ສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ພົບປະ
ແລກປ່ຽນນະໂຍບາຍປ້ອງກັນຊາດ ຄັ້ງທີ III
ວັນທີ 23 ມີນາ 2023 ນີ້, ສະຫາຍ ພົນໂທ ຮວງຊ່ວນຈ່ຽນ ກຳມະການສູນກາງພັກກອມມູນິດຫວຽດນາມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ແລກປ່ຽນນະໂຍບາຍປ້ອງກັນຊາດ ຄັ້ງທີ III ທີ່ແຂວງຫົວພັນ ແຫ່ງ ສປປ ລາວ, ໂດຍການຕ້ອນ
ຮັບຂອງສະຫາຍ ພົນຕີ ວົງຄຳ ພົມມະກອນ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ.
ໃນພິທີທັງສອງຝ່າຍໄດ້ຜັດປ່ຽນກັນມີຄຳເຫັນ ແລະ ຕີລາຄາຄືນຜົນງານການຈັດຕັ້ງປະຕິບັດວຽກງານຊ່ວຍເຫຼືອເຊິ່ງກັນ ແລະ ກັນທາງດ້ານນະໂຍບາຍ ປ້ອງກັນຊາດລະຫວ່າງສອງກອງທັບລາວ-ຫວຽດນາມ ໃນໄລຍະຊຸມປີຜ່ານມາ ແລະ ພ້ອມກັນວາງທິດທີ່ທາງແຜນການຮ່ວມືດ່ານຕ່າງໆໃນຊຸມປີຕໍ່ໜ້າ. ເຊິ່ງການພົບປະແລກປ່ຽນນະໂຍບາຍປ້ອງກັນຊາດໃນຄັ້ງນີ້, ເປັນການປະກອບສ່ວນອັນສຳຄັນເຂົ້າໃນການສ້າງສາຍພົວພັນທີ່ເປັນມູນເຊື້ອ ແລະ ການຮ່ວມ ມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ຈາກນັ້ນ, ຍັງໄດ້ເຊັນບັນທຶກ ຮ່ວມກັນເພື່ອເປັນບ່ອນອີງໃຫ້ການຈັດຕັ້ງປະຕິບັດວຽກງານການຮ່ວມມືດ້ານຕ່າງໆໃນຕໍ່ໜ້າໃຫ້ມີຜົນສຳເລັດ.
ຈາກນັ້ນ, ຄະນະຜູ້ແທນທັງສອງຝ່າຍຍັງໄດ້ເຂົ້າຮ່ວມງານພົບປະແລກປ່ຽນນາຍທະຫານຊາຍແດນໜຸ່ມລະຫວ່າງ ແຂວງຫົວພັນ ກັບ ແຂວງເຊີນລາ ແລະ ແຂວງ ແທງຮວ່າ ສສ ຫວຽດນາມ, ພ້ອມທັງຮັບຊົມການສະແດງສິລະປະວັນນະຄະດີ ແລະ ໂອ້ລົມໃຫ້ທິດຊີ້ນຳຕໍ່ງານພົບປະທານນາຍທະຫານໜຸ່ມຊາຍ ແດນຕື່ມອີກ.
ແຫຼ່ງທີ່ມາ:ເພັດ ສົມນໍວັນ
ວັນທີ 24/03/2023