ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈໍາໄຕມາດ III


    ກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈໍາໄຕມາດ III ແລະ ວາງທິດທາງແຜນການ ປະຈຳໄຕມາດ IV ປະຈຳປີ 2024 ຂອງບັນ
ດາກົມກອງເຂດ VII ອ້ອມຂ້າງກະຊວງປ້ອງກັນປະເທດ ໄດ້ໄຂຂຶ້ນໃນວັນທີ 27 ກັນຍາ 2024 ນີ້, ຢູ່ທີ່ວິທະຍາຄານປ້ອງກັນຊາດ ໄກສອນ
ພົມວິຫານ. ໂດຍການເປັນປະທານຂອງ ສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າ
ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ກອງພັນໃຫຍ່ 11, ກອງພັນໃຫຍ່
703, ກອງບັນຊາການທະຫານນະຄອນຫຼວງ, ກອງບັນຊາການທະຫານອາກາດ, ກົມ 213, ລັດວິສະຫະກິດ ພກອ, ຫ້ອງການເມືອງ ຫ້ອງ
ວ່າການກະຊວງປ້ອງກັນປະເທດ, ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ, ສານທະຫານ
ພາກກາງ ແລະ ອົງການໄອຍາການທະຫານພາກກາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

     ໃນກອງປະຊຸມ ຄະນະພັກ-ຄະນະບັນຊາແຕ່ລະກົມກອງ ໄດ້ຜັດປ່ຽນກັນລາຍງານສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານ ໂດຍ
ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ໃນໄລຍະ 3 ເດືອນຜ່ານມາ. ໂອກາດນີ້, ສະຫາຍ ພົນ
ໂທ ສຈ ປອ ທອງລອຍ ສີລິວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ແຕ່ລະກົມກອງຍາດມາໄດ້ໃນໄລຍະຜ່ານມາ ແລະ ຮຽກຮ້ອງ
ໃຫ້ຄະນະພັກ-ຄະນະບັນຊາແຕ່ລະກົມກອງເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ພະນັກ
ງານ-ນັກຮົບ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ສືບຕໍ່ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕາມ
ຂອບເຂດກົມກອງຮັບຜິດຊອບໃຫ້ມີຄວາມສະຫງົບໂດຍພື້ນຖານ, ເອົາໃຈໃສ່ນຳພາ-ຊີ້ນຳ ປະຕິບັດແຜນການອົບຮົມ-ຫັດແອບ ໃຫ້ພະນັກງານ-
ນັກຮົບ ມີຄວາມຊໍານານຄ່ອງແຄ້ວທາງດ້ານ ສິລະປະຍຸດ-ຍຸດທະວິທີ ແລະ ວິຊາສະເພາະຂອງແຕ່ລະເຫຼົ່າຮົບ. ພ້ອມນີ້, ຕ້ອງເອົາໃຈໃສ່ເພີ່ມທະ
ວີການນໍາພາ-ຊີ້ນຳ ເຮັດໃຫ້ສະພາບມີຄວາມສະຫງົບ ແນໃສ່ສ້າງກົມກອງໃຫ້ມີຄວາມ ປອດໃສ, ປອດໄພ, ປອດຄະດີ ຕິດພັນກັບການກໍ່ສ້າງ
ໜ່ວຍພັກໃຫ້ ປອດໃສ ເຂັ້ມແຂງ ໜັກແໜ້ນ, ສືບຕໍ່ພົວພັນຮ່ວມມືກັບເພື່ອນມິດຍຸດທະສາດໃນການຍາດແຍ່ງເອົາບົດຮຽນທີ່ດີ, ແຫຼ່ງທຶນຕ່າງໆ
ມາພັດທະນາກົມກອງຕິດພັນກັບການສ້າງກອງທັບ ໃຫ້ມີແບບແຜນທີ່ທັນສະໄໝເທື່ອລະກ່າວ.

ແຫຼ່ງຂ່າວໂດຍ ວິໄລລັກ ກາຖາຍະລາດ
ວັນທີ 01/10/2024