ປະທານສະພາແຫ່ງຊາດລາວ ພົບປະກັບ ນາຍົກລັດຖະມົນຕີ ກຳປູເຈຍ
ໃນຕອນບ່າຍຂອງວັນທີ 13 ກຸມພາ 2023, ທີ່ສະພາແຫ່ງຊາດ, ພະນະທ່ານ ປອ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ
ໄດ້ພົບປະກັບ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ, ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກ ກຳປູເຈຍ, ໃນໂອກາດເດີນທາງມາຢ້ຽມຢາມ
ສປປ ລາວ ຢ່າງເປັນທາງການ ໃນວັນທີ 13-14 ກຸມພາ 2023. ໃນໂອກາດນີ້, ພະນະທ່ານ ປະທານສະພາແຫ່ງຊາດ ປອ ໄຊສົມພອນ ພົມວິຫານ ໄດ້ສະ
ແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ຂອງສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ແລະ ຄະນະ
ໃນຄັ້ງນີ້, ເຊິ່ງໄດ້ນຳເອົາໄມຕີຈິດມິດຕະພາບອັນອົບອຸ່ນຂອງພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນກຳປູເຈຍ ມາສູ່ພັກ, ລັດຖະບານ, ສະພາ
ແຫ່ງຊາດ ແລະ ປະຊາຊົນລາວບັນດາເຜົ່າທັງເປັນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນແບບຄູ່ຮ່ວມ
ຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກຳປູເຈຍ ໃຫ້ນັບມື້ນັບໄດ້ຮັບການພັດທະນາຍິ່ງໆຂຶ້ນ. ພ້ອມ
ນີ້, ພະນະທ່ານ ປອ ໄຊສົມພອນ ພົມວິຫານ ກໍໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງ ພະບາດສົມເດັດ ໂນໂຣດົມ ສີຫາໂມນີ, ພະມະຫາກະສັດ; ສົມເດັດ
ອັກຄະມະຫາ ໂປເຢຍ ຈັກກຼີ ເຮັງຊຳຣິນ, ປະທານສະພາແຫ່ງຊາດ ແລະ ສົມເດັດ ວິບູນ ເສນາ ພັກດີ ຊາຍຊຸມ, ປະທານສະພາສູງແຫ່ງຣາຊະອານາຈັກ ກຳປູ
ເຈຍ; ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດອັນໃຫຍ່ຫຼວງຮອບດ້ານ ທີ່ປະຊາຊົນກຳປູເຈຍອ້າຍນ້ອງຍາດມາໄດ້ ໂດຍພາຍໃຕ້ການນຳ
ພາອັນເດັດດ່ຽວໜຽວແໜ້ນຂອງ ພັກປະຊາຊົນ ແລະ ລັດຖະບານກຳປູເຈຍ, ພິເສດແມ່ນຜົນສຳເລັດຂອງການເລືອກຕັ້ງສະພາຕາແສງ ຊຸດທີ V ໃນປີ
2022 ຜ່ານມາ, ເຊິ່ງພັກປະຊາຊົນກຳປູເຈຍ ໄດ້ຮັບໄຊຊະນະຢ່າງຖ້ວມລົ້ນກໍຄື ຜົນສຳເລັດຂອງການເປັນປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40
ແລະ 41 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ລວມທັງກອງປະຊຸມໃຫຍ່ ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 43, ອັນເປັນ
ການເຊີດຊູຖານະບົດບາດຂອງ ກຳປູເຈຍ ໃຫ້ສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ; ພ້ອມທັງໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງ
ສົມເດັດ ຮຸນເຊນ, ກຳປູເຈຍ ຈະໄດ້ຮັບຜົນສຳເລັດຢ່າງຈົບງາມໃນການເປັນເຈົ້າພາບຈັດງານກິລາຊີເກມ ໃນເດືອນພຶດສະພາ ແລະ ການເລືອກຕັ້ງສະມາ
ຊິກສະພາແຫ່ງຊາດ ຊຸດທີ VII ໃນເດືອນກໍລະກົດ 2023 ທີ່ຈະມາເຖິງນີ້.
ພ້ອມດຽວກັນນັ້ນ, ພະນະທ່ານ ປະທານສະພາແຫ່ງຊາດລາວ ກໍໄດ້ແຈ້ງຜົນສຳເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 4 ໃນເດືອນທັນວາ 2022
ຜ່ານມາທີ່ໄດ້ພິຈາລະນາ ແລະ ຮັບຮອງເອົາຫຼາຍບັນຫາທີ່ສຳຄັນຂອງຊາດ; ໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງການປຶກສາຫາລືຮ່ວມລະຫວ່າງ ສອງນາຍົກລັດ
ຖະມົນຕີ ລາວ-ກຳປູເຈຍ, ເຊິ່ງສາມາດຕົກລົງຫຼາຍບັນຫາຮ່ວມກັນ ເພື່ອສົ່ງເສີມການພົວພັນທີ່ດີ ແລະ ການຮ່ວມມືທີ່ເປັນໝາກຜົນ ໃຫ້ແກ່ສອງປະເທດ;
ໄດ້ສະແດງຄວາມຍ້ອງຍໍຊົມເຊີຍທີ່ສອງລັດຖະບານໄດ້ຮ່ວມກັນລົງນາມ ສົນທິສັນຍາ ວ່າດ້ວຍການປັກຫຼັກໝາຍຊາຍແດນທີ່ສຳເລັດການສຳຫຼວດຮ່ວມ
ກັນແລ້ວ 86% ແລະ ແຜນປະຕິບັດງານຮ່ວມ ສຳລັບການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ, ເຊິ່ງເປັນເອກະສານທີ່ມີ
ຄວາມໝາຍສຳຄັນທາງດ້ານປະຫວັດສາດຂອງສອງປະເທດ. ໃນຕອນທ້າຍ, ພະນະທ່ານ ປອ ໄຊສົມພອນ ພົມວິຫານ ໄດ້ຕາງໜ້າໃຫ້ສະພາແຫ່ງຊາດ,
ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງພັກປະຊາຊົນກຳປູເຈຍ, ລັດຖະບານ, ລັດຖະສະພາ ແລະ ປະຊາຊົນ
ກຳປູເຈຍ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫຼືອຢ່າງໃຫຍ່ຫຼວງ ແກ່ພັກ, ລັດຖະບານ, ສະພາແຫ່ງຊາດ ກໍຄືປະຊາຊົນລາວບັນດາເຜົ່າຕະ
ຫຼອດໄລຍະທີ່ຜ່ານມາ. ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນແບບຄູ່ຮ່ວມຍຸດທະສາດ
ຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງສອງປະເທດ ລາວ-ກຳປູເຈຍ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກ, ເວົ້າສະເພາະການພົວພັນ
ຮ່ວມມືລະຫວ່າງ ສະພາແຫ່ງຊາດລາວ ແລະ ລັດຖະສະພາກຳປູເຈຍ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ໂດຍໄດ້ມີການແລກປ່ຽນຄະນະຜູ້ແທນ,
ແລກປ່ຽນຂໍ້ມູນຂ່າວສານ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ ແລະ ຂໍ້ຕົກລົງຂອງຂອງປະເທດ, ພ້ອມທັງມີການຮ່ວມມື ແລະ ສະໜັບ
ສະໜູນເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ. ໃນຂະນະດຽວກັນ, ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ກໍໄດ້ສະ
ແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງສະພາບການພົ້ນເດັ່ນຂອງການພັດທະນາເສດຖະກິດ-ສັງຄົມຂອງກຳປູເຈຍໂດຍຫຍໍ້, ພ້ອມ
ທັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືທີ່ມີມາແຕ່ດົນນານຖານບ້ານໃກ້ເຮືອນຄຽງ ແລະ
ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງສອງປະເທດ ລາວ-ກຳປູເຈຍ ທີ່ໄດ້ຮັບການເສີມຂະຫຍາຍເປັນກ້າວໆ
ຕະຫຼອດມາ.
ພ້ອມດຽວກັນນີ້, ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ກໍໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍ ເຫຼືອສປປ ລາວ ໃນຕໍ່ໜ້າໂດຍສະເພາະແມ່ນ ການເປັນເຈົ້າພາບຈັດກອງປະຊຸມສຸດຍອດລັດຖະສະພາ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ ໃນທ້າຍປີ 2023, ກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມ AIPA ໃນປີ 2024. ພ້ອມນັ້ນ, ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ຍັງໄດ້ແຈ້ງໃຫ້ ຊາບ ກ່ຽວກັບການກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ VII ທີ່ຈະຈັດຂຶ້ນໃນເດືອນກໍລະກົດ 2023 ທີ່ຈະມາເຖິງນີ້ ແລະ ພາຍຫຼັງການເລືອກ ຕັ້ງ 60 ວັນ ສະພາແຫ່ງຊາດຊຸດເກົ່າຈະໝົດວາລະ. ໃນວັນດຽວກັນ, ພະນະທ່ານ ປອ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ກໍໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ພະນະທ່ານ ເຕບ ໂງ່, ຮອງປະທານສະພາສູງ (ຜູ້ທີ 2) ແຫ່ງ ຣາຊະອານາຈັກ ກຳປູເຈຍ.
ແຫຼ່ງທີ່ມາ: ກົມການຂ່າວ ກະຊວງການຕ່າງປະເທດ
ວັນທີ 15/02/2023