ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ເຄື່ອນ​ໄຫວ​ເຮັດ​ວຽກ
​ຢູ່​ວິທະຍາຄານ​ນາຍ​ທະຫານ​ບົກ​ກົມ​ມະ​ດຳ


ວັນ​ທີ 24 ກຸມພາ 2023 ນີ້, ສະຫາຍ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ໄດ້​ເຄື່ອນ​ໄຫວ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ວິທະຍາຄານນາຍ​ທະຫານ​ບົກ​ກົມ​ມະ​ດຳ, ໂດຍ​ໃຫ້​ກຽດ​ຕ້ອນຮັບ​ຂອງ​ ສະຫາຍ ພົນ​ຈັດຕະວາ ຖາວອນ ແກ້ວ ​ ອິນ​ທະ​ວົງ ຫົວໜ້າ​ການເມືອງ ວິທະຍາຄານ​ນາຍ​ທະຫານ​ບົກ​ກົມ​ມະ​ດຳ​ພ້ອມ​ດ້ວຍ​ຄະນະ, ມີ​ຄະນະ​ພັກ-ຄະນະ​ອຳນວຍ​ການ, ຄະນະ​ຫ້ອງ, ພະແນກການ -ກອງພັນ ແລະ​ ພະນັກງານ​ຫຼັກ​ແຫຼ່ງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ບົວ​ໄລ ສີ​ລັກ​ສາ ຫົວໜ້າ​ການ​ທະຫານວິທະຍາຄານ​ນາຍ​ທະຫານ​ບົກ​ກົມ​ມະ​ດຳໄດ້​ລາຍ ​ ງານ​ໃຫ້​ຊາບ ໂດຍ​ຫຍໍ້​ສະພາບ​ຈຸດ​ພິເສດ, ທີ່​ຕັ້ງ​ພາລະ​ບົດບາດ ແລະ ໂຄງ​ປະກອບ​ການຈັດ ຕັ້ງ, ວິທະຍາຄານ ມີ​ພາລະ​ບົດບາດ​ສິດສອນ​ບຳລຸງ-ກໍ່ສ້າງ​ນາຍ ​ ສິບ ແລະ ນາຍ​ທະຫານ​ສືບ​ທອດ ເພື່ອ​ປະກອບ​ໃຫ້​ແກ່​ກຳລັງ​ຫຼວງ-ກຳລັງ​ທ້ອງຖິ່ນ​ໃນ​ທົ່ວ​ປະເທດ ແລະ ໄດ້​ເອົາໃຈໃສ່​ປັບປຸງ​ກໍ່ສ້າງ​ກົມ​ກອງ​ໃຫ້​ມີ​ຄວາມ​ໜັກ ​ ແໜ້ນ​ເຂັ້ມແຂງ​ຮອບດ້ານ ເພື່ອ​ເຮັດ​ໜ້າທີ່​ກຽມພ້ອມ​ສູ້​ຮົບ ແລະ ນອກ​ນີ້​ ຍັງ​ເປັນ​ກຳລັງ​ຫຼັກ​ແຫຼ່ງ​ໃນ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ໂດຍ ​ ໄດ້​ຊີ້​ນຳ​ພາກສ່ວນ​ທີ່​ກ່ຽວຂ້ອງ​ລົງ​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ບ້ານ​ອ້ອມ​ຂ້າງ ປຸກລະດົມ​ປະຊາຊົນ​ເຂົ້າ​ຮ່ວມ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ ຫງົບ ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ​ປອດ​ໄພ ແລະ ຍັງ​ໄດ້​ເອົາໃຈໃສ່​ຊີ້​ນຳ​ວຽກ​ງານ​ເພີ່ມ​ພູນ​ຜະລິດຜົນ​ຕາມ​ທິດ​ນຳ 4 ປູກ 4 ລ້ຽງ ບົນ​ຈິດໃຈ​ເພິ່ງ​ຕົນ ​ ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ເພື່ອ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບ​ໃຫ້​ນັບ​ມື້​ດີ​ຂຶ້ນ.

ໂອກາດ​ດັ່ງກ່າວ, ສະຫາຍ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ ໄດ້​ມີ​ຄຳ​ເຫັນ​ໂອ້​ລົມ​ຫຼາຍ​ບັນຫາ​ສຳຄັນ ກໍ​ໄດ້​ເນັ້ນ​ໜັກ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ, ພະນັກງານ ​ ຫຼັກ​ແຫຼ່ງ​ທົ່ວ​ວິທະຍາຄານ​ຈົ່ງ​ພ້ອມ​ເອົາ ໃຈໃສ່​ຍົກ​ສູງ​ຄວາມ​ຮັບຜິດຊອບ​ການເມືອງ ຕໍ່ໜ້າ​ທີ່ ​ທີ່​ໄດ້​ຮັບ​ມອບ​ໝາຍ​ໃຫ້ສູງ​ຂຶ້ນ​ກວ່າ​ເກົ່າ, ສືບຕໍ່​ເຮັດ​ວຽກງານ ​ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ​ໃຫ້​ພະ ນັກງານ-ນັກຮົບ ເປັນ​ປົກກະຕິ ແລະ ຕໍ່​ເນື່ອງ, ປັບປຸງ​ແບບແຜນ​ວິທີ​ເຮັດ​ວຽກ​ແບບ​ມີ ວິທະຍາສາດ​ທັນ​ສະໄໝ, ເຄົາລົບ ແລະ ປະຕິບັດ​ຫຼັກການ​ລວມ​ສູນ ປະຊາທິປະໄຕ​ເປັນ​ໝູ່​ຄະນະ, ແບ່ງ​ວຽກ​ໃຫ້​ບຸກຄົນ​ຮັບຜິດຊອບ ຢ່າງ​ລະອຽດ​ຈະແຈ້ງ, ຍົກ​ສູງຄຸນ​ນະ​ພາບ​ທາງ​ດ້ານ ​ ການເມືອງ-ແນວ​ຄິດ​ເປັນ​ກົກ, ເອົາໃຈ ໃສ່ດ້ານ​ວິຊາ​ສະເພາະ​ມີ​ຫົວຄິດ​ປະດິດສ້າງ ແລະ ການຈັດຕັ້ງ​ບັນຊາຕ້ອງມີ​ແບບແຜນ ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ທາງ ​ ດ້ານ​ສິລະປະຍຸດ-ຍຸດທະວິທີ, ຍົກ​ສູງ​ສະຕິການຈັດຕັ້ງ​ລະບຽບ​ວິໄນ​ໃຫ້​ເຂັ້ມ​ງວດ, ວຽກ​ງານ​ລ້ຽງ​ດູ​ກອງທັບ ​ດ້ວຍ​ການ​ສ້າງ​ພະລາທິການ​ກັບ​ທີ່​ເພື່ອ​ແກ້​ໄຂ​ຊີ ວິດ​ການ​ເປັນ​ຢູ່​ໃຫ້​ດີ​ຂຶ້ນ ພ້ອມ​ກ້າວ​ຂື້ນ​ໃຫ້​ມີ​ລະບຽບ​ແບບ​ແຜນ​ທັນ​ສະໄໝ.

ແຫຼ່ງທີ່ມາ:ລຸນ​ທອງ ສີ​ບຸນ​ເຮືອງ
ວັນທີ 28/02/2023