ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ປະຊຸມ​ຄົບ​ຄະນະ​ບໍລິຫານ​ງານ​ພັກ​ ກະຊວງ​ປ້ອງ​ກັນ​ປະເທດ​ ຄັ້ງ​ທີ 5 ສະໄໝ​ທີ V


    ກອງ​ປະຊຸມ​ຄົບ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ຄັ້ງ​ທີ 5 ສະໄໝ​ທີ V ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 23 ມັງກອນ 2023 ນີ້, ໂດຍ​ການ​ເປັນ​ປະ ທານ​ຂອງ ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ເລຂາ​ຄະນະ​ພັກ ລັດຖະ​ມົນຕີ​ກະ ຊວງ​ປ້ອງ​ກັນ​ປະເທດ, ມີ​ບັນດາ​ສະຫາຍ​ຄະນະ​ປະຈຳ​ພັກ​ກະຊວງ, ຄະນະ​ບໍລິຫານ​ງານ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ເຂົ້າ​ຮ່ວມ.

     ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ໄດ້​ກ່າວ​ເປີດ​ກອງ​ປະຊຸມ​ບາງ​ຕອນ​ວ່າ: ການ​ດຳເນີນ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້ ແມ່ນ​ນອນ​ໃນ​ທ່າມກາງ​ບັນຍາ ກາດທີ່​ທົ່ວ​ພັກ, ທົ່ວ​ກອງທັບ, ທົ່ວ​ປວງ​ຊົນ​ລາວ​ບັນດາເຜົ່າພວມ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ເນື້ອ​ໃນ​ຈິດໃຈ​ມະຕິ​ກອງ​ປະຊຸມ​ໃຫຍ່ ​ຄັ້ງ​ທີ XI ຂອງ​ພັກ, ແຜນ​ພັດ ທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ IX ແລະ ການຈັດຕັ້ງ​ປະຕິບັດ 2 ວາລະ​ແຫ່ງ​ຊາດ​ຄື: ການແກ້ໄຂ​ຄວາມ​ຫຍຸ້ງຍາກ​ທັງ​ດ້ານເສດຖະກິດ-ການ​ ເງິນ ແລະ ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ ໄປ​ພ້ອມ​ກັບ​ຜົນສຳເລັດ​ກອງ​ປະຊຸມ​ຄົບ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ຄັ້ງ​ທີ 5 ສະໄໝ​ທີ XI ແລະ ຜົນສຳເລັດ​ກອງ​ປະ ຊຸມ​ສະໄໝ​ສາມັນ​ເທື່ອ​ທີ 4 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ IX ຢ່າງ​ເປັນ​ຂະ​ບວນ​ການ​ຟົດຟື້ນ. ໃນ 1 ປີຜ່ານ​ມາ ພາຍໃຕ້ການ​ຊີ້​ນຳ-ນຳພາ​ຂອງ​ຄະນະ​ພັກ​ກະຊວງ ກໍ​ຄື​ຄະນະ​ພັກ​ແຕ່​ລະ​ຂັ້ນໃນ​ການຈັດຕັ້ງ​ປະຕິບັດ​ແນວທາງ​ປ່ຽນແປງ​ໃໝ່​ຂອງ​ພັກ ແລະ ວຽກ​ງານ​ຈຸດ​ສຸມ ຂອງ​ກະຊວງ​ປ້ອງກັນ​ປະເທດ, ພວກ​ເຮົາ​ສາມາດ​ ຍາດ​ໄດ້​ຜົນສຳເລັດ​ໃນ​ຫຼາຍ​ດ້ານ, ເປັນຕົ້ນ​ແມ່ນ​ສຸມ​ໃສ່​ຊີ້​ນຳ-ນຳພາ​ການຈັດຕັ້ງ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ ແລະ ມະຕິ​ກອງ​ປະ ຊຸມ​ໃຫຍ່​ ຄັ້ງ​ທີ V ຂອງ​ຄະນະ​ພັກກະຊວງ​ເຂົ້າ​ສູ່​ວຽກ​ງານຕົວຈິງ​ຂອງ​ກົມ​ກອງ​ທ້ອງຖິ່ນ ສາມາດ​ຮັບປະກັນ​ເຮັດ​ໃຫ້​ສະພາບ​ໃນ​ທົ່ວ​ປະເທດ​ມີ​ຄວາມ​ສະຫງົບ ​ໂດຍ​ພື້ນຖານ, ສະຖຽນລະພາບ​ທາງ​ດ້ານ​ການເມືອງຍັງມີຄວາມໝັ້ນຄົງ​ໜັກ​ແໜ້ນ, ການຈັດຕັ້ງ​ປະຕິບັດ​ແນວທາງ​ແຜນ​ນະໂຍບາຍ​ຂອງ​ພັກ, ການ​ພັດທະ ນາເສດຖະກິດ-ສັງຄົມຍັງ​ສືບຕໍ່​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ບັນດາເຜົ່າ​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ​ເປັນ​ກ້າວໆ, ແຕ່​ທັງ​ໝົດ​ນັ້ນ​ກໍ​ ຍັງ​ເຫັນ​ວ່າຍັງ​ມີ​ຫຼາຍ​ບັນຫາ​ທີ່​ຈະ​ຕ້ອງ​ໄດ້​ເອົາໃຈໃສ່​ຕື່ມ ເປັນຕົ້ນ​ແມ່ນສະພາບ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ເສດຖະກິດ-ການ​ເງິນ, ນ້ຳມັນ​ເຊື້ອ​ໄຟ ແລະ ຄ່າ​ ຄອງຊີບເພີ່ມ​ສູງ​ຂຶ້ນ, ບັນຫາໄພທຳ​ມະ​ຊາດ, ບັນຫາ​ຊາຍ​ແດນ, ການ​ຍົກຍ້າຍ​ພູມລຳເນົາ ແລະ ການເຂົ້າ-ອອກເມືອງ​ຜິດ​ກົດໝາຍ, ການເຄື່ອນໄຫວ​ຂອງອົງ ການຈັດຕັ້ງ​ສັງຄົມ​ພົນ​ລະ​ເຮືອນ, ອົງ​ການຈັດຕັ້ງ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ ແລະ ບັນຫາ​ປະກົດ​ການ​ຫຍໍ້ທໍ້​ອື່ນໆ​ໃນ​ສັງຄົມ, ບັນຫາ​ເຫຼົ່າ​ນີ້​ໄດ້​ສົ່ງ​ຜົນ​ກະທົບ​ໂດຍ ​ກົງ​ຕໍ່​ການ​ນຳພາ​ຂອງ​ພັກ, ຕໍ່​ການ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ​ເວົ້າ​ລວມ, ເວົ້າ​ສະເພາະ ໃນການປັບປຸງ​ກໍ່ສ້າງ​ກອງທັບ​ເຮົາ. ກອງ​ປະຊຸມ​ໃນ​ຄັ້ງ​ນີ້ຈະ ​ ໄດ້​ພ້ອມ​ກັນ​ສັງເກດ​ຕີ​ລາຄາ​ຄືນ​ການ​ນຳພາ​ຂອງ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ​ໃນ​ປີຜ່ານມາ ໂດຍ​ສະເພາະ​ແມ່ນ​ມະຕິ​ກອງ​ປະຊຸມ​ໃຫຍ່ ​ຄັ້ງ​ທີ V ຂອງ​ຄະນະ​ ພັກ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ ແລະ 5 ບຸກ​ທະລຸ ເພື່ອ​ຄວາມ​ເປັນ​ເອກະ​ພາບ​ໃນ​ການ​ປັບປຸງ​ກໍ່ສ້າງ​ກອງທັບ​ເຮົາ​ໃຫ້​ມີ​ ການ​ຫັນປ່ຽນ​ໃໝ່​ຢ່າງ​ຕັ້ງໜ້າ, ພ້ອມ​ນັ້ນ​ຈະ​ໄດ້​ພ້ອມ​ກັນ​ຄົ້ນຄວ້າ​ເປັນ​ເອກະ​ພາບ​ທິດ​ທາງ​ແຜນການ​ທີ່​ຈະ​ສຸມ​ໃສ່​ຈັດ​ຕັ້ງ​ປະຕິບັດ​ໃນ​ປີ 2023.

     ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ໄດ້​ຮຽກຮ້ອງ​ໃຫ້ຜູ້ເຂົ້າ​ຮ່ວມ​ຈົ່ງ​ພ້ອມ​ກັນ​ຍົກ​ສູງຈິດໃຈ​ເປັນ​ເຈົ້າ​ຕົນ​ເອງ ແລະ ມີ​ຄວາມ​ຮັບຜິດຊອບ​ໃນ​ ການ​ເບິ່ງ​ບັນຫາ, ຕີ​ລາຄາ​ສະພາບ​ການ​ໃຫ້​ຖືກຕ້ອງ, ພາວະ​ວິໄສ, ຕ້ອງ​ເບິ່ງ​ຄືນ​ບັນດາ​ໜ້າ​ວຽກ​ທີ່​ເຮັດ​ໄດ້, ບັນຫາ​ທີ່​ຫຍໍ້ທໍ້ ແລະ ຄົງ​ຄ້າງ ເພື່ອ​ຮັບປະກັນ​ໃຫ້​ ແກ່​ການ​ກຳນົດ​ທິດ​ທາງ​ວຽກ​ງານ​ຈຸດ​ສຸມ​ໃນ​ປີ 2023 ໃຫ້​ແທດເໝາະ​ກັບ​ສະພາບ​ແວດ​ລ້ອມ​ຕົວ​ຈິງ​ຂອງ​ກອງທັບ​ເຮົາ, ບົນ​ພື້ນຖານ​ຊຸກຍູ້​ຂະ​ບວນການຈັດ ຕັ້ງ​ປະຕິບັດມະຕິ​ກອງ​ປະຊຸມ​ໃຫຍ່ ​ຄັ້ງ​ທີ V ຂອງ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ດ້ວຍ​ຈິດໃຈ​ບຸກ​ທະລຸ​ໃຫ້​ມີ​ການ​ຫັນປ່ຽນ​ທີ່​ຕັ້ງໜ້າ​ກວ່າ​ເກົ່າ ແລະ ເກີດ ​ໝາກຜົນ​ຕົວ​ຈິງ ຄຽງ​ຄູ່​ກັນ​ນີ້​ຍົກ​ໃຫ້​ເຫັນ​ບັນຫາ​ທີ່​ຕ້ອງ​ໄດ້​ເອົາໃຈໃສ່​ໃນຕໍ່ໜ້າ ແລະ ມີ​ຄຳ​ເຫັນ​ຫລາຍ​ບັນຫາ​ສຳຄັນ ເພື່ອ​ເປັນ​ແນວທາງ​ໃນ​ການຈັດຕັ້ງ​ປະ ຕິບັດ​ວຽກ​ງານ​ໃນ​ປີ 2023 ເປັນຕົ້ນ​ແມ່ນ​ສືບຕໍ່​ຮັບປະກັນ​ໃຫ້​ປະເທດ​ມີ​ສະຖຽນ​ລະ​ພາບ, ມີ​ຄວາມ​ສະຫງົບ​ປອດ​ໄພ​ຢ່າງ​ໜັກ​ແໜ້ນ, ດ້ວຍ​ມາດ​ຕະການ​ຍຸດ ​ທະ​ສາດ ຫັນ​ກຳລັງ​ກໍ່ສ້າງ​ຮາກ​ຖານ​ການເມືອງ, ສ້າງ​ທ່າ​ສະໜາມ 3 ຂັ້ນ ຕິດ​ພັນ​ກັບ​ການ​ສ້າງ​ບ້ານ-ກຸ່ມ​ບ້ານ​ພັດທະນາ ແລະ ວຽກ​ງານ 3 ສ້າງ, ສຸມ​ໃສ່​ຊີ້​ນຳ ​ ຈັດ​ຕັ້ງ​ກຳລັງ​ເຄື່ອນ​ໄຫວ​ແກ້​ໄຂ​ເຂດ​ຫຼໍ່​ແຫຼມສົມທົບ​ກັບ​ບັນດາ​ກະຊວງ ແລະ ຂະແໜງການ​ກ່ຽວຂ້ອງ​ແກ້​ໄຂ​ຄວາມ​ບໍ່​ສະຫງົບ ເພື່ອຮັບ ປະກັນ​ໃຫ້​ມີ​ຄວາມ​ ປອດ​ໄພ, ສືບຕໍ່​ຕິດຕາມ​ເກັບກຳສະພາບການເມືອງ-ແນວ​ຄິດ​ຂອງ​ພະນັກງານ-ນັກຮົບໃນ​ທົ່ວ​ກອງທັບ, ຈັດ​ຕັ້ງ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງພັກ, ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ V, ມະຕິ​ວ່າ​ດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນ​ງານ ແລະ 5 ບຸກທະລຸ ຂອງຄະນະ​ພັກ​ກະຊວງ​ປ້ອງ​ປະເທດ ໃຫ້​ເປັນ​ແຜນ ​ຢ່າງ​ລະອຽດ, ແທດເໝາະ​ກັບ​ໜ້າທີ່​ການເມືອງຂອງກົມ​ກອງ. ໃນ​ນັ້ນ, ໃຫ້​ສຸມ​ໃສ່ດຳເນີນ​ກອງ​ປະຊຸມ​ໃຫຍ່ຂອງພັກ 3 ຂັ້ນໃຫ້​ສຳເລັດ​ຕາມ​ແຜນການ, ເອົາ ໃຈໃສ່​ສ້າງພະລາທິການ​ກັບ​ທີ່​ເປັນຕົ້ນ​ແມ່ນ​ຮັບປະກັນ​ໃຫ້​ໄດ້​ດ້ານ​ສະບຽງ​ອາຫານ, ການຈັດຕັ້ງ​ລ້ຽງ​ດູ​ທັບ, ຮັບປະກັນເງິນເດືອນ-ເງິນ​ກິນ, ເຄື່ອງນຸ່ງ​ຫົ່ມ, ນ້ຳ ມັນ​ເຊື້ອ​ໄຟ, ຢາ​ປົວ​ພະຍາດ, ການ​ຈັດ​ຊື້-ຈັດ​ຫາ, ວຽກ​ງານ​ຂົນ ສົ່ງ, ຍູ້ແຮງການຜະລິດ ແລະ ຂະຫຍາຍ​ເຂດ​ຜະລິດ​ກະສິກຳ​ຂັ້ນ​ກະຊວງ ແລະ ຂອງ​ບັນດາ​ ກົມ​ກອງ ເພື່ອຍົກລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງກອງທະຫານ​ໃຫ້​ດີ​ຂຶ້ນ, ທັງ​ຜະລິດ​ເປັນ​ສິນຄ້າ​ເພື່ອ​ສ້າງ​ລາຍ​ຮັບ​ໃຫ້​ກະຊວງ ແລະ ກົມ​ກອງ, ສູ້​ຊົນ​ສ້າງ​ພື້ນຖານ ​ວັດຖຸ​ເຕັກນິກຮັບປະກັນ​ຮອບດ້ານ, ປັບປຸງ​ລະບົບ​ການຄັງ​ພື້ນຖານ​ອຸດສາຫະກຳປ້ອງກັນ​ຊາດ, ເຂດ​ເຕັກນິກ ແລະ ປະກອບ​ພາຫະນະ​ທີ່​ຈຳເປັນ​ຕາມ​ຄວາມ​ ສາມາດ​ດ້ານ​ງົບປະມານ ພ້ອມ​ທັງ​ເຊື່ອມ​ຊຶມ​ກຳ​ແໜ້ນ ແລະ ປະຕິບັດ​ແນວທາງ​ການ​ຕ່າງປະເທດ​ຂອງ​ພັກ​ໃຫ້​ຖືກຕ້ອງ, ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ກັບ ກອງທັບ​ ຂອງ​ບັນດາ​ປະເທດ​ອ້າຍ​ນ້ອງ​ເພື່ອນ​ມິດ​ຍຸດ​ທະ​ສາດ, ເພື່ອນ​ມິດ​ໃກ້​ຄຽງ ແລະ ໃນ​ໂລກ ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ເສີມ​ສ້າງ​ສັນຕິພາບ, ສະ ຖຽນ​ລະ​ພາບ ແລະ ການ​ຮ່ວມ​ມື​ກັບ​ພາກ​ພື້ນ ແລະ ສາກົນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 24/01/2023