ປະທານປະເທດເຮົາ ຕ້ອນຮັບນາຍົກລັດຖະມົນຕີແຫ່ງ
ຣາຊະອານາຈັກ ກຳປູເຈຍເຂົ້າຢ້ຽມຂ່ຳນັບ
ໃນວັນທີ 13 ກຸມພາ 2023 ນີ້, ທີ່ທຳນຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າ
ຢ້ຽມຂ່ຳນັບຂອງ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກ ກຳປູເຈຍ ພ້ອມຄະນະ, ໃນໂອກາດເດີນທາງ
ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 13-14 ກຸມພາ 2023. ໂອກາດນີ້, ທ່ານ ປະທານປະເທດ ທອງລຸນ ສີສຸລິດ
ໄດ້ສະແດງ
ຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ນາຍົກລັດຖະມົນຕີ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ແລະ ຄະນະຜູ້ແທນທີ່ເດີນທາງມາຢ້ຽມຢາມ
ສປປ ລາວ ຢ່າງເປັນທາງການໃນຄັ້ງນີ້, ເຊິ່ງເປັນການປະ ກອບສ່ວນສຳຄັນໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການ
ຮ່ວມມືອັນດີຖານບ້ານໃກ້ເຮືອນຄຽງ ທີ່ມີມາແຕ່ດົນນານລະຫວ່າງສອງປະເທດ ລາວ-ກຳປູເຈຍ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ພ້ອມນີ້, ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງການເປັນປະທານອາຊຽນຂອງກຳປູເຈຍ ໃນປີ 2022 ແລະ ການເລືອກຕັ້ງ ສະພາຕາແສງຊຸດທີ V ໃນວັນທີ 5 ມີຖຸນາ 2022 ທີ່ຜ່ານມາ, ເຊິ່ງພັກປະຊາຊົນກຳປູເຈຍ ໄດ້ຮັບໄຊຊະນະອັນໃຫຍ່ຫຼວງ, ສະແດງໃຫ້ເຫັນເຖິງຄວາມ ເຊື່ອໝັ້ນ ແລະ ຄວາມສັດທາຂອງປະຊາຊົນກຳປູເຈຍ ທີ່ມີຕໍ່ພັກປະຊາຊົນກຳປູເຈຍຕະຫຼອດໄລ ຍະທີ່ຜ່ານມາກໍຄືປັດຈຸບັນ ເຊິ່ງໄດ້ນຳເອົາການພັດທະນາ, ຄວາມຈະເລີນກ້າວໜ້າມາສູ່ປະເທດຊາດ ເຮັດໃຫ້ທົ່ວປະເທດ ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດ ການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງດີຂຶ້ນເປັນກ້າວໆ, ບົດບາດອິດທິພົນຊື່ສຽງຂອງກຳປູເຈຍ ນັບມື້ໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ. ພ້ອມດຽວກັນນີ້, ທ່ານ ປະທານປະເທດ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງການພົບປະປຶກສາຫາລືຮ່ວມກັນລະ ຫວ່າງ ສອງນາຍົກລັດຖະມົນຕີ ລາວ-ກຳປູເຈຍ, ເຊິ່ງເຫັນວ່າສາມາດຕົກລົງຫຼາຍບັນຫາຮ່ວມກັນ, ໃນນັ້ນແມ່ນການຮ່ວມລົງນາມສົນທິສັນຍາ ວ່າດ້ວຍ ເສັ້ນຊາຍແດນທີ່ໄດ້ສຳເລັດການປັກຫຼັກໝາຍສຳເລັດ 86%, ເຊິ່ງເປັນເອກະສານສຳຄັນ ແລະ ເປັນພື້ນຖານໃຫ້ແກ່ການສືບຕໍ່ແກ້ໄຂບັນຫາເສັ້ນຊາຍແດນ ທີ່ຍັງເຫຼືອບົນພື້ນຖານມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ປະຊາຊົນສອງຊາດ ລາວ-ກຳປູເຈຍ. ນອກນີ້, ຍັງໄດ້ມີການລົງນາມແຜນປະຕິບັດງານຮ່ວມ (Action Plan) ວ່າດ້ວຍຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ ໄລຍະ 2023- 2027 ທີ່ຈະເປັນພື້ນຖານໃຫ້ແກ່ສອງປະເທດໃນຕໍ່ໜ້າ. ພ້ອມກັນນັ້ນ, ທ່ານປະທານປະເທດ ທອງລຸນ ສີສຸລິດ ໄດ້ສະເໜີໃຫ້ສອງນາຍົກລັດຖະມົນຕີລາວ- ກຳປູເຈຍ ເອົາໃຈໃສ່ຊີ້ນຳບັນດາກະຊວງຂະແໜງການ ໃນການຈັດຕັ້ງປະຕິບັດບັນດາເອກະສານທີ່ໄດ້ລົງນາມກັນແລ້ວໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ເປັນຮູບປະທຳຫຼາຍຂຶ້ນ, ສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍ ເປັນຕົ້ນ ດ້ານເສດຖະກິດ-ການຄ້າ, ການທ່ອງທ່ຽວ ແລະ ອື່ນໆ ໃຫ້ຫຼາຍຂຶ້ນຕື່ມເພື່ອ ນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ລາວ-ກຳປູເຈຍ. ນອກຈາກນີ້, ທ່ານ ປະທານປະເທດ ກໍໄດ້ຖືໂອກາດນີ້ ຝາກຄວາມຢື້ຢາມຖາມຂ່າວ ເຖິງພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ, ພະມະຫາກະສັດ ແຫ່ງຣາຊະອານາຈັກກຳປູເຈຍ ແລະ ຫວັງວ່າຈະໄດ້ຮັບກຽດຕ້ອນຮັບ ພະ ບາດ ສົມເດັດ ມາຢ້ຽມຢາມ ນະຄອນຫຼວງວຽງຈັນ ອີກຄັ້ງໜຶ່ງໃນອະນາຄົດ. ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ກໍໄດ້ສະແດງຄວາມຂອບ ໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຍິນດີທີ່ໄດ້ນຳພາຄະນະຜູ້ແທນເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ພ້ອມທັງໄດ້ແຈ້ງໃຫ້ຊາບ ເຖິງຈຸດປະສົງຂອງການຢ້ຽມຢາມຄັ້ງນີ້, ພັກ-ລັດຖະບານ ກຳປູເຈຍ ຢືນຢັນຈະສືບຕໍ່ໃຫ້ການຮ່ວມມືສອງຝ່າຍໃຫ້ຫຼາຍຂຶ້ນຕື່ມໃນຕໍ່ໜ້າທັງໃນຂອບການ ຮ່ວມມືສອງຝ່າຍ, ຫຼາຍຝ່າຍ, ທັງໃນເວທີພາກພື້ນ ແລະ ສາກົນ ເພື່ອນຳເອົາຄວາມຜາສຸກ, ຄວາມຈະເລີນຮຸ່ງເຮືອງ, ຄວາມຮັ່ງມີ ເຂັ້ມແຂງມາສູ່ສອງຊາດ ກຳປູເຈຍ-ລາວ, ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີຖານບ້ານໃກ້ເຮືອນຄຽງທີ່ມີມາແຕ່ດົນນານລະຫວ່າງສອງປະເທດ ລາວ- ກຳປູເຈຍ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດໄປ.
ໃນໂອກາດດຽວກັນນີ້, ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ພັກ ແລະ ລັດຖະບານແຫ່ງ ສປປ ລາວ ປະດັບຫຼຽນໂພໄຊລ້ານ ຊ້າງໃຫ້ແກ່ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ, ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກ ກຳປູເຈຍ, ເຊິ່ງເປັນຫຼຽນທີ່ມອບໃຫ້ຜູ້ນຳຂອງຕ່າງ ປະເທດ ທີ່ມີຄຸນງາມຄວາມດີມີຜົນງານດີເດັ່ນປະກອບສ່ວນໃນການເສີມສ້າງ, ປົກປັກຮັກສາສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມຕໍ່ ສປປ ລາວ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 14/02/2023