ບໍລິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ ຈຳກັດ ມອບເງິນພັນທະ ໃຫ້ກະຊວງປ້ອງກັນປະເທດ
ວັນທີ 12 ມັງກອນ 2022 ນີ້, ບໍລິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ ຈຳກັດ ໄດ້ມອບເງິນພັນທະປະຈຳປີ 2023 ໃຫ້ກະຊວງປ້ອງກັນປະເທດ ຈຳນວນ 1 ຕື້
ກີບ, ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ,
ກ່າວມອບໂດຍ ທ່ານ ນາງ ສີລິວັນ ປັດທຳມະວົງ ຮອງອຳນວຍການ ບໍລິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ ຈຳກັດ ກ່າວຮັບໂດຍ ທ່ານ ພົນຈັດຕະວາ
ຄຳມ່ວນ
ເລືອງວັນຫຼ້າ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ມີພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ທ່ານ ນາງ ສີລິວັນ ປັດທຳມະວົງ ໄດ້ກ່າວໃຫ້ຮູ້ວ່າ: ການມອບເງິນອຸປະຖຳໃຫ້ກອງທັບໃນຄັ້ງນີ້, ເປັນການປະກອບສ່ວນຊຸກຍູ້ວຽກງານປ້ອງກັນຊາດ ກໍຄືວຽກງານວິຊາສະເພາະຂອງກະຊວງປ້ອງກັນປະເທດ ພ້ອມທັງເປັນການສະແດງຄວາມຂອບໃຈທີ່ກອງທັບ ໄດ້ໃຫ້ການສະໜັບສະໜູນຊຸກຍູ້ຊ່ວຍໜູນ ບໍລິສັດໂດຍຕະຫຼອດມາ.
ໂອກາດດັ່ງກ່າວ ທ່ານ ພົນຈັດຕະວາ ຄຳມ່ວນ ເລືອງວັນຫຼ້າ ກໍໄດ້ກ່າວສະແດງຄວາມຂອບໃຈມາຍັງ ບໍລິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ ຈຳກັດ ທີ່ໄດ້ນຳ ເອົາວັດຖຸປັດໄຈດັ່ງກ່າວ ມາປະກອບສ່ວນຊ່ວຍຊຸກຍູ້ວຽກງານວິຊາສະເພາະຂອງກອງທັບ ທີ່ເປັນການປະກອບສ່ວນອັນສຳຄັນ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາເງິນຈຳນວນດັ່ງກ່າວໄປໝູນໃຊ້ເຂົ້າໃນວຽກງານຂອງກອງທັບ ໃຫ້ຖືກເປົ້າໝາຍ ແລະ ເກີດປະໂຫຍດສູງສຸດ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 16/01/2023