ລັດຖະມົນຕີກະຊວງປ້ອງກັນປະເທດ ມົງໂກລີ ຢ້ຽມຢາມ ສປປ ລາວ
ໃນລະຫວ່າງວັນທີ 9-12 ທັນວາ 2022 ນີ້, ທ່ານ ພົນໂທ ໄຊຄັງບາຢາຣ໌ ກູຣ໌ເສັດ ລັດຖະມົນ ຕີກະຊວງປ້ອງກັນປະເທດ ແຫ່ງ ມົງໂກລີ ພ້ອມຄະນະ
ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ເຊິ່ງພິທີຕ້ອນຮັບທາງການໄດ້ຈັດຂຶ້ນໃນວັນທີ 10 ທັນວາ 2022 ນີ້,
ຢູ່ທີ່ກະ
ຊວງປ້ອງກັນປະເທດ ໂດຍການຕ້ອນຮັບຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ
ພ້ອມດ້ວຍຄະນະ. ພາຍຫຼັງສຳເລັດພິທິຕ້ອນຮັບທາງການ ສອງຝ່າຍໄດ້ພົບປະແລກປ່ຽນສະພາບການໃນຂົງເຂດວຽກງານດ້ານຕ່າງໆໃນຊຸມປີຜ່ານມາ
ໂດຍສະເພາະວຽກງານສາທາລະນະສຸກ, ການສຶກສາ, ກະສິກຳ ແລະ ອື່ນໆ ເຖິງແມ່ນວ່າການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ
ແລະ ການທ່ອງທ່ຽວ ລະຫວ່າງສອງປະເທດໃນໄລຍະຜ່ານມາມີບໍ່ຫຼາຍ, ແຕ່ຂະແໜງການກ່ຽວຂ້ອງຂອງສອງຝ່າຍກໍໄດ້ພະຍາຍາມຊຸກຍູ້
ເພື່ອໃຫ້ມີການ
ຮ່ວມມືນັບມື້ຫຼາຍຂຶ້ນ. ໃນປີ 2018 ລັດຖະບານມົງໂກລີໄດ້ມອບແກະຈຳນວນ 1.050 ໂຕ ໂດຍຜ່ານກະຊວງກະສິກຳ ແລະ ປ່າໄມ້ ຫຼັງຈາກນັ້ນ
ກະຊວງ
ກະສິກຳ ແລະ ປ່າໄມ້ໄດ້ມອບໃຫ້ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ເປັນຜູ້ຮັບຜິດຊອບໃນການລ້ຽງ ແລະ ຂະຫຍາຍພັນ.
ພ້ອມນີ້ຝ່າຍມົງໂກລີຍັງ
ໄດ້ສົ່ງຊ່ຽວຊານມາຊ່ວຍໃນການລ້ຽງແກະໃນເບື້ອງຕົ້ນໄລຍະສອງປີ, ດັ່ງນັ້ນ ກະຊວງປ້ອງກັນປະເທດ ໄດ້ຂະຫຍາຍການລ້ຽງແກະໄປໃຫ້ບັນດາກອງພົນ,
ກອງບັນຊາການທະຫານແຂວງ ແລະ ກອງລ້ຽງສັດໃຫຍ່ໄດ້ເບິ່ງແຍງຮັກສາ ເຊິ່ງແຕ່ລະປີເອກອັກຄະລັດຖະທູດມົງໂກລີ ປະຈຳ ສປປ ລາວ
ຍັງໄດ້ລົງກວດ
ກາ ແລະ ຊີ້ນຳຟາມລ້ຽງແກະຂອງກອງທັບຢູ່ແຂວງຊຽງຂວາງເປັນປົກກະຕິ. ນອກນີ້
ສອງຝ່າຍຍັງໄດ້ເອກະພາບເຖິງທິດທາງແຜນການພົວພັນຮ່ວມມືກັນ
ໃນຕໍ່ໜ້າ ບົນຈິດໃຈຂະຫຍາຍມູນເຊື້ອອັນດີງາມໃຫ້ນັບມື້ພັດທະນາດີຂຶ້ນ.
ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຖືເອົາໂອກາດນີ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຊ່ວຍ ເຫຼືອຂອງລັດຖະບານມົງໂກລີ ກໍຄືກະຊວງປ້ອງກັນປະເທດມົງໂກລີ.
ໂອກາດນີ້, ທ່ານ ພົນໂທ ໄຊຄັງບາຢາຣ໌ ກູຣ໌ເສັດ ກໍໄດ້ຕີລາຄາສູງຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມຄະ ນະໃນຄັ້ງນີ້ ພ້ອມທັງຍົກໃຫ້ເຫັນການພົວພັນຮ່ວມມືອັນເປັນມູນເຊື້ອທີ່ດີ ລະຫວ່າງ ມົງໂກລີ-ລາວ ເວົ້າລວມ, ເວົ້າສະເພາະ ກະຊວງປ້ອງກັນປະເທດມົງໂກ ລີ ແລະ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ຢືນຢັນສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະຫຼອດໄປ. ຈາກນັ້ນ ທັງສອງ ຝ່າຍກໍໄດ້ເຊັນບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມືດ້ານວຽກງານປ້ອງກັນຊາດ ລະຫວ່າງກະຊວງປ້ອງກັນປະເທດແຫ່ງມົງໂກລີ ແລະ ກະຊວງປ້ອງກັນ ປະເທດ ແຫ່ງ ສປປ ລາວ. ໃນໄລຍະຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ແຫ່ງ ມົງໂກລີ ໃນຄັ້ງນີ້, ຄະນະຍັງໄດ້ເຂົ້າວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ເພື່ອເປັນການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມ ຄວາມດີ, ນ້ຳໃຈຕໍ່ສູ້ພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອເພື່ອພາລະກິດ ປະຕິວັດຕໍ່ສູ້ປົດປ່ອຍປະເທດຊາດ ໃນໄລຍະຜ່ານມາ, ເຂົ້າຢ້ຽມຂໍ່ານັບ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ຽວຊົມສະຖານທີ່ ທ່ອງທ່ຽວທາງປະຫວັດສາດຢູ່ນະຄອນຫຼວງວຽງຈັນ ແລະ ເດີນທາງໄປຢ້ຽມຢາມແຂວງຫຼວງພະບາງ ຕື່ມອີກ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 12/12/2022