ຫົວໜ້າກົມໃຫຍ່ເສນາທິການກອງທັບ
ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ໂຮງຮຽນ 307
ໃນວັນທີ 7 ພະຈິກ 2022 ນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ
ຫົວໜ້າກົມ
ໃຫຍ່ເສນາທິການກອງທັບ ໄດ້ລົງເຄື່ອນໄຫວຢ້ຽມຢາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ໂຮງຮຽນເຕັກນິກກົດລັບ 307. ໂດຍການຕ້ອນຮັບຂອງ
ສະ
ຫາຍ ພັນໂທ ສີເຟືອງ ແກ້ວບົວພອນ ຫົວໜ້າການເມືອງໂຮງຮຽນ 307 ພ້ອມດ້ວຍຄະນະພັກ-ຄະນະອຳນວຍການ,
ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າ
ຮ່ວມ.
ໂອກາດດັ່ງກ່າວ, ສະຫາຍ ພັນໂທ ສີເຟືອງ ແກ້ວບົວພອນ ກໍໄດ້ລາຍງານໂດຍຫຍໍ້ກ່ຽວກັບທີ່ຕັ້ງ, ພາລະບົດບາດ ແລະ ການເຄື່ອນໄຫວຈັດຕັ້ງປະຕິ ບັດວຽກງານນຳພາ-ບັນຊາຂອງໂຮງຮຽນ 307 ໃນໄລຍະຜ່ານມາ, ເຊິ່ງຄະນະພັກ-ຄະນະອຳນວຍການໄດ້ເອົາໃຈໃສ່ໂຄງການຫຼັກສູດການຮຽນ-ການສອນ ເພື່ອກໍ່ສ້າງນັກວິຊາສະເພາະເຕັກນິກກົດລັບອອກຮັບໃຊ້ໃນຖັນແຖວກອງທັບປະຊາຊົນລາວ ຕາມໂຄງການຫຼັກສູດຊັ້ນຕົ້ນ, ຊັ້ນກາງ ແລະ ວຽກງານປັບປຸງ ກໍ່ສ້າງກົມກອງຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ອົງຄະນະພັກກະຊວງປ້ອງກັນປະເທດວາງອອກ. ພ້ອມກັນນັ້ນ, ກໍໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມ ການເມືອງ-ແນວຄິດເປັນສຳຄັນ ໂດຍການນຳເອົາແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບຂອງພັກ, ມະຕິ, ຄຳສັ່ງ ແລະ ບັນດາເອກະສານມູນເຊື້ອທີ່ສຳຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ ມາຈັດຕັ້ງເຜີຍແຜ່, ເຊື່ອມຊຶມດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ພະ ນັກງານສະມາຊິກພັກ-ນັກຮົບມີແນວຄິດອຸ່ນອຽນທຸ່ນທ່ຽງ, ຮັບຮູ້ເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັກ, ມີສະຕິໃນການປະຕິບັດຂໍ້ກຳນົດ, ກົດລະບຽບ ຂອງກອງທັບ ກໍຄືຂອງກົມກອງວາງອອກ, ດ້ານການຮຽນ-ການສອນໃນຊຸມປີຜ່ານມາ ສາມາດກໍ່ສ້າງນັກວິຊາສະເພາະເຕັກນິກກົດລັບໄດ້ຄື: ກໍ່ສ້າງເລັ່ງລັດ ລະບົບ 6 ເດືອນ ໄດ້ 2 ຊຸດ ມີ 80 ສະຫາຍ, ກໍ່ສ້າງຊັ້ນຕົ້ນ ລະບົບ 1 ປີ ໄດ້ 23 ຊຸດ ແຕ່ລະຊຸດ ມີ 40 ສະຫາຍ ເທົ່າກັບ 160 ຄົນ, ກໍ່ສ້າງຊັ້ນກາງ ລະ ບົບ 3 ປີ ໄດ້ 6 ຊຸດ ແຕ່ລະຊຸດ ມີ 40 ຄົນ ເທົ່າກັບ 240 ສະຫາຍ ແລະ ສາມາດອອກຮັບໃຊ້ໜ້າທີ່ວິຊາສະເພາະໄດ້ 100%. ໄປຄຽງຄູ່ກັບການຈັດຕັ້ງ- ນຳພາອົບຮົມ, ຫັດແອບການເມືອງ, ການທະຫານ ແລະ ວິຊາສະເພາະອື່ນໆ ຕາມຄຳສັ່ງຂອງຂັ້ນເທິງ ກໍຄືແຜນຂອງໂຮງຮຽນວາງອອກເປັນປົກກະຕິ ໂດຍ ພາຍໃຕ້ການນຳພາ-ຊີ້ນຳຢ່າງໃກ້ຊິດຈາກກົມກົດລັບກົມໃຫຍ່ເສນາທິການກອງທັບ ທີ່ໄດ້ໃຫ້ຄວາມສະດວກໃນການນຳພາເຄື່ອນໄຫວວຽກງານຕາມພາ ລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຢ່າງເຕັມທີ່.
ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກໍໄດ້ມີຄຳເຫັນໂອ້ລົມຫຼາຍບັນຫາສຳຄັນ ພ້ອມໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ຈົ່ງພ້ອມ ກັນຍົກສູງດ້ານຄຸນທາດການເມືອງໃຫ້ໜັກແໜ້ນ, ມີສະຕິລະວັງຕົວຕອບຕ້ານຕໍ່ທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ເອົາໃຈໃສ່ວຽກງານເພີ່ມພູນ ຜະລິດຜົນແກ້ໄຂຊີວິດການເປັນຢູ່ຕາມທິດນຳເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມດ້ວຍຕົນເອງໃນທ່າມກາງສະພາບເສດຖະກິດຂອງໂລກ, ພາກ ພື້ນ ແລະ ຂອງປະເທດເຮົາ ທີ່ມີການຜັນແປໄປຢ່າງສັບສົນ. ພ້ອມນີ້, ຍັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍພະນັກງານ, ຄູ-ອາຈານ ຈົ່ງເພີ່ມທະວີຍົກສູງຄວາມ ຮູ້, ຄວາມສາມາດ, ຄົ້ນຄວ້າ, ປັບປຸງຫຼັກສູດການຮຽນ-ການສອນໃຫ້ມີປະສິດທິພາບ ເພື່ອເຮັດໃຫ້ນັກຮຽນ-ນັກສຶກສາທີ່ກຳລັງຈະຈົບອອກໄປໃຫ້ມີຄວາມ ຊຳນິຊຳນານໃນການນຳໃຊ້ວິຊາສະເພາະເຕັກນິກກົດລັບ ທີ່ໄດ້ຮໍ່າຮຽນມາເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງທີ່ຂັ້ນເທິງມອບໝາຍໃຫ້ມີຜົນສຳເລັດ ສູງ.
ແຫຼ່ງທີ່ມາ: ແກ່ນຕາ ສີລິລາດ
ວັນທີ 10/11/2022