫານງານພັກ ກົມໃຫຍ່ເຕັກນິກກອງທັບ ປ່ຽນແທນສະ
ຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈຳປາບານ ທີ່ພັກການຮັບບຳນານ, ແຕ່ງຕັ້ງສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ຮອງຫົວໜ້າກົມ
ໃຫຍ່ເຕັກນິກກອງທັບ ເປັນປະທານຄະນະກວດກາພັກ ປ່ຽນແທນສະຫາຍ ພົນຈັດຕະວາ ສາຍສະໝອນ ໄຊພູບານ ທີ່ຂຶ້ນເປັນຮອງເລຂາຄະ
ນະບໍລິຫານງານພັກ ແລະ ແຕ່ງຕັ້ງສະຫາຍ ພັນເອກ ວຽງທອງ ພັດທະສິດ ຫົວໜ້າຫ້ອງການເມືອງ ເປັນກຳມະການຄະນະບໍລິຫານງານພັກ
ປ່ຽນແທນສະຫາຍ ພົນຈັດຕະວາ ລຽນວິໄລ ພັນທອງຄຳ ທີ່ຍົກຍ້າຍໄປຮັບໜ້າທີ່ໃໝ່.

     ໂອກາດນີ້, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ໄດ້ມີຄໍາເຫັນໂອ້ລົມ ພ້ອມທັງເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ເອົາໃຈ
ໃສ່ເພີ່ມທະວີຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງໃຫ້ສູງຂຶ້ນກວ່າເກົ່າ, ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ, ແບ່ງຄວາມຮັບຜິດ
ຊອບຢ່າງລະອຽດຈະແຈ້ງ, ຮັກສາຄວາມເປັນແບບຢ່າງນຳໜ້າ ໃນການນຳພາຈັດຕັ້ງປະຕິບັດວຽກງານ ຕາມຄວາມຮັບຜິດຊອບຂອງຕົນທີ່ໄດ້
ຮັບມອບໝາຍ, ເປັນເຈົ້າການປັບປຸງກໍ່ສ້າງພັກ-ພະນັກງານ ຕາມແນວທາງປ່ຽນແປງໃໝ່ຂອງພັກ, ເພີ່ມທະວີຄວາມຮັບຜິດຊອບຕໍ່ວຽກງານ
ວິຊາສະເພາະຕັກນິກ ໃຫ້ເປັນລະບົບຄົບຊຸດ, ເຕົ້າໂຮມຄວາມສາມັກຄີພາຍໃນໝູ່ຄະນະໃຫ້ໜັກແໜ້ນເຂັ້ມແຂງຮອບດ້ານ ຈຶ່ງຈະສາມາດ
ເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ແຫຼ່ງຂ່າວໂດຍ ອານຸສອນ ວິລະວົງສາ
ວັນທີ 02/03/2026