ທ່ານ ນາງ ປານີ ຢາທໍ່ຕູ້ ລົງຢ້ຽມຢາມ ຢູ່ວິທະຍາຄານພະລາທິການກອງທັບ
ວັນທີ 24 ມັງກອນ 2023 ນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະ
ນະ ໄດ້ລົງຢ້ຽມຢາມ ແລະ ໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ວິທະຍາຄານພະລາທິການກອງທັບ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ
74 ປີ (20 ມັງກອນ 1949-20 ມັງກອນ 2023), ໂດຍການຕ້ອນຮັບຂອງ ທ່ານ ພົນຈັດຕະວາ ປອ ບົວເຮືອງ ສົມຟອງ ບຸດຕາຂັນ ຫົວໜ້າການທະຫານ
ວິທະຍາຄານພະລາທິການກອງທັບ, ມີ ທ່ານ ນາງ ເຂັມມະນີ ພົນເສນາ ກຳມະການສູນກາງພັກ, ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ທ່ານ
ພົນຕີ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍພະນັກງານຫຼັກແຫຼ່ງວິທະຍາຄານເຂົ້າຮ່ວມ.
ທ່ານ ພົນຈັດຕະວາ ປອ ບົວເຮືອງ ສົມຟອງ ບຸດຕາຂວັນ ໄດ້ຂຶ້ນລາຍງານໂດຍສັງເຂບກ່ຽວກັບສະພາບຈຸດພິເສດ, ທີ່ຕັ້ງ, ພາລະບົດບາດ ແລະ ໜ້າ ທີ່ການເມືອງຂອງວິທະຍາຄານ, ລວມທັງຜົນງານທີ່ຍາດມາໄດ້ຕະຫຼອດໄລຍະຜ່ານມາ ເປັນຕົ້ນແມ່ນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໂດຍສະເພາະແມ່ນ 4 ໜ້າທີ່ໃຫຍ່ 26 ແຜນ ງານ ຫັນເປັນແຜນລະອຽດເຂົ້າສູ່ຊີວິດຕົວຈິງຂອງກົມກອງດ້ວຍຈິດໃຈບຸກທະລຸ ແລະ ມີຜົນສຳເລັດຫຼາຍດ້ານ.
ໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາໝາກຜົນສຳ ເລັດທີ່ກອງທັບປະຊາຊົນລາວຍາດມາໄດ້ໃນໄລຍະຜ່ານມາ ເວົ້າລວມ, ເວົ້າສະເພາະແມ່ນວິທະຍາຄານພະລາທິການກອງທັບຍາດມາໄດ້ ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະອຳນວຍການເອົາໃຈໃສ່ຈັດຕັ້ງປະຕິ ບັດແນວທາງປ້ອງກັນຊາດປວງຊົນຮອບດ້ານໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ, ສົມທົບແໜ້ນລະຫວ່າງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກັບ ການພັດທະນາເສດຖະກິດ-ສັງຄົມ ໂດຍຖືເອົາວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບເປັນໜ້າທີ່ພື້ນຖານ ແລະ ປະຕິບັດຢ່າງເປັນປະຈຳ, ຖືເອົາວຽກ ງານພັດທະນາເສດຖະກິດເປັນໜ້າທີ່ໃຈກາງ, ຖືເອົາການພັດທະນາຊັບພະຍາກອນມະນຸດ ແລະ ສະໜອງສີມືແຮງງານເປັນແຖວໜ້າ ແລະ ຖືເອົາການປັບປຸງ ຄຸນນະພາບວຽກງານພັກ-ພະນັກງານເປັນອັນຕັດສິນໃນການປະຕິບັດໜ້າທີ່ຍຸດທະສາດພັດທະນາປະເທດຊາດ, ຄຽງຄູ່ກັນນັ້ນຈະຕ້ອງໄດ້ເອົາໃຈໃສ່ຍົກສູງ ສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທຳລາຍຂອງພວກອິດທິກຳລັງປໍລະປັກຕໍ່ລະບອບປະຊາທິປະໄຕປະຊາຊົນລາວຂອງພວກເຮົາ. ຖືສຳຄັນວຽກງານຫັນລົງກໍ່ ສ້າງຮາກຖານການເມືອງ ເພື່ອສືບຕໍ່ສ້າງ ແລະ ປັບປຸງຕາໜ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານໃຫ້ມີຄວາມໜັກແໜ້ນຕິດພັນ ກັບການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກຕາມທິດ 3 ສ້າງ, ອອກແຮງໂຄສະນາໃຫ້ປະຊາຊົນເຊີດຊູນ້ຳໃຈຮັກຊາດ, ຮັກລະບອບໃໝ່, ມີສະຕິຕໍ່ ການປະຕິບັດລະບຽບກົດໝາຍ, ມີຄວາມສາມັກຄີລະຫວ່າງປະຊາຊົນບັນດາເຜົ່າ, ເພີ່ມທະວີການນຳພາເດັດຂາດໂດຍກົງ ແລະ ຮອບດ້ານຂອງພັກຕໍ່ກຳລັງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສືບຕໍ່ປັບປຸງ ແລະ ກໍ່ສ້າງກຳລັງປະກອບອາວຸດໃຫ້ກາຍເປັນກຳລັງຫຼັກແຫຼ່ງທີ່ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດ ຊາດ, ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ, ແທດກັບຕົວຈິງ, ໂປ່ງໃສ, ມີການແບ່ງງານ, ແບ່ງຄວາມຮັບຜິດຊອບ ໂດຍມີການປະສານງານລະ ຫວ່າງການນຳພາເປັນໝູ່ຄະນະກັບການນຳພາສ່ວນບຸກຄົນທີ່ເປັນຄະນະ, ເສີມຂະຫຍາຍຫົວຄິດປະດິດສ້າງ, ກ້າຄິດ, ກ້າຮັບຜິດຊອບຕໍ່ຜົນການຈັດຕັ້ງປະຕິ ບັດໜ້າທີ່ການເມືອງທີ່ນອນໃນຄວາມຮັບຜິດຊອບຂອງຕົນ ໂດຍຖືເອົາຜົນປະໂຫຍດຂອງຊາດ ແລະ ປະຊາຊົນເປັນບ່ອນອີງ, ຕັ້ງໜ້າປັບປຸງກຳລັງປະກອບອາ ວຸດໃຫ້ເຕີບໃຫຍ່ເຂັ້ມແຂງ, ສ້າງ 3 ປະເພດກຳລັງໄປພ້ອມໆກັນ, ຕິດພັນກັບການເພີ່ມທະວີການປະກອບອາວຸດຍຸດໂທປະກອນອັນຈຳເປັນ ແລະ ທັນສະ ໄໝຕາມຄວາມສາມາດຕົວຈິງທາງດ້ານງົບປະມານ. ເອົາໃຈໃສ່ເຝິກແອບສິລະປະຍຸດ-ຍຸດທະວິທີການທະຫານໃຫ້ມີຄວາມຊຳນານ ເພື່ອຍົກລະດັບຄວາມ ສາມາດບັນຊາ-ສູ້ຮົບໃຫ້ກ້າວສູ່ແບບແຜນທັນສະໄໝເປັນກ້າວໆ. ເອົາໃຈໃສ່ປັບປຸງລະບອບຄຸ້ມຄອງ-ບັນຊາ, ປັບປຸງກຳລັງປະເພດຕ່າງໆ ໂດຍຖືເອົາຄຸນນະ ພາບເປັນຕົ້ນຕໍ. ສຸມທຸກເງື່ອນໄຂຄວາມສາມາດ ເພື່ອກ້າວໄປເຖິງການກຸ້ມຕົນເອງຢ່າງຮອບດ້ານ, ໃຫ້ຖືເອົາວຽກງານຄຸ້ມຄອງລ້ຽງດູທັບດ້ວຍການສ້າງພະ ລາທິການກັບທີ່ເປັນວຽກງານຕົ້ນຕໍ ເພື່ອແກ້ໄຂຄວາມຫຍຸ້ງຍາກຝືດເຄືອງດ້ານຊີວິດການເປັນຢູ່ ໂດຍສຸມໃສ່ການຜະລິດກະສິກຳເປັນຕົ້ນຕໍ ແລະ ສ້າງໃຫ້ ເປັນຂະບວນໄປຄຽງຄູ່ກັບການ, ຂະຫຍາຍດ້ານການບໍລິການທີ່ຕິດພັນກັບຂົງເຂດປ້ອງກັນຊາດໃຫ້ເພີ່ມຂຶ້ນຕາມເງື່ອນໄຂ, ພ້ອມກັນນັ້ນ, ກໍ່ຕ້ອງເຂົ້າຮ່ວມ ຢ່າງຕັ້ງໜ້າໃນການກໍ່ສ້າງກິດຈະການດ້ານເສດຖະກິດ-ສັງຄົມຕ່າງໆຢູ່ທ້ອງຖິ່ນ; ອອກແຮງຊ່ວຍເຫຼືອປະຊາຊົນໃນການປັບປຸງຊີວິດການເປັນຢູ່ດ້ານວັດຖຸ ແລະ ວັດທະນະທຳໃຫ້ນັບມື້ນັບດີຂຶ້ນ. ເອົາໃຈໃສ່ປະຕິບັດນະໂຍບາຍປະຫຍັດໃນການນຳໃຊ້ງົບປະມານ ແລະ ຊັບສິນຂອງລັດໃຫ້ດີ, ສ້າງແບບແຜນດຳລົງ ຊີວິດແບບງ່າຍ, ໃຊ້ຈ່າຍມີແຜນການຕ້ານການຟຸມເຟືອຍ ແລະ ເຮັດໃຫ້ສິ່ງດັ່ງກ່າວກາຍເປັນຂະບວນການອັນກວ້າງຂວາງ, ເປັນລະບຽບແບບແຜນອັນໜຶ່ງ ໃນທົ່ວກອງທັບ ແລະ ປະຕິບັດແນວທາງການຕ່າງປະເທດສັນຕິພາບ, ເອກະລາດ, ມິດຕະພາບ ແລະ ຮ່ວມມືກັບປະເທດຕ່າງໆ, ປັບປຸງ ແລະ ເພີ່ມທະວີການ ຮ່ວມມືຮອບດ້ານກັບກອງທັບ ເພື່ອນມິດຍຸດທະສາດ (ສສ ຫວຽດນາມ ແລະ ສປ ຈີນ) ກໍຄືເພື່ອນມິດທີ່ກ້າວໜ້າ, ເພື່ອຍາດແຍ່ງການຊ່ວຍເຫຼືອຈາກສາ ກົນມາປັບປຸງກໍ່ສ້າງກອງທັບພວກເຮົາໃຫ້ກ້າວໜ້າສູ່ຄຸນນະພາບໃໝ່ ແລະ ທັນສະໄໝກ່ວາເກົ່າ. ໃນໂອກາດເຄື່ອນໄຫວຢ້ຽມຢາມຂອງ ທ່ານ ນາງ ປານີ ຢາ ທໍ່ຕູ້ ຄັ້ງນີ້ ຍັງໄດ້ລົງຢ້ຽມຢາມເຮືອນຄົວກອງ ພັນທີ 2 , ຫໍສະໝຸດ ແລະ ຫໍພັກນັກສຶກສາກອງພັນທີ 1 ແລະ ມອບວັດຖຸປັດໄຈຈຳນວນໜຶ່ງໃຫ້ວິທະຍາ ຄານພະລາທິການກອງທັບ ເພື່ອປະກອບສ່ວນເຂົ້າໃນການປັບປຸງພັດທະນາກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງເປັນກ້າວໆ.
ແຫຼ່ງທີ່ມາ: ນາງ ຈ່ອຍ
ວັນທີ 25/01/2023