ກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດທົ່ວປະເທດ
ປະຈຳປີ 2022
ວັນທີ 17 ກຸມພາ 2023 ນີ້, ທີ່ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດທົ່ວປະເທດ ປະຈຳປີ 2022 ໂດຍການ
ເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານຄະນະກຳມະການ
ຄຸ້ມຄອງໄພພິບັດຂັ້ນສູນກາງ, ມີທ່ານລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານ
(ຜູ້ປະຈຳການ) ຄະນະກຳມະການຄຸ້ມຄອງ
ໄພພິບັດຂັ້ນສູງກາງ, ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ພ້ອມດ້ວຍກອງ
ເລຂາຄະນະກຳມະການຄຸ້ມຄອງໄພພິບັດ
ຂັ້ນສູງກາງ ແລະ ຂັ້ນແຂວງ ເຂົ້າຮ່ວມ.
ທ່ານ ວົງຄຳ ພັນ ທະນຸວົງ ຫົວໜ້າກົມສັງຄົມສົງເຄາະ ຫົວໜ້າກອງເລຂາ ຄະນະກຳມະການຄຸມຄອງໄພພິບັດຂັ້ນສູນກາງໄດ້ຜ່ານບົດສະຫຼຸບການ ຈັດຕັ້ງ
ປະຕິບັດວຽກງານຄຸ້ມຄອງໄພພິບັດ ປະຈຳປີ 2022 ແລະ ທິດທາງແຜນການປີ 2023, ເຊິ່ງໃນໄລຍະ 1 ປີຜ່ານມາ ໄດ້ມີເຫດການໄພພິບັດເກີດຂຶ້ນໃນ
ຂອບເຂດທົ່ວປະເທດ ໂດຍສະເພາະໄພພິບັດທາງດ້ານລົມພາຍຸພັດ, ໄຟໄໝ້, ຟ້າຜ່າ, ນ້ຳຖ້ວມ ແລະ ສັດຕູພືດລະບາດ ເຊິ່ງລວມແລ້ວໄພພິບັດທີ່ເກີດ
ຂື້ນໃນປີ 2022 ນີ້ ມີທັງໝົດ 96 ຄັ້ງ, ສົ່ງຜົນກະທົບໂດຍກົງໃຫ້ແກ່ 18 ແຂວງ, ຈຳນວນ 142 ເມືອງ, ລວມ 1.162 ບ້ານ, 47.513 ຄອບຄົວ,
222.302 ຄົນ ບາດເຈັບ 10 ຄົນ, ເສຍຊີວິດ 10 ຄົນ, ເນື້ອທີ່ທຳການຜະລິດເສຍຫາຍ 17.013,76 ເຮັກຕ້າ, ໜອງປາ 1.883 ແຫ່ງ, ສັດລ້ຽງ
110.744 ໂຕ, ຊົນລະປະທານ ແລະ ຄອງເໝືອງ 5.767 ແຫ່ງ, ເສັ້ນທາງເສຍຫາຍ 981 ເສັ້ນ, ຂົວ 96 ແຫ່ງ, ເສົາໄຟຟ້າ 570 ຕົ້ນ, ໂຮງຮຽນ 44
ແຫ່ງ, ນ້ຳລິນ 23 ແຫ່ງ, ໂຮງໝໍ ແລະ ສຸກສາ ລາ 11 ແຫ່ງລວມມູນຄ່າເສຍຫາຍທີ່ສົ່ງຜົນກະທົບໃຫ້ແກ່ທາງດ້ານສັງຄົມ, ການຜະລິດ ແລະ ພື້ນຖານ
ໂຄງລ່າງລວມມູນຄ່າເສຍຫາຍທັງໝົດ 1.359 ຕື້ກວ່າກີບ. ໄດ້ຮັບຜົນກະທົບຈາກພາຍຸ 3 ຫົວຄື: ພາຍຸ MULAN, ພາຍຸມາອອນ MA-ON ແລະ ພາຍຸ NORU ເຊິ່ງປະຊາຊົນ ໄດ້ຮັບຜົນກະທົບ ລວມມີ 16 ແຂວງ ມີ 119 ເມືອງ, 1.141 ບ້ານ, 47.161 ຄອບຄົວ, 221.061 ຄົນ, ຍິງ 109.076 ຄົນ,
ບາດເຈັບ 10 ຄົນ, ເສຍຊີວິດ 10 ຄົນ ແລະ ທາງດ້ານສັງຄົມ, ການຜະລິດ ແລະ ພື້ນຖານໂຄງລ່າງ ໄດ້ຮັບຜົນກະທົບຢູ່ 3 ແຂວງ ລວມມູນຄ່າເສຍຫາຍ
1.300 ຕື້ກວ່າກີບ. ສຳລັບທິດແຜນການປີ 2023 ຈະເພີ່ມທະວີວຽກງານປ້ອງກັນ, ການຄວບຄຸມ ແລະ ການຟື້ນຟູຫຼັງໄພພິບັດຕ່າງໆ ໃຫ້ມີຄວາມເຂັ້ມ
ແຂງ ແລະ ສາມາດປະຕິບັດວຽກງານໄດ້ຢ່າງມີປະສິດທິຜົນ.
ໂອກາດນີ້, ສະຫາຍປະທານກອງປະຊຸມກໍໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ແມ່ນເພື່ອສືບຕໍ່ຮ່ວມກັນປຶກສາຫາລື, ແລກປ່ຽນຄວາມຄິດເຫັນຊອກຫາວິທີທາງ ໃນການແກ້ໄຂບາງບັນຫາທີ່ຍັງຄົງຄ້າງ ແລະ ສິ່ງທ້າທາຍດັ່ງກ່າວ ເພື່ອເອກະພາບຈັດຕັ້ງປະຕິບັດ ໃນປີ 2023 ໃຫ້ໄດ້ຮັບໝາກຜົນດີຂຶ້ນກວ່າເກົ່າ, ການກຳ ນົດຮັບຮອງເອົາແຜນກຽມພ້ອມຕອບໂຕ້ໄພພິບັດປີ 2023 ແລະ ການເອກະພາບໃນວິທີການຕ່າງໆໃນການສ້າງກອງທຶນໃຫ້ເປັນຮູບປະທຳໄດ້ໂດຍສະເພາະ ການເປີດບັນຊີກອງທຶນ ແລະ ແຫຼ່ງງົບປະມານຕ່າງໆ ທີ່ຈະເຂົ້າມາໃສ່ກອງທຶນຄຸ້ມຄອງໄພພິບັດຂອງພວກເຮົາ ເພື່ອເຮັດໃຫ້ບັນດາເອກະສານ ທີ່ຜ່ານກອງປະ ຊຸມໃນມື້ນີ້ມີຄວາມສົມບູນຄົບຖ້ວນ.
ແຫຼ່ງທີ່ມາ: ວິໄລພອນ
ວັນທີ 20/02/2023