ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງ​ປ້ອງ​ກັນ​ປະເທດ​ ສະຫຼຸບ​ຜົນສຳເລັດວຽກງານປ້ອງກັນ ແລະ ​ການ​ເຂົ້າ​ຮ່ວມ​ງານ​ມະຫະກຳ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ XI


    ໃນ​ວັນ​ທີ 16 ມັງກອນ 2023 ນີ້, ຢູ່​ສະໂມສອນ​ກົມ​ໃຫຍ່​ການເມືອງ​ກອງທັບ ກະຊວງ​ປ້ອງ​ກັນ​ປະເທດ​ໄດ້​ສະຫຼຸບ​ຜົນສຳເລັດ​ການ​ເຂົ້າ​ຮ່ວມງານມະຫະ ກຳກິລາ ແລະ ວຽກງານປ້ອງກັນໃນງານມະຫະກຳກິລາ​ແຫ່ງ​ຊາດ​ຄັ້ງ​ທີ XI, ໂດຍການ​ເປັນ​ປະທານຂອງ​ ສະຫາຍ ພົນເອກ ຈັນ​ສະໝອນ ຈັນ​ຍາ​ລາດ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະ​ຊວງ​​ປ້ອງ​ກັນ​ປະເທດ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ກົມ, ຫ້ອງການ, ກອງ ແລະ ນັກກີລາ​ເຂົ້າ​ຮ່ວມ.

     ສະຫາຍ ພົນ​ຕີ ພັນແສງ ບຸນ​ພັນ ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາທິ​ການ​ກອງທັບ ໄດ້​ຂຶ້ນ​ຜ່ານ​ສະຫຼຸບ​ຜົນສຳເລັດ​ ແລະ ຖອດຖອນບົດຮຽນການ​ເຂົ້າ​ຮ່ວມ ​ການ​ແຂ່ງຂັນ​ກິລາ ແລະ ວຽກ​ງານ​ປ້ອງ​ກັນກິລາ​ແຫ່ງ​ຊາດ ​ຄັ້ງ​ທີ XI ຊຽງ​ຂວາງ​ເກມ ເຊິ່ງ​ສະຫາຍ​ໄດ້​ຍົກ​ໃຫ້​ເຫັນການຈັດຕັ້ງ​ປະຕິບັດ​ໃນ​ການ​ເຂົ້າ​ຮ່ວມ​ຊຽ ​ຂວາງ​ເກມໃນ​ຄັ້ງ​ນີ້, ນັບ​ແຕ່​ໄລຍະ​ກະກຽມ, ໄລຍະ​ເຂົ້າຮ່ວມ​ການ​ແຂ່ງຂັນ​ຕົວ​ຈິງ​ຂອງ​ກິລາ​ແຕ່​ລະ​ປະເພດ​ຈົນ​ສຳເລັດ ເຊິ່ງ​ພວກ​ເຮົາ​ສາມາດ​ຕີ​ລາຄາ​ສະຫຼຸບ​ ສັງ​ລວມ​ໄດ້​ດ້ານ​ດີ, ດ້ານ​ອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນ​ທີ່​ຖອດ​ຖອນ​ໄດ້ຄື​ດັ່ງ​ລຸ່ມ​ນີ້: ເມື່ອ​ໄດ້​ຮັບ​ແຈ້ງ​ການ​ຈາກ​ເຈົ້າແຂວງ ແຂວງ​ຊຽງ​ຂວາງ ປະທານ​ຈັດ ການ​ແຂ່ງຂັນ​ງານ​ມະ​ກຳກິລາ​ແຫ່ງຊາດ ຄັ້ງ​ທີ XI ແລະ ການ​ຕົກລົງ​ເຫັນ​ດີ​ຂອງ​ຄະນະ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ, ກົມ​ອົບຮົມ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ໃນ​ນາມ​ຜູ້​ຮັບຜິດຊອບ​ດ້ານ​ເນື້ອ​ໃນ​ ພາຍຫຼັງ​ໄດ້​ຮັບ​ການ​ມອບ​ໃຫ້​ຄະນະ​ຊີ້​ນຳແລ້ວ​ກໍ​ໄດ້​ສ້າງ​ແຜນ​ການ​ອັນ​ລະອຽດ ແລະ ໄດ້​ລົງ​ກວດກາ​ຊີ້​ນຳ ແລະ ສົມທົບ ​ກັບ​ກອງ​ກິລາ​ກອງທັບ ເພື່ອ​ຈັດ​ຕັ້ງ​ການ​ຫັດ​ແອບ​ເຝິກ​ຊ້ອມ​ຄັດ​ເລືອກ​ເອົາ​ນັກກິລາ​ທີ່​ດີເດັ່ນ ເພື່ອ​ການ​ກະກຽມ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ງານ​ມະ​ຫະກຳ​ກິລາແຫ່ງ ​ຊາດ ຄັ້ງ​ທີ XI ຕາມແຜນການ. ຄຽງ​ຄູ່​ກັນ​ນັ້ນ ພວກ​ເຮົາ​ໄດ້​ຕົກລົງ​ແຕ່ງຕັ້ງ​ຜູ້​ຈັດການ​ທິມ, ຄູ​ເຝິກ ແລະ ນັກ​ກິລາແຕ່​ລະ​ປະເພດ​ທີ່​ຈະ​ເຂົ້າຮ່ວມ​ກິລາ​ກະຊວງ​ ປ້ອງ​ກັນ​ປະເທດ ພວກ​ເຮົາ​ຈຶ່ງ​ໄດ້​ແຕ່ງຕັ້ງ​ຄະນະ​ກຳມະການ​ຈັດການ​ແຂ່ງຂັນ​ເຂົ້າ​ຮ່ວມ ຈຳນວນ 16 ຊະນິດ​ກິລາ, ມີ​ນັກ​ກິລາ​ເຂົ້າ​ຮ່ວມ​ທັງ​ໝົດ 259 ສະ ຫາຍ, ຜ່ານ​ການ​ເຂົ້າ​ຮ່ວມ​ແຂ່ງຂັນ​ຕົວ​ຈິງ​ທິມ​ນັກ​ກິລາ​ກອງທັບ ສາມາດ​ສ້າງ​ໄດ້​ຫຼຽນ​ຄຳ 51 ຫຼຽນ, ຫຼຽນ​ເງິນ 49 ຫຼຽນ ແລະ ຫຼຽນ​ທອງແດງ 36 ຫຼຽນ ລວມ​ທັງ​ໝົດ 136 ຫຼຽນ ແລະ ໄດ້​ອັນ​ດັບ​ທີ 3 ຂອງ​ການ​ແຂ່ງຂັນ​ໃນ​ງານ​ມະ​ຫະ​ກຳ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ XI, ສ່ວນ​ວຽກ​ງານ​ປ້ອງ​ກັນ​ໂດຍ​ປະຕິບັດ​ຕາມ​ ທິດ​ຊີ້​ນຳ​ຂອງ​ຄະນະ​ກຳມະການ ​ປກຊ-​ປກສ ສູນ​ກາງ, ຄະນະ​ຊີ້​ນຳ​ລະດັບ​ຊາດ ແລະ ຄະນະ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ​ຮັກສາ​ ຄວາມ​ສະຫງົບ​ໃນ​ງານ​ມະ​ຫະ​ກຳ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ XI ໄດ້​ດຳເນີນ​ໄປ​ດ້ວຍ​ຜົນສຳເລັດ. ຜ່ານ​ການຈັດຕັ້ງ​ປະຕິບັດ​ໜ້າທີ່​ປ້ອງ​ກັນ​ຄັ້ງ​ນີ້​ພວກ​ເຮົາ​ສາມາດ ​ຕີ​ລາ​ໄດ້​ຄື: ພາຍຫຼັງ​ທີ່​ໄດ້​ຮັບ​ຄຳ​ສັ່ງ​ຈາກ​ຂັ້ນ​ເທິງ, ຄະນະ​ຮັບຜິດຊອບ​ຊີ້​ນຳ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຄົ້ນ​ຄ້ວ​​າ​ເຊື່ອມ​ຊຶມ, ກຳນົດ​ບາງ​ວຽກ​ທີ່​ຈະ​ຕ້ອງ​ໄດ້​ຈັດ​ຕັ້ງ​ປະ ຕິບັດ, ມອບ​ໝາຍ​ໜ້າທີ່​ໃຫ້​ແຕ່​ລະ​ພາກສ່ວນ​ທີ່​ມີ​ຄວາມ​ຮັບ​ຜິດຊອບ, ຊີ້​ນຳ​ບັນດາ​ກົມ​ກອງທ້ອງຖິ່ນກະກຽມ​ສ້າງ​ແຜນການ, ກະກຽມ​ກຳລັງ ແລະ ພາຫະນະ ​ ເພື່ອ​ຮັບປະກັນ​ໃຫ້​ແກ່​ການຈັດຕັ້ງ​ປະຕິບັດ​ແຜນການ. ໃນ​ນີ້, ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ນຳ​ໃຊ້​ກຳລັງ​ເຂົ້າ​ໃນ​ວຽກ​ງານ​ປ້ອງ​ກັນ​ທັງ​ໝົດ 1.538 ສະຫາຍ, ເຊິ່ງ​ມາ​ຈາກ​ກຳລັງ​ຫຼວງ 485 ສະຫາຍ ແລະ ກຳລັງ​ທ້ອງ​ຖິ່ນ 1.053 ສະຫາຍ. ຜ່ານ​ການຈັດຕັ້ງ​ປະຕິບັດ​ຕົວຈິງພະນັກງານ-ນັກຮົບ​ທີ່​ເຮັດ​ໜ້າທີ່​ປ້ອງ​ກັນ​ງານ ​ ມະຫະ​ກຳ​ກິລາແຫ່ງ​ຊາດ ຄັ້ງ​ທີ XI ລ້ວນ​ແຕ່​ໄດ້​ເອົາໃຈໃສ່​ຢ່າງ​ຕັ້ງໜ້າ​ສາມາດ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ຕົນ ດັ່ງນັ້ນ​ມາ​ຮອດ​ມື້ນີ້​ກະຊວງ​ປ້ອງ​ກັນ​ປະ ເທດ​ຈຶ່ງ​ໄດ້​ຕົກລົງ​ປະດັບ​ຫຼຽນ​ໄຊ ແລະ ຍ້ອງ​ປະເທດ​ຕ່າງໆ​ໃຫ້​ບຸກຄົນ ແລະ ກົມ​ກອງ​ລວມ​ໝູ່​ຄື: ປະດັບ​ຫຼຽນ​ໄຊ​ພິລະ​ອາດ​ຫານ​ຊັ້ນ III ໃຫ້​ກົມ​ກອງ​ລວມ​ໝູ່ 53 ກົມ​ກອງ, ໃບ​ຍ້ອງຍໍ​ກົມ​ໃຫຍ່​ການເມືອງ​ກອງທັບ​ກົມ​ກອງ​ລວມ​ໝູ່ 3 ໃບ, ປະດັບ​ຫຼຽນ​ໄຊ​ພິລະ​ອາດ​ຫານ​ຊັ້ນ III ໃຫ້​ບຸກຄົນ 379 ສະຫະຍ, ມອບ​ໃບ​ ຍ້ອງຍໍ​ກະຊວງ​ປ້ອງ​ກັນ​ປະເທດ​ໃຫ້​ບຸກຄົນ 85 ສະຫາຍ, ໃບຍ້ອງຍໍ​ກົມ​ໃຫຍ່​ການເມືອງ​ກອງທັບ​ບຸກຄົນ 558 ໃບ. ພ້ອມ​ນີ້, ຍັງ​ໄດ້​ປະດັບ​ຫຼຽນ​ໄຊ​ພິລະ​ ອາດ​ຫານ​ຊັ້ນ III ແລະ ໃບ​ຍ້ອງຍໍ​ກະຊວງ​ປ້ອງ​ກັນ​ປະເທດ​ໃຫ້​ແກ່ບັນດາ​ບໍລິສັດ​ທີ່​ໃຫ້ການ​ສະໜັບສະໜູນ. ໃນ​ນີ້, ປະດັບ​ຫຼຽນ​ໄຊ​ພິລະ​ອາດ​ຫານ​ຊັ້ນ III ໃຫ້ 4 ບໍລິສັດ ແລະ ໃບ​ຍ້ອງຍໍ​ກະຊວງ​ປ້ອງ​ກັນ​ປະເທດ​ໃຫ້ 8 ບໍລິສັດ​ນຳ​ອີກ.

ແຫຼ່ງທີ່ມາ: ຄຳປ໋ອກ
ວັນທີ 17/01/2023