ວປກ ສະຫຼຸບວຽກງານກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ
ວັນທີ 16 ມີນາ 2023 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ສະຫຼຸບຖອດຖອນບົດຮຽນວຽກງານກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023 ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄໍາຫຼ້າ ພັນໄຊຍະສຸກ ກໍາມະ ການຄະນະພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າການເມືອງ ວປກ, ມີບັນດາສະຫາຍກໍາມະການຄະນະປະຈໍາພັກ, ຄະນະພັກ ວປກ, ຄະນະ ພັກຮາກຖານ, ພະນັກງານຫຼັກແຫ່ງ ແລະ ສະມາຊິກພັກເຂົ້າຮ່ວມ.
ໃນກອງປະຊຸມ, ໄດ້ຮັບຟັງການຜ່ານບົດສະຫຼຸບຕີລາຄາການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນປະຈຳປີ 2022, ໂດຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃນຕໍ່ໜ້າ, ຄະນະພັກ ວປກ ຍາມໃດກໍໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ແລະ ຊຸກຍູ້ຂະບວນການກໍ່ສ້າງໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຢູ່ແຕ່ລະຮາກຖານພັກຢ່າງຕໍ່ເນື່ອງ, ບັນດາການຈັດຕັ້ງຮາກຖານພັກ ທົ່ວ ວປກ ກໍໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະ ຕິຄຳສັ່ງຂອງຂັ້ນເທິງ, ຫັນເປັນແຜນການ, ປະຕິບັດຂໍ້ແຂ່ງຂັນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຮັບປະກັນທາງດ້ານຈຳນວນ ແລະ ຄຸນ ນະພາບສູງ, ທົ່ວອົງຄະນະພັກ ວປກ ສາມາດສະເໜີຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນມີ 19 ໜ່ວຍພັກ, ໃນນັ້ນ, ຮັບຮອງ 4 ຄັ້ງຕິດຕໍ່ ກັນມີ 13 ໜ່ວຍພັກຄື: ໜ່ວຍພັກກົມຄົ້ນຄວ້າວິທະຍາສາດການທະຫານ-ການເມືອງ, ໜ່ວຍພັກທີ 2, ທີ 3. ກົມການເມືອງ, ໜ່ວຍພັກທີ 1, ທີ 2, ທີ 3. ກົມອົບຮົມ-ກໍ່ສ້າງ, ໜ່ວຍພັກທີ 2, ທີ 3. ກົມພະລາ-ເຕັກນິກ, ໜ່ວຍພັກທີ 1, ທີ 3.
ຫ້ອງການ ວປກ, ໜ່ວຍພັກອົງການຮັບຜິດຊອບນັກສຶກສາລະບົບບຳລຸງ, ໜ່ວຍພັກອົງການຮັບ ຜິດຊອບນັກສຶກສາລະບົບກໍ່ສ້າງ ແລະ ໜ່ວຍພັກອົງ ການຮັບຜິດຊອບນັກສຶກສາລະບົບພາສາຕ່າງປະເທດ. ຮັບຮອງ 3 ຄັ້ງຕິດຕໍ່ກັນມີ 1 ໜ່ວຍພັກຄື: ໜ່ວຍພັກກອງຮ້ອຍປ້ອງກັນທີ່ຕັ້ງ ແລະ ຮັບຮອງໃໝ່ມີ 5 ໜ່ວຍພັກຄື: ໜ່ວຍພັກຫ້ອງການໂຄງການຫລັກສູດ, ໜ່ວຍພັກຫ້ອງການເໜືອມະຫາ, ໜ່ວຍພັກໂຮງໝໍ 15 ຕຽງ, ໜ່ວຍພັກກອງໂສດ ແລະ ໜ່ວຍ ພັກທີ 4 ຫ້ອງການ ວປກ. ຈາກນັ້ນ, ສະຫາຍ ພົນຕີ ຄໍາຫຼ້າ ພັນໄຊຍະສຸກ ກໍໄດ້ເປັນກຽດມອບໃບຢັ້ງຢືນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ ບັນດາໜ່ວຍພັກດັ່ງກ່າວຢ່າງສົມກຽດ.
ແຫຼ່ງທີ່ມາ:ບົວລາ ສໍລາວັນ
ວັນທີ 22/03/2023