ກະຊວງປ້ອງກັນປະເທດ ສະຫຼຸບວຽກງານກວດກາ ພັກ-ລັດ ທົ່ວກອງທັບ ຄັ້ງທີ VI
ໃນວັນທີ 21 ກຸມພາ 2023 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ກວດກາ ພັກ-ລັດ ທົ່ວກອງທັບ ຄັ້ງທີ VI ໂດຍການເປັນ
ປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະ
ເທດ, ມີບັນດາສະຫາຍກຳມະການສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະກະຊວງປ້ອງກັນປະເທດ, ບັນດາສະຫາຍຫົວໜ້າກົມໃຫຍ່, ຫ້ອງວ່າການ,
ກົມ, ຫ້ອງການ, ຄະນະພັກ-ຄະນະບັນຊາກອງພົນ, ກອງບັນຊາການທະຫານແຂວງ, ວິທະຍາຄານ, ໂຮງຮຽນ, ໂຮງໝໍ, ຫົວໜ່ວຍທຸລະກິດ ຂອງກະຊວງ
ພ້ອມດ້ວຍບັນດາພະນັກງານຫຼັກແຫຼ່ງກະຊວງປ້ອງກັນປະເທດເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ໃຫ້ທິດຊີ້ນຳຕໍ່ກອງປະຊຸມວຽກງານ ກວດກາ ພັກ-ລັດ ທົ່ວກອງທັບ ຄັ້ງທີ VI ກ່ອນອື່ນສະ ຫາຍໄດ້ກ່າວວ່າ: ໂດຍປະຕິບັດຕາມ ລະບອບ-ລະບຽບການ ແລະ ປະຕິບັດຕາມບົດແນະນຳຂອງຄະນະກວດກາສູນກາງພັກກຽ່ວກັບການດຳເນີນກອງປະ ຊຸມສະຫຼຸບວຽກງານກວດກາໄລຍະ 5 ປີ ຂັ້ນຂອງຕົນ. ພ້ອມນັ້ນ, ກໍ່ເປັນການສະຫຼຸບຕີລາຄາຄືນສະພາບການເຄື່ອນໄຫວ, ແບບແຜນວິທີເຮັດວຽກຂອງກະ ຊວງປ້ອງກັນປະເທດເຄື່ອນໄຫວວຽກງານກວດກາ ພັກ-ລັດ ແລະ ຕ້ານການສໍ້ລາດບັງຫຼວງໃນໄລຍະຜ່ານມາຂອງກອງທັບ ເພື່ອເປັນພື້ນຖານໃຫ້ການປັບ ປຸງການຈັດຕັ້ງ, ການເຄື່ອນໄຫວວຽກງານ ແລະ ແບບແຜນວິທີເຮັດວຽກຂອງຄະນະກວດກາແຕ່ລະ ຂັ້ນໃນທົ່ວກອງທັບ ໃຫ້ໜັກແໜ້ນເຂັ້ມແຂງກວ່າເກົ່າ, ຮັບປະກັນຄວາມສາມາດ ແລະ ຄຸນນະພາບຂອງການກວດກາ ພັກ-ລັດ ແລະ ຕ້ານການສໍ້ລາດບັງຫຼວງໃຫ້ສອດຄ່ອງກັບສະພາບ ແລະ ຈຸດພິເສດຂອງກອງ ທັບໃຫ້ເຂົ້າສູ່ລວງເລິກ ແລະ ມີແບບແຜນທີ່ທັນສະໄໝ. ສະນັ້ນ, ໃນກອງປະຊຸມຄັ້ງນີ້ພວກເຮົາຈະໄດ້ພ້ອມກັນຄົ້ນຄວ້າຕີລາຄາການເຄື່ອນໄຫວວຽກງານ ກວດກາ ພັກ-ລັດ ແລະ ວຽກງານຕ້ານການສໍ້ລາດບັງຫຼວງທົ່ວກອງທັບ ໃນໄລຍະ 5 ປີຜ່ານມາ ແລະ ເອກະພາບວຽກຈຸດສຸມໃນ 5 ປີຕໍ່ໜ້າ. ພ້ອມນັ້ນ ກໍຈະໄດ້ຮັບຟັງການເຜີຍແຜ່ບົດສະຫຼຸບການເຄື່ອນໄຫວວຽກງານກວດກາ 5 ປີ (2016-2020) ແລະ ທິດທາງແຜນການ ປີ 2021-2025. ພ້ອມນີ້ ສະຫາຍປະທານຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍຜູ້ແທນຈົ່ງຍົກສູງຄວາມຮັບຜິດຊອບການເມືອງຂອງຕົນເຂົ້າໃນການຄົ້ນຄວ້າ, ປະກອບຄຳເຫັນໃສ່ ເນື້ອໃນກອງປະຊຸມໃຫ້ອຸດົມສົມບູນ, ເລິກເຊິ່ງ, ກຳແໜ້ນເນື້ອໃນຈິດໃຈກອງປະຊຸມ, ເຮັດແນວໃດຜ່ານກອງປະຊຸມເທື່ອນີ້ພວກເຮົາຕ້ອງຖອດຖອນໄດ້ບົດ ຮຽນອັນດີ ແລະ ຊອກວິທີທາງອອກທີ່ມີປະສິດທິຜົນກວ່າເກົ່າ ເພື່ອກໍ່ສ້າງຜົນປະໂຫຍດສູງສຸດໃຫ້ແກ່ກອງທັບ ເວົ້າລວມເວົ້າສະເພາະແມ່ນການສ້າງເງື່ອນ ໄຂອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວດຳເນີນວຽກງານກວດກາ ພັກ-ລັດ ແລະ ການຕ້ານການສໍ້ລາດບັງຫຼວງ ໃຫ້ມີປະສິດທິຜົນໃຫ້ແກ່ກະ ຊວງປ້ອງກັນປະເທດ.
ພ້ອມນີ້, ສະຫາຍ ພົນຈັດຕະວາ ສຸລິນພອນ ຄຳພະຈັນ ຮອງປະທານກວດກາ ພັກ-ລັດ, ຫົວໜ້າກົມກວດກາກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດ
ສະຫຼຸບວຽກງານກວດກາ ພັກ-ລັດ 5 ປີຜ່ານມາ ແລະ ທິດທາງແຜນການວຽກງານກວດກາ ພັກ-ລັດ ທົ່ວກອງທັບ 5 ປີຕໍ່ໜ້າເຊິ່ງໄດ້ໃຫ້ຮູ້ວ່າ: ໃນໄລຍະ 5
ປີຜ່ານມາ ການຈັດຕັ້ງປະຕິບັດວຽກງານກວດກາ ພັກ-ລັດຂອງກອງທັບເຮົາ ແມ່ນປະຕິບັດຕາມແນວທາງແຜນນະໂຍບາຍຂອງພັກ, ມະຕິຄຳສັ່ງຂອງກົມ
ການເມືອງສູນກາງພັກ, ຂໍ້ກຳນົດ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ຂອງກອງທັບເປັນບ່ອນອີງໃຫ້ແກ່ການປັບປຸງການຈັດຕັ້ງ ແລະ ການ
ເຄື່ອນໄຫວປະຕິບັດໜ້າທີ່ຂອງຄະນະກວດກາແຕ່ລະຂັ້ນ. ພາຍໃຕ້ການ ຊີ້ນຳ-ນຳພາ ຢ່າງໃກ້ສິດ ແລະ ອຳນວຍຄວາມສະດວກຈາກຄະນະພັກ, ລັດຖະມົນຕີ
ກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບ, ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນໄດ້ຮັບການຊີ້ນຳທາງດ້ານວິຊາສະເພາະຈາກຄະນະກວດກາສູນ
ກາງພັກ ແລະ ອົງການກວດກາລັດຖະບານ. ດັ່ງນັ້ນຄະນະກວດກາແຕ່ລະຂັ້ນ, ພະນັກງານກວດກາແຕ່ລະສະຫາຍໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນດ້ວຍ
ຄວາມຮັບຜິດຊອບສູງ. ທັງເຮັດທັງຖອດຖອນບົດຮຽນໄປພ້ອມໆກັນ ແລະ ມີຈິດໃຈອົດທົນຜ່ານຜ່າຄວາມຫຍຸ້ງຍາກ ເພື່ອເຮັດສຳເລັດໜ້າທີ່ທີ່ໄດ້ຮັບ
ມອບໝາຍໃຫ້.
ແຫຼ່ງທີ່ມາ: ທອງເພັດ
ວັນທີ 19/10/2022