ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມລາຍງານການກະກຽມຄວາມພ້ອມເປັນເຈົ້າພາບ
ແລະປະທານອາຊຽນໃນປີ
2024


   ໃນວັນທີ 26 ເມສາ 2023 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມລາຍງານຄວາມຄືບຫນ້າໃນການກະກຽມຄວາມພ້ອມໃຫ້ແກ່ການເປັນເຈົ້າພາບ ແລະ ປະທານອາຊຽນຂອງກອງ ທັບປະຊາຊົນລາວ ໃນປີ 2024, ໂດຍການເປັນປະທານຂອງສະຫາຍ ພົນຕີ ວົງຄໍາ ພົມມະ ກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະກໍາມະການ, ອະນຸກໍາມະການຮັບ ຜິດຊອບວຽກງານດ້ານຕ່າງໆຕະຫຼອດຮອດພະນັກງານວິຊາ
ການ
ເຂົ້າຮ່ວມ.
ສະຫາຍ
ພັນເອກ ເຟືອງໄຊມີລາກົງ ຮອງຫົວຫນ້າກົມພົວພັນຕ່າງປະເທດ,ຫົວຫນ້າຫນ່ວຍງານວິຊາການເຈົ້າຫນ້າທີ່ອາວຸໂສປ້ອງກັນປະເທດອາຊຽນແຫ່ງ ສປປ ລາວ, ຫົວຫນ້າກອງເລຂາອາຊຽນ ກະຊວງປ້ອງກັນປະເທດ ໄດ້ຜ່ານຂໍ້ຕົກ ລົງແຕ່ງຕັ້ງອະນຸກໍາມະການຮັບ ຜິດຊອບວຽກງານດ້ານຕ່າງໆ ແລະ ລາຍງານແຜນ ການໃນການກະກຽມຄວາມພ້ອມໃຫ້ແກ່ການເປັນເຈົ້າພາບ ແລະ ເປັນປະທານອາຊຽນ ຂອງກອງທັບປະຊາຊົນລາວໃນປີ 2024, ເຊິ່ງໃນນັ້ປະກອບມີ: ຂັ້ນວິຊາ ການ ມີ ກອງ ປະຊຸມວິຊາການເຈົ້າຫນ້າທີ່ອາ ວຸໂສປ້ອງກັນຊາດປະເທດອາຊຽນ, ກອງປະຊຸມວິຊາການເຈົ້າ ຫນ້າທີ່ອາວຸໂສປ້ອງກັນຊາດປະເທດອາຊຽນ(ບວກ), ກອງປະ ຊຸມປືກສາຫາລືເຈົ້າຫນ້າທີ່ປ້ອງກັນຊາດໃນຂອບເວທີພາກພື້ນອາຊຽນ, ກອງປະຊຸມຫນ່ວຍງານຜູ້ຊ່ຽວຊານໃນຂອບກອງປະຊຸມລັດຖະມົນຕີ ປ້ອງກັນປະເທດອາຊຽນ(ບວກ), ຂັ້ນຫ້ອງວ່າການແລະ ຫົວຫນ້າກົມ ມີ: ກອງປະຊຸມວິຊາການເຈົ້າຫນ້າທີ່ອາວຸໂສປ້ອງ ກັນຊາດປະເທດອາຊຽນ, ກອງປະຊຸມ ວິຊາການເຈົ້າຫນ້າທີ່ອາວຸ ໂສປ້ອງກັນຊາດປະເທດອາຊຽນ-ບວກ, ກອງປະຊຸມຫົວຫນ້າສືບຂ່າວທະຫານອາ ຊຽນ, ກອງປະຊຸມຫົວຫນ້າສູ້ຮົບອາຊຽນ, ກອງປະ ຊຸມນະໂຍບາຍ ແລະ ຄວາມຫມັ້ນຄົງ ໃນຂອບເຂດເວທີອາຊຽນ, ກອງປະຊຸມປະຈໍາປີ ເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມຫມັ້ນຄົງອາຊຽນ ແລະ ກອງປະຊຸມເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມຫມັ້ນຄົງອາຊຽນວົງແຄບ, ຂັ້ນລັດຖະມົນຕີ ແລະ ຫົວຫນ້າກົມໃຫຍ່ເສນາທິການ: ມີກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ, ກອງປະຊຸມລັດຖະມົນປ້ອງ ກັນປະເທດອາຊຽນ-ບວກ, ກອງ ປະຊຸມລັດຖະມົນຕີປ້ອງກັນປະ ເທດອາຊຽນວົງແຄບ, ກອງປະ ຊຸມບໍ່ເປັນທາງການລັດຖະມົນ ຕີປ້ອງກັນປະເທດອາຊຽນ+1 ແລະ ກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ. ພ້ອມດຽວກັນນັ້ນ, ບັນດາຄະນະ ກໍາ ມະການ, ອະນຸກໍາມະການຮັບຜິດ ຊອບວຽກງານຕ່າງໆ ກໍໄດ້ຜັດ ປ່ຽນກັນລາຍງານຄວາມຄືບຫນ້າໃນການກະກຽມຄວາມພ້ອມແຕ່ລະຫນ້າວຽກຂອງຕົນ. ໂອກາດນີ້, ສະຫາຍ ປະທານກໍໄດ້ໃຫ້ທິດຊີ້ນໍາຕໍ່ຄະນະກໍາມະ ການຮັບຜິດຊອບວຽກງານດ້ານຕ່າງໆທີ່ໄດ້ຮັບການແຕ່ງຕັ້ງ ແລະ ມອບຫມາຍ ຈົ່ງພ້ອມກັນກະ ກຽມ ແລະ ສືບຕໍ່ດໍາເນີນຕາມແຜນການເປັນຕົ້ນແມ່ນ ດ້ານງົບປະມານ, ພາຫະນະເຕັກນິກ, ສະຖານທີ່ພັກ ແລະ ເຄື່ອງຮັບໃຊ້ວຽກງານຕ່າງໆ, ປະສານສົມທົບ ກັບບັນດາປະເທດອາຊຽນໃນການພົວພັນວຽກງານ ເພື່ອເຮັດໃຫ້ການເປັນເຈົ້າພາບ ແລະ ປະທານອາຊຽນຂອງກອງທັບປະຊາຊົນລາວ ໃນປີ2024ນີ້ໄດ້ຮັບ ຫມາກຜົນສູງ.

ແຫຼ່ງທີ່ມາ:ໜັງ​ສື​ພິມກອງ​ທັບ
ວັນທີ 27/04/2023