
ປະກາດການແຕ່ງຕັ້ງ ຮັກສາການ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງວຽງຈັນ

ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນປະທານ
ພິທີປະກາດການແຕ່ງຕັ້ງ ຮັກສາການ ຫົວໜ້າການທະຫານກອງບັນຊາການ ທະຫານແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 29 ກັນຍາ
2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່
ເສນາທິການກອງທັບ, ມີສະຫາຍ ພັນເອກ ສຸດໃຈ ມະຫາວົງ ຫົວໜ້າການເມືອງກອງບັນຊາການທະຫານແຂວງວຽງຈັນ, ມີບັນດາສະຫາຍ
ຕາງໜ້າຄະນະຈັດຕັ້ງແຂວງ, ຫ້ອງວ່າການແຂວງ, ຕາງໜ້າກົມພະນັກງານ, ກົມຈັດຕັ້ງພັກ, ກອງທີ 1, ກອງບັນຊາການ ປກສ ແຂວງ, ກອງ
ພັນໃຫຍ່ 497, ຕະຫຼອດຮອດພະນັກງານຫຼັກແຫຼ່ງກົມກອງອ້ອມຂ້າງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ສະຫາຍ ພັນເອກ ອິນພອນ ໄຊຍະສິດ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ກະຊວງປ້ອງກັນ
ປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານຢູ່ກອງບັນຊາການທະຫານແຂວງວຽງຈັນ ພັກການກຽມຮັບບຳນານ ແລະ ຂໍ້ຕົກລົງ ກະຊວງ
ປະເທດ ວ່າດ້ວຍການແຕ່ງຕັ້ງຮັກສາການຫົວໜ້າການທະຫານກອງບັນຊາການທະຫານແຂວງວຽງຈັນ ແລະ ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງ
ຕັ້ງຄະນະຫ້ອງ ຂຶ້ນກັບກອງບັນຊາການທະຫານແຂວງວຽງຈັນ. ກະຊວງປ້ອງກັນປະເທດ ຕົງລົງ ແຕ່ງຕັ້ງ ສະຫາຍ ພັນເອກ ສຸດທາ ສີສະຫຼາດ
ເປັນຮັກສາການ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງວຽງຈັນ (ປ່ຽນແທນ ສະຫາຍ ພັນເອກ ບຸນຕຽງ ອິນທະວົງ ທີ່ກະກຽມ
ພັກການ ຮັບບໍານານ), ແຕ່ງຕັ້ງສະຫາຍ ພັນໂທ ຄໍາສອນ ຊາມຸນຕີ ເປັນຮັກສາການຫົວໜ້າຫ້ອງເສນາທິການ, ສະຫາຍ ພັນໂທ ກອງທະວີ ວົງ
ປະເສີດ ແລະ ສະຫາຍ ພັນໂທ ຊ້າລໍ່ ຈົ່ງເຕັງເຈ້ຍຊ້າ ເປັນຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງວຽງຈັນ.
ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນໃຫ້ສູງ
ກວ່າເກົ່າ, ເພີ່ມທະວີບົດບາດການນໍາພາ-ຊີ້ນໍາ ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ນາຍ ແລະ ພົນທະຫານ ມີຄຸນທາດການເມືອງໜັກ
ແໜ້ນ, ມີແບບແຜນນໍາພາ-ບັນຊາເຂັ້ມງວດ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ, ປະຕິບັດຫຼັກການນໍາພາ ຂອງພັກ,
ຂໍ້ກໍານົດ, ກົດລະບຽບ ຂອງກອງທັບ, ປັບປຸງກໍ່ສ້າງກໍາລັງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຮອບດ້ານ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ, ສຸມທຸກ
ເຫື່ອແຮງສະຕິປັນຍາຄວາມຮູ້ ຄວາມສາມາດເຂົ້າໃນການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ແລະ ສືບຕໍ່ປັບປຸງກໍ່ສ້າງກົມກອງໃຫ້ມີ
ການຫັນປ່ຽນຢ່າງຕັ້ງໜ້າ.
ແຫຼ່ງຂ່າວໂດຍ ສາຍຄຳ ພອນມະນີ
ວັນທີ 01/10/2025