ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ​ ຕ້ອນຮັບ​ທີ່​ປຶກສາ​ທູດ
​ຝ່າຍປ້ອງ​ກັນ​ຊາດ ​ສສ ມຽນ​ມາ


   ໃນ​ວັນ​ທີ 24 ກຸມພາ 2023 ນີ້, ທ່ານ ພົນ​ຕີ ຈັນ​ທອງ ສອນ​ຕະ​ອາດ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ອຳ​ລາ ​ຂອງ ທ່ານ ພົນ​ຈັດຕະວາ ຈໍ​ໂຊ​ມິນ ທີ່​ປຶກສາ​ທູດ​ຝ່າຍ​ປ້ອງ​ກັນ​ຊາດ ແຫ່ງ ​ສສ ມຽນ​ມາ ປະຈຳ ​ສປປ ລາວ ພ້ອມ​ຄະນະ​ເນື່ອງ​ໃນ​ໂອກາດ​ທີ່​ໝົດ​ວາລະ​ເຮັດ ໜ້າທີ່​ການ​ທູດ ປະຈຳ​ຢູ່ ​ສປປ ລາວ

   ໂອກາດ​ນີ້, ທ່ານ ພົນ​ຕີ ຈັນ​ທອງ ສອນ​ຕະ​ອາດ ໄດ້​ສະແດງ​ຄວາມຊົມເຊີຍ​ຕໍ່ທີ່​ປຶກສາ​ທູດ​ຝ່າຍ​ປ້ອງ​ກັນ​ຊາດ ແຫ່ງ ​ສສ ມຽນ​ມາ ທີ່​ທ່ານ​ໄດ້​ສຳເລັດ ​​ໜ້າທີ່​ວຽກ​ງານ​ການ​ທູດ​ປະຈຳ​ຢູ່ ​ສປປ ລາວ ເຊິ່ງ​ເປັນ​ການ​ປະກອບສ່ວນ​ສຳຄັນຕໍ່​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ແຫ່ງ ​ສປປ ລາວ ແລະ ລັດຖະ ​ ບານ​ແຫ່ງ ​ສສ ມຽນ​ມາ, ເວົ້າ​ສະເພາະການ​ພົວພັນ​ຮ່ວມ​ມື ລະຫວ່າງ​ສອງ​ກະຊວງ​ປ້ອງ​ກັນ​ປະເທດ ລາວ ແລະ ​ສສ ມຽນ​ມາ ທີ່​ນັບ​ມື້​ໄດ້​ຮັບ​ການ​ເສີມ​ຂະ ຫຍາຍ​ຂຶ້ນ​ເລື້ອຍໆ ເປັນຕົ້ນ​ແມ່ນ ການ​ແລກປ່ຽນ ແລະ ຖອດ​ຖອນບົດຮຽນ​ເຊິ່ງ​ກັນ ແລະ ກັນ​ລະຫວ່າງ​ສອງ​ກອງທັບ​ປະຊາຊົນ​ລາວ ແລະ ກອງທັບແຫ່ງ ​ສສ ມຽນ​ມາ, ເປັນຕົ້ນແມ່ນການ​ປຶກສາ​ຫາລື​ບັນຫາ​ວຽກ​ງານ​ຊາຍ​ແດນ​ຮ່ວມ​ກັນ, ການ​ອົບຮົມ​ກໍ່ສ້າງ​ພະນັກງານ​ດ້ານ​ພາສາ ແລະ ການ​ເຝິກອົບຮົມ​ລະ ດັບວິຊາ​ສະເພາະ​ຕ່າງໆ ຕະຫຼອດ​ໄລຍະ​ທີ່​ຜ່ານ​ມາ. ທ່ານ ພົນ​ຈັດຕະວາ ຈໍ​ໂຊ​ມິນ ກໍ​ໄດ້​ສະແດງ​ຄວາມ​ຂອບໃຈຕໍ່ ທ່ານ ພົນ​ຕີ ຈັນ​ທອງ ສອນ​ຕະ​ອາດ ທີ່​ໃຫ້ ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ ແລະ ເຕັມ​ໄປ​ດ້ວຍ​ໄມຕີ​ຈິດ​ມິດຕະພາບ ພ້ອມ​ທັງ​ລາຍ​ງານ​ຜົນສຳເລັດ​ການ​ມາ​ປະຕິບັດ​ໜ້າທີ່​ເຄື່ອນ​ໄຫວ​ເຮັດ​ວຽກ​ຢູ່ ​ສປປ ລາວ
ໃນ​ຄັ້ງ​ນີ້ໄດ້​ຮັບ​ຊາບ.

    ໃນ​ໂອກາດ​ດຽວ​ກັນ, ທີ່​ປຶກສາ​ທູດ​ຝ່າຍ​ປ້ອງ​ກັນ​ຊາດ ​ສສ ມຽນ​ມາ ຍັງ​ໄດ້​ເຂົ້າ​ພົບ​ປະ ສະຫາຍ ພົນ​ຈັດຕະວາ ບຸນ​ເດື່ອງ ພັນ​ສົດໃສ ຫົວໜ້າ​ກົມ​ພົວພັນ​ ຕ່າງປະເທດ ກະຊວງ​ປ້ອງ​ກັນ​ປະເທດ ເພື່ອ​ລາຍ​ງານ​ຜົນສຳເລັດ​ໃນ​ການ ມາ​ປະຕິບັດ​ໜ້າທີ່​ການ​ທູດ​ຢູ່ ​ສປປ ລາວ ອີກ​ດ້ວຍ. ພ້ອມ​ດຽວ​ກັນ​ນີ້ ຫົວໜ້າ​ກົມ​ ພົວພັນ​ຕ່າງປະເທດ ກະຊວງ​ປ້ອງ​ກັນ​ປະເທດ ຍັງ​ໄດ້​ປະດັບ​ຫຼຽນ​ກາ​ມິດຕະພາບ​ໃຫ້ ສະຫາຍ ພົນ​ຈັດຕະວາ ຈໍ​ໂຊ​ມິນ. ໃນ​ວັນ​ດຽວ​ກັນ​ນີ້, ທ່ານ ພົນ​ຕີ ຈັນ ​ທອງ ສອນ​ຕະ​ອາດ ຍັງ​ໄດ້​ຕ້ອນຮັບ ທ່ານ ຂີ່ນ​ມອງ​ໂຊ ທີ່​ປຶກສາ​ທູດ​ຝ່າຍ​ປ້ອງ​ກັນ​ຊາດ ​ສສ ມຽນ​ມາ ປະຈຳ ​ສປປ ລາວ​ຄົນ​ໃໜ່​ເຂົ້າ​ຢ້ຽມ​ຂ່ຳນັບ ພ້ອມ​ທັງ​ ຕີ​ລາຄາ​ສູງ​ໃນ​ການ​ສືບຕໍ່​ການ​ພົວພັນ​ຮ່ວມ​ມື ແລະ ຊ່ວຍເຫຼືອ​ເຊິ່ງ​ກັນ ​ແລະ ກັນ ລະຫວ່າງ ກະຊວງ​ປ້ອງ​ກັນ​ປະເທດ ​ສປປ ລາວ-ສສ ມຽນ​ມາ ນັບ​ມື້​ແໜ້ນ ​ແຟ້ນ​ຂຶ້ນ​ເລື້ອຍໆ.

ແຫຼ່ງທີ່ມາ:ໜັງສືພິມກອງທັບ

ວັນທີ 27/02/2023