ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະ​ນຳ ຫ້ອງ​ວ່າການ​ກະຊວງອວຍພອນ​ ອະດີດ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​​ປ​ະເທດ


    ວັນ​ທີ 24 ມັງກອນ 2023 ນີ້, ຄະນະ​ນຳ​ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ ນຳ​ໂດຍ ສະຫາຍ ພົນ​ຕີ ສາຍໃຈ ກົມ​ມະ​ສິດ ກຳມະການ​ຄະນະ​ປະຈຳ​ພັກ ​ກະຊວງ​ປ້ອງ​ກັນ​ປະເທດ ຫົວໜ້າ​ຫ້ອງ​ວ່າ ການ​ກະຊວງ​ປ້ອງ​ກັນ​ປະເທດ ພ້ອມ​ດ້ວຍ​ຄະນະ​ພັກ-ຄະນະ​ບັນຊາ​ບັນດາ​ກົມ, ຫ້ອງການອ້ອມ​ຂ້າງ​ຫ້ອງ​ວ່າການ​ກະ ຊວງ​ ໄດ້ນຳ​ເອົາ​ກະຕ່າ​ຂອງ​ຂວັນເຂົ້າ​ອວຍພອນ ສະຫາຍ ພົນ​ຕີ ພູ​ວົງ ວົງ​ພົມ ແລະ ສະຫາຍ ພົນ​ຕີ ແອ​ສະໄໝ ເລືອ​ງວັນ​ໄຊ ອະດີດ​ຮອງ​ລັດຖະມົນຕີ​ກະຊວງ ​ ປ້ອງ​ກັນ​ປະເທດ ຢູ່​ທີ່​ເຮືອນ​ຂອງ​ເພິ່ນ ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ (20 ມັງກອນ 1949-20 ມັງ ກອນ 2023).

     ໂອກາດ​ນີ້, ສະຫາຍ ພົນ​ຕີ ສາຍໃຈ ກົມ​ມະ​ສິດ ໄດ້​ລາຍ​ງານ​ໂດຍ​ຫຍໍ້ສະພາບ​ການ​ນຳພາ-ຊີ້​ນຳ​ຂອງຄະນະ​ພັກ​ອົງການ​ຫ້ອງວ່າການ​ກະຊວງ​ປ້ອງ​ກັນ​ປະ ເທດ ໃນ​ການຈັດຕັ້ງ​ປະຕິບັດ​ໜ້າທີ່​ວຽກ​ງານ​ທົ່ວ​ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ​ໃນ​ໄລຍະ​ຜ່ານ​ມາ, ຜ່ານ​ການຈັດຕັ້ງ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ ​ໃຫຍ່ ຄັ້ງ​ທີ V ຂອງ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ ເວົ້າ​ລວມ, ເວົ້າ​ສະເພາະ​ ແມ່ນ​ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ V ຂອງ​ຄະນະ​ພັກ​ອົງການ​ຫ້ອງ​ວ່າການກະ ຊວງ​ປ້ອງ​ກັນ​ປະເທດ ໄດ້​ມີ​ຜົນສຳເລັດ​ອັນ​ຈົບງາມ, ພ້ອມ​ທັງ​ແຜນການ​ວຽກ​ງານ​ທີ່​ຈະ​ສຸມ​ໃສ່​ໃນຕໍ່ຫນ້າ ແລະ ຍັງໄດ້​ອວຍພອນ​ໄຊ​ອັນ​ປະເສີດ​ມາ​ຍັງ​ອະດີດ​ ຮອງ​ລັດຖະມົນຕີ ທັງ​ສອງ​ສະຫາຍ​ຈົ່ງ​ມີ​ສຸຂະພາບ​ແຂງແຮງ, ມີ​ຄວາມ​ຜາ​ສຸກ​ສ່ວນ​ຕົວ​ ແລະ​ຄອບຄົວ ແລະ ສືບຕໍ່​ຊຸກຍູ້​ຊ່ວຍ​ເຫຼືອ​ຂົງເຂດ​ວຽກ​ງານ​ຕ່າງໆ ຂອງ​ກອງທັບ ເວົ້າ​ລວມ ​ເວົ້າ​ສະເພາະ ຊຸກຍູ້​ຊ່ວຍເຫຼືອ​ວຽກ​ງານ​ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ​ມີ​ຄວາມ​ເຕີບ​ໃຫຍ່​ເຂັ້ມແຂງ​ຂຶ້ນ​ເປັນ​ກ້າວໆ. ໃນ​ໂອ ກາດ​ອັນ​ສະຫງ່າ​ລາສີ​ນີ້, ອະດີດ​ຮອງ​ລັດຖະມົນຕີ​ທັງ​ສອງ​ສະຫາຍ ໄດ້​ຝາກ​ຄວາມ​ຢ້ຽມຢາມ​ຖາມ ຂ່າວ ແລະ ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ມາ​ຍັງ​ຄະນະ​ນຳ, ພະ ນັກງານ-ນັກຮົບທົ່ວ​ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ ກໍ​ຄືທົ່ວ​ກຳລັງ​ປະກອບ​ອາວຸດທຸກ​ທົ່ວ​ໜ້າ ຈົ່ງ​ມີ​ສຸຂະພາບ​ແຂງແຮງ​ພ້ອມ​ກັນ​ສືບຕໍ່​ພາລະກິດ​ປະຕິ ວັດ​ຂອງ​ຊາດ ຂອງ​ກອງທັບ ໃຫ້​ມີ​ຄວາມ​ເຂັ້ມແຂງ ແລະ ມີ​ຜົນສຳເລັດ​​ຍິ່ງໃຫຍ່​ກວ່າ​ເກົ່າ.

ແຫຼ່ງທີ່ມາ: ບົວເພັດ ສານບຸນລືໄຊ
ວັນທີ 27/01/2023