ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບ ອວຍພອນ ລັດຖະມົນຕີ ກະຊວງປ້ອງກັນປະເທດ


ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະເຂົ້າອວຍພອນ
ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ຄັ້ງວັນທີ 30/01/2026

    ວັນທີ 30 ມັງກອນ 2026 ນີ້, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ ໄດ້ນໍາ
ເອົາກະຕ່າດອກໄມ້ ເຂົ້າອວຍພອນ ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງ
ກັນປະເທດ.

     ສະຫາຍ ພົນໂທ ສາຍໃຈ ກົມມະສິດ ໄດ້ຕາງໜ້າ ພະນັກງານ-ນັກຮົບ ທົ່ວກົມໃຫຍ່ເສນທິການກອງທັບ ກ່າວຄຳອວຍພອນຕໍ່ ສະຫາຍລັດ
ຖະມົນຕີ ກະຊວງປ້ອງກັນປະເທດ ກໍຄື ຄະນະການນໍາກະຊວງປ້ອງກັນປະເທດ ຈົ່ງມີສຸຂະພາບແຂງແຮງ, ມີພາລະນາໄມສົມບູນໃນຊີວິດສ່ວນ
ຕົວ ແລະ ຄອບຄົວ, ມີຜົນສຳເລັດໃນໜ້າທີ່ວຽກງານທີ່ ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າເຊື່ອໝັ້ນ, ສືບຕໍ່ຊີ້ນຳ-ນໍາພາ ກອງທັບ ເວົ້າລວມ
ເວົ້າສະເພາະ ກໍ່ຄື ກົມໃຫຍ່ເສນາທິການກອງທັບ ໃຫ້ນັບມື້ເຕີບໃຫຍ່ ເຂັ້ມແຂງ, ກ້າວໜ້າ ແລະ ທັນສະໄໝຂຶ້ນເລື່ອຍໆ.

     ໂອກາດດັ່ງກ່າວນີ້, ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ໄດ້ກ່າວຄໍາຂອບໃຈຕໍ່ການເຂົ້າອວຍພອນຂອງ ສະຫາຍ ພົນໂທ ສາຍໃຈ ກົມ
ມະສິດ ພ້ອມດ້ວຍຄະນະ, ພ້ອມທັງອວຍພອນ ພະນັກງານ-ນັກຮົບ ທົ່ວກົມໃຫຍ່ເສນາທິການ ຈົ່ງມີສຸຂະພາບແຂງແຮງ ປະສົບຜົນສໍາເລັດໃນ
ໜ້າທີ່ວຽກງານຂອງຕົນ, ສືບຕໍ່ເຮັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືສືບທອດມູນເຊື້ອອັນດີງາມຂອງກອງທັບ ໃຫ້
ສໍາເລັດຕາມການມອບໝາຍ ໃນສະເພາະໜ້າ ແລະ ຍາວນານ.

ແຫຼ່ງຂ່າວໂດຍ ພຸດທະວອນ
ວັນທີ 02/02/2026