ກະຊວງປ້ອງກັນປະເທດ ສຳເລັດກອງປະຊຸມ ວຽກງານກວດກາພັກ-ລັດ ທົ່ວກອງທັບ ຄັ້ງທີ VI
ໃນວັນທີ 22 ກຸມພາ 2023 ນີ້, ກະຊວງປ້ອງກັນປະເທດ ໄດ້ສຳເລັດກອງປະຊຸມວຽກງານກວດກາພັກ-ລັດ ທົ່ວກອງທັບຄັ້ງ ທີ VI ໂດຍການເປັນປະ
ທານໃນມື້ປິດກອງປະຊຸມຂອງ ສະຫາຍ ພົນໂທ ທອງລອຍ ສິລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່
ການເມືອງກອງທັບ, ມີບັນດາສະຫາຍກຳມະການສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະນຳກະຊວງປ້ອງກັນປະເທດ, ບັນດາຫົວໜ້າກົມໃຫຍ່,
ຫ້ອງວ່າການ, ກົມ, ຫ້ອງການ, ຄະນະພັກ-ຄະນະບັນຊາກອງພົນ, ກອງບັນຊາການທະຫານແຂວງ, ວິທະຍາຄານ, ໂຮງຮຽນ, ໂຮງໝໍ, ຫົວໜ່ວຍທຸລະກິດ
ຂອງກະຊວງ ພ້ອມດ້ວຍບັນດາພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວໄດ້ດຳເນີນມາເປັນເວລາ 2 ວັນ ດ້ວຍບັນຍາກາດທີ່ດີ ເຊິ່ງບັນດາສະຫາຍ ຜູ້ແທນກອງປະຊຸມ ໄດ້ເອົາໃຈໃສ່ຍົກສູງຄວາມຮັບຜິດ ຊອບການເມືອງຂອງຕົນເຂົ້າໃນການຄົ້ນຄວ້າ, ປະກອບຄຳເຫັນໃສ່ເນື້ອໃນກອງປະຊຸມໃຫ້ອຸດົມສົມບູນ, ເລິກເຊິ່ງ, ເປັນຕົ້ນແມ່ນບົດປະກອບຄຳເຫັນຂອງ ກົມໃຫຍ່ການເມືອງກອງທັບ: ຫົວຂໍ້ບົດຮຽນການຕິດຕາມ, ກວດກາການຈັດຕັ້ງປະຕິບັດກົດລະບຽບຂອງພັກ, ກົມໃຫຍ່ເສນາທິການກອງທັບ: ໃນຫົວ ຂໍ້ການຕິດຕາມ, ກວດກາການປະຕິບັດ-ລະບຽບວິໄນ, ຂໍ້ກຳນົດກົດລະບຽບຂອງກອງທັບ, ການປະຕິບັດ 7 ລະບອບ 18 ວຽກ ແລະ ຕິດພັນກັບການແກ້ ໄຂຈຳນວນພົນໃຫ້ແກ່ກຳລັງສູ້ຮົບ, ກົມໃຫຍ່ເຕັກນິກກອງທັບ: ໃນຫົວຂໍ້ການຕິດຕາມ, ກວດກາຄຸ້ມຄອງການນຳໃຊ້ພາຫະນະເຕັກນິກ, ອາວຸດກະສຸນ, ກົມໃຫຍ່ພະລາທິການກອງທັບ: ໃນຫົວຂໍ້ບົດຮຽນການຊີ້ນຳ-ນຳພາຂອງຄະນະພັກ-ຄະນະບັນຊາໃນການຕິດຕາມ, ກວດກາຜົນຂອງການກວດກາ ແລະ ຈັດຕັ້ງປະຕິບັດຜົນຂອງການກວດກາຫ້ອງວ່າການກະຊວງປ້ອງກັນປະເທດ: ໃນຫົວຂໍ້ຕິດຕາມ, ກວດກາແຈ້ງຊັບສິນ-ລາຍຮັບຂອງນາຍທະຫານ, ວິທະຍາ ຄານປ້ອງກັນຊາດ: ໄກສອນ ພົມວິຫານ: ໃນຫົວຂໍ້ການຮັບ ແລະ ການຄົ້ນຄວ້າພິຈາລະນາຄຳຮ້ອງ-ຄຳສະເໜີຂອງສະມາຊິກພັກ, ພະນັກງານ ແລະ ປະຊາ ຊົນ ທີ່ມີການພົວພັນເຖິງກົມກອງກ່ຽວກັບການກະທຳ ຫຼື ການຕົກລົງບັນຫາໃດໜຶ່ງທີ່ມີການລະເມີດລະບຽບຂອງພັກ, ຂອງກອງທັບ, ກົດໝາຍຂອງລັດ, ກົມຈັດຕັ້ງພັກກົມໃຫຍ່ການເມືອງກອງທັບ: ຫົວຂໍ້ການຕິດຕາມ, ກວດກາການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນໃນກອງທັບປະຊາຊົນລາວ, ກົມການເງິນກະຊວງປ້ອງກັນປະເທດ: ຫົວຂໍ້ການຕິດຕາມ, ກວດກາຄຸ້ມຄອງລາຍຮັບ-ລາຍຈ່າຍ, ນຳໃຊ້ງົບປະມານກອງທັບ, ກອງພົນທີ 2: ໃນຫົວຂໍ້ບົດ ຮຽນໃນການຊີ້ນຳ-ນຳພາການຕິດຕາມ, ກວດກາການຈັດຕັ້ງພັກ ແລະ ສະມາຊິກພັກໃນການດຳເນີນຊີວິດການເມືອງ, ປົວແປງພາຍໃນພັກ, ການຕີລາຄາ ແບ່ງປະເພດໜ່ວຍພັກ ແລະ ສະມາຊິກພັກ, ກົມປ້ອງກັນພາຍໃນກອງທັບ: ໃນຫົວຂໍ້ການຕິດຕາມ, ກວດກາການແກ້ໄຂປະກົດການຫຍໍ້ທໍ້ທີ່ມີພຶດຕິກຳ ການສໍ້ລາດບັງຫຼວງ ແລະ ດຳເນີນຄະດີຕໍ່ຜູ້ກະທຳຜິດໃນກໍລະນີຕ່າງໆ, ກອງບັນຊາການທະຫານແຂວງບໍ່ແກ້ວ: ການຊີ້ນຳ-ນຳພາໃນການຕິດຕາມ, ກວດກາ ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຢູ່ໃນການຈັດຕັ້ງພັກ, ສະມາຊິກພັກເປັນຕົ້ນການເສື່ອມຖອຍຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ການລະເມີດລະບຽບວິໄນຂອງພັກ ແລະ ກົດໝາຍຂອງລັດ, ກົມກວດກາກະຊວງ ປກສ: ໃນຫົວຂໍ້ບົດຮຽນໃນການສະກັດກັ້ນ, ຕ້ານການສໍ້ ລາດບັງຫຼວງ ແລະ ມາດຕະການສະກັດກັ້ນ, ການແກ້ໄຂພຶດຕິກຳທີ່ເປັນການສໍ້ລາດບັງຫຼວງ.
ໂອກາດນີ້, ສະຫາຍ ພົນໂທ ທອງລອຍ ສິລິວົງ ໄດ້ເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາຕ້ອງເພີ່ມທະວີການນຳພາຂອງຄະນະພັກແຕ່ລະຂັ້ນຕໍ່ວຽກງານ ກວດກາ, ເພາະວຽກງານນີ້ແມ່ນໜຶ່ງໃນພາລະບົດບາດການນຳພາຂອງພັກ (ມີການນຳພາ, ມີການກວດກາ, ບໍ່ມີການກວດກາກໍໝາຍຄວາມວ່າບໍ່ມີການນຳ ພາ) ແລະ ຢູ່ໃນກົດລະບຽບພັກໝວດທີ 11, ມາດຕາ 49 ກໍໄດ້ກຳນົດວ່າ: “ຄະນະພັກເປັນຜູ້ຊີ້ນຳໂດຍກົງຕໍ່ວຽກງານຕິດຕາມ, ກວດກາ, ມີຄວາມຮັບ ຜິດຊອບຕໍ່ການນຳພາປະຕິບັດໜ້າທີ່ຕິດຕາມ, ກວດກາຕ້ານການສໍ້ລາດບັງຫຼວງ ແລະ ແກ້ໄຂຜົນການກວດກາ”, ຕ້ອງເອົາໃຈໃສ່ຕິດຕາມ-ກວດກາການ ຈັດຕັ້ງເຊື່ອມຊຶມແນວທາງ, ນະໂຍບາຍ, ມະຕິຄຳສັ່ງ, ກົດລະບຽບຂອງພັກສະໄໝ XI ແລະ ມະຕິກອງປະຊຸມໃຫຍ່ລົງຄະນະພັກແຕ່ລະຂັ້ນວາງອອກ, ຕິດ ຕາມ-ກວດກາການຈັດຕັ້ງພັກໃນການປະຕິບັດບັນດາຫຼັກການຂອງພັກ, ຕໍ່ກັບວຽກງານກວດກາລັດ: ຍົກສູງການຕິດຕາມ, ກວດກາການຈັດຕັ້ງປະຕິ ບັດນະໂຍບາຍ, ກົດໝາຍຂອງລັດ ແລະ ຂໍ້ກຳນົດ, ກົດລະບຽບຂອງກອງທັບ, ຕໍ່ກັບວຽກງານກວດກາພັກການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກ ແໜ້ນ, ການປະຕິບັດລະບອບຮ່ວມຊີວິດ ແລະ ເນື້ອໃນການຮ່ວມຊີວິດພັກ, ຕິດຕາມ-ກວດກາກຳໃຫ້ແໜ້ນສະພາບດ້ານຄຸນທາດການເມືອງ, ຄຸນສົມບັດ ສິນທຳປະຕິວັດ ແລະ ແບບແຜນການດຳລົງຊີວິດຂອງຄະນະພັກ, ສະມາຊິກພັກ, ພະນັກງານນຳພາ-ຄຸ້ມຄອງ ທີ່ຂຶ້ນກັບການຄຸ້ມຄອງຂັ້ນຕົ້ນ, ຕິດຕາມ -ກວດກາແບບແຜນນຳພາ, ວິທີເຮັດວຽກຂອງຄະນະພັກ ແລະ ພະນັກງານການນຳຂັ້ນຕ່າງໆ, ໃນນີ້, ຕ້ອງລົງເລິກກວດກາການປະຕິບັດຫຼັກກນ-ການນຳພາ ຂອງພັກ, ກວດກາການແກ້ໄຂສະພາບປະກົດການຫຍໍ້ທໍ້ໃນຄະນະພັກ, ສະມາຊິກພັກໃຫ້ເຂັ້ມງວດ, ເດັດຂາດ, ທັນການຕາມກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ.
ແຫຼ່ງທີ່ມາ: ອາຫວຸ້ນ
ວັນທີ 24/02/2023ຫ