ກອງປະຊຸມສະຫຼຸບວຽກງານວິທະຍາສາດ-ປະຫວັດສາດ
ການທະຫານ ຄັ້ງທີ IV
ໃນວັນທີ 20-21 ກຸມພາ 2023 ນີ້, ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ເປີດກອງປະຊຸມສະຫຼຸບຕີລາຄາການ
ຈັດຕັ້ງປະຕິບັດວຽກງານ ວິທະຍາສາດ-ປະຫວັດສາດ ການທະຫານ ທົ່ວກອງທັບໃນໄລຍະ 5 ປີ (2017- 2022) ແລະ ວາງທິດທາງແຜນການ 5 ປີ
(2022-2027), ໂດຍການເປັນປະທານຂອງ ສະຫາຍ ພົນໂທ ທອງລອຍ ສິລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງ
ກອງທັບ, ມີຫົວໜ້າກົມ, ຮອງກົມ, ກຳລັງຫຼວງ ແລະ ກໍາລັງທ້ອງຖິ່ນ, ພ້ອມດ້ວຍພະນັກງານ-ວິຊາການເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ຂຶ້ນຜ່ານບົດສະຫຼຸບຕີ
ລາຄາການຈັດຕັ້ງປະຕິບັດວຽກງານ ວິທະຍາສາດ-ປະຫວັດສາດ ການທະຫານ ທົ່ວກອງທັບໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການ 5 ປີ ຕໍ່ໜ້າ,
ເຊິ່ງໄດ້ຍົກໃຫ້ເຫັນວ່າ: ຄະນະນຳກະຊວງປ້ອງກັນປະເທດໃຫ້ຄວາມສຳຄັນຕໍ່ວຽກງານ ວິທະຍາສາດ-ປະຫວັດສາດ ການທະຫານ ທີ່ຢູ່ພາຍໃຕ້ການຊີ້ນຳຢ່າງ
ໃກ້ຊິດໂດຍກົງຂອງສະພາວິທະຍາສາດການທະຫານກະຊວງປ້ອງກັນປະເທດ ເພື່ອອຳນວຍຄວາມສະດວກ, ຊຸກຍູ້ໃຫ້ກົມ ວິທະຍາສາດ-ປະຫວັດສາດ ການ
ທະຫານ ເຄື່ອນໄຫວເຕັມພາລະບົດບາດ ແລະ ໜ້າທີ່ຂອງຕົນ. ຕະຫຼອດໄລຍະ 5 ປີ ທີ່ຜ່ານມາ ໄດ້ເປັນເຈົ້າການເຄື່ອນໄຫວເຮັດວຽກງານວິຊາສະ
ເພາະຢ່າງຕັ້ງໜ້າ ແລະ ສາມາດຍາດໄດ້ຜົນງານຫຼາຍດ້ານອັນທີ່ພົ້ນເດັ່ນແມ່ນກົມ ວິທະຍາສາດ-ປະຫວັດສາດ ການທະຫານ ແລະ ອົງການວິຊາສະເພາະ
ແຕ່ລະຂັ້ນໄດ້ເຊີດຊູຄວາມຮັບຜິດຊອບເປັນເສນາທິການເຄື່ອນໄຫວ ດ້ວຍຄວາມຕັ້ງໜ້າເຮັດວຽກງານ ວິທະຍາສາດ-ປະຫວັດສາດ ການທະຫານ ທົ່ວກອງ
ທັບຍາດໄດ້ຜົນງານດີເດັ່ນເພີ່ມຂຶ້ນຫຼາຍດ້ານ, ຈັດຕັ້ງລະບົບວຽກງານ ວິທະຍາສາດ-ປະຫວັດສາດ ການທະຫານ ແຕ່ຂັ້ນກະຊວງລົງເຖິງກົມກອງ-ທ້ອງ
ຖິ່ນ, ບັນດາວິທະຍາຄານ, ໂຮງຮຽນໃນທົ່ວກອງທັບໄດ້ຕັ້ງໜ້າ ນຳພາ-ຊີ້ນຳ ການເຄື່ອນໄຫວຢ່າງຕັ້ງໜ້າ, ສູ້ຊົນ, ບຸກບືນ, ກ້າຄິດ, ກ້າຄົ້ນຄວ້າ ແລະ
ກ້າຮັບຜິດຊອບຕາມໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ຈາກນ້ັນ ໄດ້ມີການປະກອບຄວາມຄິດເຫັນຂອງແຕ່ລະພາກສ່ວນດ້ວຍບັນຍາກາດ ແລະ
ມີເນື້ອໃນຄົບຖ້ວນ. ພ້ອມນັ້ນຍັງໄດ້ມອບຫຼຽນໄຊ ແລະ ໃບຍ້ອງຍໍໃຫ້ບັນດາກົມກອງທີ່ີຜົນງານດີເດັ່ນໃນການເຮັດສໍາເລັດໜ້າທີ່ດັ່ງກ່າວ.
ໂອກາດດັ່ງກ່າວ, ສະຫາຍ ພົນໂທ ທອງລອຍ ສິລິວົງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານໃນໄລຍະ 5 ປີຜ່ານມາ, ທີ່ກົມ ວິທະຍາສາດ-ປະ
ຫວັດ ການທະຫານ ຍາດມາໄດ້ເຊິ່ງການດຳເນີນກອງປະຊຸມສະຫຼຸບຕີລາຄາວຽກງານ ວິທະຍາສາດ-ປະຫວັດສາດ ການທະຫານ ທົ່ວກອງທັບ ຄັ້ງນີ້ແມ່ນມີ
ຄວາມສຳຄັນຢ່າງຍິ່ງ, ເພາະໄດ້ສະແດງໃຫ້ເຫັນເຖິງການເອົາໃຈໃສ່ ນຳພາ-ຊີ້ນຳ ຂອງຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ, ຕະຫຼອດຮອດບັນດາພະແນກການ
ຢູ່ອົງການ, ກົມກອງທ້ອງຖິ່ນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ແລະ ເພື່ອຍົກສູງບົດບາດວຽກງານດັ່ງກ່າວໃຫ້ສອດຄ່ອງກັບເງື່ອນໄຂຍຸກສະໄໝໃນ
ປັດຈຸບັນ ແລະ ຍາວນານທັງເປັນການປະກອບສ່ວນພັດທະນາກອງທັບປະຊາຊົນລາວໃຫ້ເປັນກອງທັບປະຕິວັດທີ່ມີແບບແຜນທັນສະໄໝ.
ແຫຼ່ງທີ່ມາ:ບຸນຊ້ອຍ
ວັນທີ 21/02/2023