ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງການ​ກົມ​ໃຫຍ່​ການເມືອງ​ກອງທັບ ສະຫຼຸບ​ວຽກ​ງານ​ຮອບດ້ານ​ ປະຈຳ​ປີ 2022


   ໃນ​ວັນ​ທີ 10 ກຸມພາ 2023 ນີ້, ຫ້ອງການ​ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ສະຫຼຸບ​ວຽກງານ​ຮອບດ້ານ​ປະຈຳ​ປີ 2022 ແລະ ວາງ​ທິດ​ທາງ​ແຜນການ​ປີ 2023, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ໂທ ທອງ​ລອຍ ສິລິ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງກັນ​ປະເທດ ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ, ມີ​ສະຫາຍ ພົນ​ຈັດຕະວາ ສົມພົງ ແພງ​ປັນຍາ ຫົວໜ້າ​ຫ້ອງການ​ກົມ​ໃຫຍ່​ການເມືອງ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະແນກການ, ແຂກຖືກ​ເຊີນ ພ້ອມ​ດ້ວຍ​ພະນັກງານ​ທົ່ວ​ຫ້ອງການ​ກົມ​ໃຫຍ່​ເຂົ້າ​ຮ່ວມ.

   ສະຫາຍ ພົນ​ຈັດຕະວາ ສົມພົງ ແພງ​ປັນຍາ ຫົວໜ້າ​ຫ້ອງການ​ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ຂຶ້ນ​ຜ່ານ​ບົດ​ສະຫຼຸບ​ການເຄື່ອນໄຫວ​ວຽກ​ງານ​ຮອບດ້ານ ​ໃນ​ໄລຍະ 1 ປີຜ່ານມາ, ເຊິ່ງ​ໄດ້​ເອົາໃຈໃສ່​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ມີ​ຫຼາຍ​ດ້ານ​ທີ່​ພົ້ນ​ເດັ່ນ ໂດຍ​ສະເພາະ​ດ້ານ​ການເມືອງ​ແນວ​ຄິດ​ຂອງພະນັກ​ງານ-ນັກຮົບ ​ມີ​ຄວາມ​ສະຫງົບ, ອຸ່ນ​ອຽນ​ທຸ່ນ​ທ່ຽງ, ຫ້າວຫັນ​ປະຕິບັດ​ໜ້າທີ່​ວິຊາ​ສະເພາະ​ຂອງ​ຕົນຕາມ​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້​ມີ​ຜົນສຳເລັດ​ອັນ​ຈົບງາມ, ຮັກ ສາ​ໄດ້​ທັດສະນະ​ຫຼັກ​ໝັ້ນ, ຄຸນ​ທາດ​ການເມືອງ​ໜັກ​ ແໜ້ນ, ມີ​ຄວາມ​ຈົງ​ຮັກ​ພັກດີ, ຕໍ່​ພັກ, ຕໍ່​ປະເທດ​ຊາດ ແລະ ຕໍ່​ປະຊາຊົນ, ເຊີດ​ຊູ​ສະຕິ​ເປັນ​ເຈົ້າ​ການໃນ ການ​ປະຕິບັດ​ໜ້າທີ່​ເປັນ​ເສນາ​ທິ​ການ​ໃຫ້​ກົມ​ໃຫຍ່​ການເມືອງ​ກອງທັບ ດ້ານ​ວຽກ​ງານ​ວິຊາ​ສະເພາະຕິດຕາມ​ຄະນະ​ນຳ​ກົມ​ໃຫຍ່​ການເມືອງ​ກອງທັບ ລົງ​ເຄື່ອນ ​ ໄຫວ​ຊີ້​ນຳວຽກ​ງານ​ຢູ່​ບັນດາ​ກົມ​ກອງ-ທ້ອງຖິ່ນ, ເອົາໃຈໃສ່​ຄຸ້ມ​ຄອງ, ຈໍ​ລະ​ຈອນ​ຈັດ​ສົ່ງ​ເອກະສານ​ຂາ​ເຂົ້າ-ຂາ​ອອກ​ໃຫ້​ເຂົ້າ​ສູ່​ລະບົບ​ລະບຽບ (ປະຕູ​ດຽວ), ຮັບປະກັນ​ຄວາມ​ວ່ອງໄວ, ຮັກສາ​ໄດ້​ຄວາມ​ລັບ ໃນ​ນັ້ນ, ຮັບ​ເອກະສານ​ຂາ​ເຂົ້າ​ກົມ​ໃຫຍ່ 9.504 ສະບັບ, ກວດກາ ແລະ ແກ້​ໄຂ​ເອກະສານ​ຂາ​ອອກຂອງ ​ກົມ​ໃຫຍ່ 7.020 ສະບັບ, ເອກະສານ​ຂາ​ເຂົ້າ​ຫ້ອງ ການ 1.222 ສະບັບ, ເອກະສານ​ຂາ​ອອກຫ້ອງການ 1.495 ສະບັບ, ຕິດຕາມ​ຄະນະ​ນຳ​ກົມ​ໃຫຍ່​ການ ເມືອງ​ກອງທັບ ແລະ ຄະນະຫ້ອງການກົມ​ໃຫຍ່, ເຂົ້າ​ຮ່ວມ​ອະນຸ​ກຳມະການ​ຕ່າງໆ, ປະສານ​ວຽກ​ງານ​ຢ່າງ​ກົມກຽວ​ກັບ​ບັນດາອົງການ, ກົມ​ກອງ ແລະ ເຮັດ ວຽກ​ງານ​ຮັບປະກັນ​ດ້ານ​ຕ່າງໆໃຫ້​ກົມ​ໃຫຍ່​ການເມືອງ​ກອງທັບ, ເຮັດ​ບົດສະຫຼຸບ​ປະຈຳ​ອາທິດ, ເດືອນ, ໄຕ​ມາດ, 6 ເດືອນ ແລະ ສະຫຼຸບ​ປີ​ຂອງ​ຫ້ອງການ​ໄດ້ 79 ບົດ, ພ້ອມ​ກັນ​ນັ້ນ, ກໍ​ໄດ້​ເປັນ​ເອກະ​ພາບ​ຮັບຮອງ​ເອົາ​ທິດ​ທາງ​ແຜນການ​ວຽກ​ງານ​ຈຸດ​ສຸມ​ປີ 2023.

 ໂອກາດ​ນີ້, ສະຫາຍຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ, ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍຕໍ່​ຜົນສຳເລັດ​ທີ່​ຫ້ອງການ​ກົມ​ໃຫຍ່​ການເມືອງ​ກອງທັບ ຍາດ​ມາ​ ໄດ້​ໃນ​ໄລຍະ 1 ປີຜ່ານມາ, ພ້ອມທັງ​ຮຽກຮ້ອງ​ໃຫ້​ສືບຕໍ່​ສຶກ​ສາ​ອົບຮົມ​ການເມືອງ​ແນວ​ຄິດໃຫ້​ພະນັກງານ​ສະມາຊິກ​ພັກ-ນັກຮົບ, ເຊື່ອມ​ຊຶມ​ກຳ​ແໜ້ນ​ຕື່ມ ​ແນວທາງນະໂຍບາຍ, ມະຕິ​ຕ່າງໆ​ຂອງ​ພັກ, ຂອງ​ອົງຄະ​ນະ​ພັກ​ກົມ​ໃຫຍ່ການເມືອງ​ກອງທັບ, ຍົກ​ສູງ​ຄວາມ​ຮັບຜິດຊອບ​ການເມືອງ​ຂອງ​ຕົນ​ໃນ​ການ​ຄຸ້ມ​ຄອງ ​ ປົກ​ປັກ​ຮັກສາເອກະສານ​ໃຫ້​ຖືກຕ້ອງ​ຕາມ​ລະບຽບ​ຫຼັກການ, ຮັບປະກັນ​ຄວາມ​ຖືກຕ້ອງ​ທາງ​ດ້ານ​ເນື້ອ​ໃນ​ຢ່າງ​ຄົບຖ້ວນ ແລະ ທັນ​ເວລາ, ປັບປຸງ​ການຈັດຕັ້ງ ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມແຂງ​ໃນ​ທຸກ​ດ້ານ ເພື່ອ​ກຽມພ້ອມ​ເຮັດ​ສຳເລັດ​ໜ້າທີ່​ວຽກ​ງານ​ຕາມ​ການ​ມອບ​ໝາຍ​ຂອງ​ຂັ້ນ​ເທິງ​ໃຫ້​ມີ​ຜົນສຳເລັດ​ອັນ​ໃໝ່.

ແຫຼ່ງທີ່ມາ:ນາງ ວິໄລ​ພອນ ສອນ​ມະນີ​ລາ
ວັນທີ 13/02/2023