
ເຜີຍແຜ່ ແຜນການຈັດຕັ້ງງານໂຮມຊຸມນຸມ ແລະ ເດີນສວນສະໜາມ
ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

ພົນໂທ ຄໍາລຽງ ອຸທະໄກສອນ ເປັນປະທານກອງປະຊຸມ ຄັ້ງວັນທີ 29/08/2025
ກອງປະຊຸມເຜີຍແຜ່ ແຜນການຈັດຕັ້ງງານໂຮມຊຸມນຸມ ແລະ ເດີນສວນສະໜາມສະເຫຼີມ ສະຫຼອງ ວັນສະຖາປະນາ ສປປ ລາວ ຄົບ
ຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ໄດ້ຈັດຂຶ້ນ ໃນວັນທີ 29 ສິງຫາ 2025 ນີ້, ຢູ່ກະຊວງປ້ອງກັນປະເທດ, ໂດຍການເປັນ
ປະທານ ຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະຊີ້ນໍາລວມກ້ອນກໍາລັງສວນສະໜາມ,
ຄະນະຮັບຜິດຊອບກະກຽມສະເຫຼີມສະຫຼອງ ສາມວັນປະຫວັດສາດ ຂອງກະຊວງປ້ອງກັນປະເທດ, ມີບັນດາອົງການພາກລັດ ແລະ ພາກ
ສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ເຜີຍແຜ່
ແຜນການການຈັດຕັັ້ງຫັດແອບກໍາລັງກ້ອນສວນສະໜາມ ທັງນີ້, ເພື່ອເປັນບ່ອນອີງໃຫ້ການຈັດຕັ້ງປະຕິບັດໜ້າວຽກການກະກຽມດ້ານເນື້ອ
ໃນ, ກໍາລັງພົນເຂົ້າຮ່ວມ, ເຄື່ອງອຸປະກອນການປະກອບ, ວິທີການ, ວາລະດໍາເນີນການຈັດຕັ້ງງານໂຮມຊຸມນຸມ ແລະ ການຈັດຕັ້ງຫັດແອບ
ສວນສະໜາມ ສະເຫຼີມສະຫຼອງ ວັນຊາດ ທີ 2 ທັນວາ ເປັນເອກະພາບ, ມີເນື້ອໃນ, ມີຄວາມໝາຍເລິກເຊິ່ງ ແລະ ສົມກຽດ. ກົມໃຫຍ່ເສ
ນາທິການກອງທັບ ໃນນາມຄະນະຊີ້ນຳກ້ອນສວນສະໜາມ ໄດ້ປະສານສົມທົບກັບບັນດາອົງການກະຊວງ ແລະ ກົມກອງ ກຳລັງຫຼວງ, ກໍາ
ລັງທ້ອງຖິ່ນ ໄດ້ສ້າງແຜນການຈັດຕັ້ງງານໂຮມຊຸມນຸມ ແລະ ເດີນຂະບວນສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບ
ຮອບ 50 ປີ ຈຸດປະສົງ: ເພື່ອລະນຶກເຖິງວັນສໍາຄັນທາງປະຫວັດສາດຂອງຊາດ, ເອກອ້າງຜົນງານໃນການສ້າງສາ ແລະ ພັດທະນາປະເທດຊາດ
ຕະຫຼອດໄລຍະ 50 ປີ ຕໍ່ພາຍໃນ ແລະ ຕ່າງປະເທດ, ຖືເອົາໂອກາດທີ່ສະຫງ່າລາສີ ແລະ ຈົບງາມ ຂອງຊາດນີ້ ເຕົ້າໂຮມຄວາມສາມັກຄີປອງ
ດອງຊາດ ຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ໂດຍພາຍໃຕ້ການນໍາພາ ຂອງພັກປະຊາຊົນປະຕິວັດລາວໃຫ້ເປັນປຶກແຜ່ນ, ສືບຕໍ່ປົກ
ປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມທິດຊີ້ນໍາ ຂອງພັກວາງອອກໃຫ້ບັນລຸຕາມຈຸດປະສົງ ແລະ ຄາດໝາຍ: ເພື່ອຈັດຕັ້ງງານ
ໂຮມຊຸມ ແລະ ເດີນຂະບວນສວນສະໜາມຕ້ອງສະແດງອອກເຖິງລັກຊະນະຊາດ ເຫັນໄດ້ຄວາມເຕີບໃຫຍ່ເຂັ້ມແຂງ ຂອງກໍາລັງປ້ອງກັນຊາດ,
ປ້ອງກັນຄວາມສະຫງົບ, ການເຕີບໃຫຍ່ຂະຫຍາຍຕົວ ທາງດ້ານເສດຖະກິດ-ສັງຄົມ, ຄວາມສະຫງົບສຸກ ແລະ ຄວາມສາມັກຄີເປັນປຶກແຜ່ນ
ໃນທົ່ວປວງຊົນທັງຊາດ ແລະ ສ່ອງແສງໃຫ້ເຫັນເຖິງອະນາຄົດທີ່ສົດໃສ ທັງສ້າງໄດ້ບັນຍາກາດຟົດຟື້ນມ່ວນຊື່ນ ສະຫຼອງຜົນງານທີ່ຍາດມາໄດ້
ຕະຫຼອດໄລຍລະ 50 ປີ. ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຜັດປ່ຽນກັນແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ມີເນື້ອໃນສົມບູນ
ແລະ ສ້າງສັນ.
ໂອກາດນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ເນັ້ນໜັກໃຫ້ຄະນະຊີ້ນໍາລວມ, ຄະນະຮັບຜິດຊອບທຸກພາກສ່ວນ ເພີ່ມທະວີ
ຄວາມເອົາໃຈໃສ່ຕໍ່ບົດບາດໜ້າທີ່ຂອງຕົນ ເພື່ອປະກອບສ່ວນເຮັດໃຫ້ແຜນການຈັດຕັ້ງງານໂຮມຊຸມນຸມ ແລະ ເດີນສວນສະໜາມສະເຫຼີມ
ສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃຫ້ໄດ້ຮັບຜົນສໍາເລັດຕາມແຜນການ ແລະ ບັນລຸໄດ້ຈຸດປະສົງຄາດໝາຍທີ່ວາງໄວ້.
ແຫຼ່ງຂ່າວໂດຍ ສົມຄິດ ພູມມີຈິດ
ວັນທີ 01/09/2025