ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນມັງກອນ 2023
ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນມັງກອນ 2023 ໄດ້ດຳເນີນໃນລະຫວ່າງວັນທີ 7-8 ກຸມພາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ,
ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານເຂົ້າ
ຮ່ວມ. ກອງປະຊຸມໄດ້ພ້ອມກັນປຶກສາຫາລື, ຄົ້ນຄວ້າພິຈາລະນາບັນດາຫົວຂໍ້ທີ່ສຳຄັນ ແລະ ຈຳເປັນຄື: ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ
ບົດສະຫຼຸບວຽກງານພົ້ນເດັ່ນປະຈຳເດືອນມັງກອນ 2023 ແລະ ທິດທາງແຜນການປະຈຳເດືອນ ກຸມພາ 2023 ຂອງລັດຖະບານໂດຍມອບໃຫ້ຫ້ອງວ່າການ
ສຳນັກງານນາຍົກລັດຖະມົນຕີນຳໄປປັບປຸງ ແລະ ຮຽບຮຽງຄືນໃຫ້ມີເນື້ອໃນລະ ອຽດ, ຄົບຖ້ວນ, ສົມບູນຂຶ້ນຕື່ມ. ພ້ອມກັນນັ້ນ ກອງປະຊຸມໄດ້ຊີ້ນຳໃຫ້
ສະມາຊິກລັດຖະບານຈົ່ງພ້ອມກັນຍົກສູງຄວາມຮັບຜິດ ຊອບໃນການຈັດຕັ້ງປະຕິບັດທິດທາງແຜນການປະຈຳເດືອນກຸມພາ 2023 ໂດຍຫັນເປັນແຜນ
ວຽກຈຸດສຸມລະອຽດ, ຍົກສູງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຂອງຕົນເອງເພື່ອພ້ອມ
ກັນຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ແລະ ແຜນການແກ້ໄຂຜົນການກວດສອບປີ 2023
ໃຫ້ສຳ ເລັດຕາມຄາດໝາຍ ແລະ ແຜນການທີ່ວາງໄວ້. ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາຮ່າງດຳລັດ ວ່າດ້ວຍກອງທຶນພັດ
ທະນາອະຊີວະສຶກສາ, ກອງປະຊຸມໄດ້ຊີ້ນຳໃຫ້ກະຊວງສຶກສາທິການ ແລະ ກິລາ ສົມທົບກັບກະຊວງຍຸຕິທຳ ແລະ ພາກສ່ວນກ່ຽວຂ້ອງເພື່ອປັບປຸງ ແລະ ຮຽບ
ຮຽງໃຫ້ມີເນື້ອໃນຈະແຈ້ງ, ຮັດກຸມ, ຄົບຖ້ວນ, ສົມບູນ, ຖືກຕ້ອງຕາມຫຼັກການສ້າງນິຕິກຳ ແລະ ສາມາດຈັດຕັ້ງປະຕິບັດໄດ້ໂດຍສະເພາະການອະທິບາຍ
ຄຳສັບ, ເປົ້າໝາຍການນຳໃຊ້ກອງທຶນ, ການຄຸ້ມຄອງເບີກຈ່າຍ ແລະ ການນຳໃຊ້ເງິນ, ໂຄງປະກອບບຸກຄະລາກອນຂອງສະພາບໍລິຫານ. ພາຍຫຼັງປັບປຸງ
ສຳເລັດແລ້ວສະເໜີຂໍທິດຊີ້ນຳຈາກທ່ານຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດການປົກຄອງ, ວັດທະນະທຳ ແລະ ສັງຄົມ ເພື່ອມີຄຳເຫັນກ່ອນ
ສະເໜີທ່ານນາຍົກລັດຖະ ມົນຕີພິຈາລະນາລົງນາມປະກາດໃຊ້.
ກອງປະຊຸມໄດ້ພິຈາລະນາຮ່າງມະຕິວ່າດ້ວຍການພັດທະນາ ຊັບພະຍາກອນມະນຸດທີ່ມີຄຸນນະພາບຕອບສະໜອງໃຫ້ແກ່ການພັດທະນາໃນເງື່ອນໄຂໃໝ່,
ກອງປະຊຸມໄດ້ຊີ້ນຳກະຊວງສຶກສາທິການ ແລະ ກິລາ ເປັນໃຈກາງປະສານສົມທົບກັບພາກສ່ວນກ່ຽວຂ້ອງປັບປຸງຕື່ມເປັນຕົ້ນໂຄງສ້າງຂອງບົດ, ການໃຊ້ຄຳ
ສັບ ແລະ ປະໂຫຍກຄຳເວົ້າທີ່ເປັນເອກະພາບກັນ, ກຳນົດຄວາມຮັບຜິດຊອບຂອງພາກສ່ວນຕ່າງໆ ຕໍ່ການພັດທະນາຊັບພະຍາກອນມະນຸດ ໃຫ້ຊັດເຈນ,
ລະອຽດ ແລະ ຈະແຈ້ງໂດຍສະເພາະອັນໃດແມ່ນຂອງລັດ, ລວມໝູ່ ຫຼື ບຸກຄົນ, ລວມທັງການຕີລາຄາຜົນການພັດທະນາຊັບພະຍາກອນມະນຸດໃນໄລຍະ
ຜ່ານ ມາ, ໃຫ້ສອດຄ່ອງກັບຄວາມເປັນຈິງຂຶ້ນຕື່ມ, ການກຳນົດເປົ້າໝາຍ, ຄາດໝາຍ ແລະ ມາດຕະການຈັດຕັ້ງປະຕິບັດໃຫ້ຊັດເຈນ, ທິດທາງການພັດທະ
ນາຊັບພະຍາກອນມະນຸດ ໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ກໍ່ຄືແຜນຍຸດທະສາດການພັດທະນາປະເທດໃນແຕ່ລະໄລຍະໂດຍຖືຄຸນ
ນະພາບເປັນກົກ. ພ້ອມນັ້ນ ກໍສະເໜີໃຫ້ມີການຈັດສຳມະນາວິຊາການເພື່ອລະດົມຄວາມຄິດເຫັນ ແລະ ສ້າງຄວາມເປັນເອກະພາບຕໍ່ຮ່າງມະຕິດັ່ງກ່າວ.
ພາຍຫຼັງປັບປຸງສຳເລັດແລ້ວສົ່ງຮ່າງມະຕິດັ່ງກ່າວໃຫ້ຫ້ອງວ່າການສູນກາງພັກພິຈາລະນາລາຍງານກົມການເມືອງມີທິດຊີ້ນຳໃນຂັ້ນຕໍ່ໄປ. ກອງປະຊຸມໄດ້ພິ
ຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງຮ່າງດຳລັດວ່າດ້ວຍການປັບໃໝ ແລະ ນຳໃຊ້ມາດຕະການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວ
ກັບມາດຕະຖານ ແລະ ຮ່າງດຳລັດວ່າດ້ວຍການປັບໃໝ ແລະ ນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການວັດແທກ.
ກອງປະຊຸມໄດ້ຊີ້ນຳກະຊວງອຸດສາຫະກຳ ແລະ ການຄ້າສົມທົບກັບກະຊວງຍຸຕິທຳ ແລະ ພາກສ່ວນກ່ຽວຂ້ອງປັບປຸງຕື່ມໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ,
ລະອຽດ ແລະ ຈະແຈ້ງຂຶ້ນຕື່ມໂດຍສະເພາະການກຳນົດອັດຕາຄ່າປັບໃໝ, ການນຳໃຊ້ເງິນຈາກການປັບໃໝ, ມາດຕະການຕໍ່ຜູ້ລະເມີດ, ການປົກປ້ອງຜູ້ຖືກ
ຜົນກະທົບກໍຄືຜູ້ບໍລິໂພກ, ພ້ອມທັງຄົ້ນຄວ້າຄວາມເປັນໄປໄດ້ໃນການໂຮມສອງຮ່າງດຳລັດດັ່ງກ່າວເຂົ້າເປັນດຳລັດສະບັບດຽວກັນ ໂດຍໃຫ້ຖືກຕ້ອງສອດ
ຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ, ພາຍຫຼັງປັບປຸງສຳເລັດແລ້ວສະເໜີທ່ານນາຍົກລັດຖະມົນຕີພິຈາລະນາໃນຂັ້ນຕໍ່ໄປ. ພ້ອມກັນນີ້, ໄດ້ຊີ້
ນຳໃຫ້ກະຊວງການເງິນເປັນ ໃຈກາງສົມທົບກັບພາກສ່ວນກ່ຽວຂ້ອງຄົ້ນຄວ້າກ່ຽວກັບການປັບໃໝຈະເຮັດເປັນນິຕິກຳລວມ ຫຼື ຈະແຍກເປັນນິຕິກຳຂອງ
ແຕ່ລະຂະແໜງການແລ້ວລາຍງານລັດຖະບານເພື່ອມີທິດຊີ້ນຳ. ກອງປະຊຸມໄດ້ພິ ຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງຮ່າງດຳລັດວ່າດ້ວຍເຂດປອດ
ພາສີ ແລະ ຮ້ານຄ້າປອດພາສີ, ກອງປະຊຸມໄດ້ຊີ້ນຳໃຫ້ກະຊວງການເງິນສົມທົບກັບພາກສ່ວນກ່ຽວຂ້ອງປັບປຸງ ແລະ ຮຽບຮຽງເນື້ອໃນໃຫ້ລະອຽດ, ຈະແຈ້ງ,
ຄົບຖ້ວນ, ສົມບູນ ແລະ ຮັດກຸມຂຶ້ນຕື່ມໂດຍສະເພາະການກຳນົດນິຍາມ ກ່ຽວກັບເຂດປອດພາສີ ແລະ ຮ້ານຄ້າປອດພາສີ, ການແບ່ງຂັ້ນຄຸ້ມຄອງ, ການ
ມີສ່ວນຮ່ວມຂອງຂະແໜງ ການກ່ຽວຂ້ອງ, ເງື່ອນໄຂຂອງຜູ້ລົງທຶນຢູ່ໃນເຂດ, ປະເພດກິດຈະການ, ການກຳນົດຂອບເຂດທີ່ຕັ້ງ ແລະ ເນື້ອທີ່ເຂດປອດພາສີ
ພ້ອມທັງກວດກາຄືນຄວາມສອດຄ່ອງກັບນິຕິກຳທີ່ກ່ຽວຂ້ອງອື່ນໆ ແລະ ກຳນົດຄວາມຮັບຜິດຊອບ. ສຳລັບທິດທາງແຜນວຽກຈຸດສຸມປະຈຳເດືອນກຸມພາ
2023 ຕົ້ນຕໍແມ່ນສືບຕໍ່ສຸມໃສ່ປະຕິບັດບາງວຽກງານທີ່ສຳຄັນໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ 5 ແຜນວຽກທີ່ເປັນບູລິມະສິດອັນຮີບດ່ວນປີ
2023 ໄປຄຽງຄູ່ກັບແຜນພັດພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາປະຈຳປີ 2023 ຕິດພັນກັບ 2 ວາລະ
ແຫ່ງຊາດ ເຊິ່ງບັນດາໜ້າວຽກຈຸດສຸມຕົວຈິງຈຳນວນໜຶ່ງມີດັ່ງນີ້:
1) ສຸມໃສ່ຈັດຕັ້ງຜັນຂະຫຍາຍດຳລັດຂອງນາຍົກລັດຖະມົນຕີ ເລກທີ 90 ລົງວັນທີ 31 ມັງກອນ 2023 ວ່າດ້ວຍການກຳນົດໜ້າວຽກ ແລະ ແບ່ງ
ຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາປະຈຳປີ 2023 ແລະ
ແຜນການແກ້ໄຂຜົນການກວດສອບ. ສະເໜີໃຫ້ແຕ່ລະກະຊວງແບ່ງຄວາມຮັບຜິດຊອບພາຍໃນຂອງຕົນໃຫ້ລະອຽດ. 2) ສືບຕໍ່ນຳພາ-ຊີ້ນຳການຈັດຕັ້ງປະ
ຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ດ້ວຍມາດຕະການຕ່າງໆຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງເຮັດໃຫ້ກຳລັງປ້ອງກັນຊາດ-
ປ້ອງກັນຄວາມສະຫງົບທຸກຂັ້ນ ໄດ້ເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນຢ່າງເຂັ້ມແຂງ, ສາມາດຮັບປະກັນສະຖຽນລະພາບທາງດ້ານການເມືອງ-ສັງຄົມມີ
ຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ພ້ອມກັນນັ້ນ, ກໍເພີ່ມທະວີຄວາມເອົາໃຈໃສ່ກໍ່ສ້າງຮາກຖານການເມືອງໃຫ້ມີຄວາມໜັກແໜ້ນ
ແລະ ເຂັ້ມແຂງຂຶ້ນ. 3) ສືບຕໍ່ສຸມໃສ່ແກ້ໄຂບັນຫາເສດຖະກິດມະຫາພາກຕິດພັນກັບການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນໂດຍໄວໃນນັ້ນ
ສຸມໃສ່ການຈັດເກັບລາຍຮັບໃຫ້ໄດ້ຕາມແຜນການ, ຊຸກຍູ້ສ້າງໃຫ້ມີຖານລາຍຮັບໃໝ່, ຍູ້ແຮງການຫັນເປັນທັນສະໄໝໃນການຈັດເກັບລາຍຮັບ ແລະ ຄຸ້ມ
ຄອງລາຍຈ່າຍໃນທຸກຂົງເຂດ. ສືບຕໍ່ປະຕິບັດບັນດານິຕິກຳທີ່ລັດຖະບານວາງອອກ ກ່ຽວກັບການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍ
ຮັບງົບປະມານລັດ, ການປະຢັດ ແລະ ຕ້ານການຟູມເຟືອຍ, ການນຳໃຊ້ລົດຂອງລັດ ແລະ ອື່ນໆໃຫ້ເຂັ້ມງວດ ລວມທັງສຸມໃສ່ແກ້ໄຂບັນຫາການລົງທຶນ
ຂອງລັດໃຫ້ມີປະສິດທິຜົນສູງຂຶ້ນ; ສືບຕໍ່ເອົາໃຈໃສ່ຄຸ້ມຄອງອັດຕາແລກປ່ຽນ, ລາຄາສິນຄ້າ, ປະລິມານ M2, ອັດຕາເງິນເຟີ້ໃຫ້ຢູ່ໃນລະດັບທີ່ຄຸ້ມຄອງໄດ້,
ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ຄັງແຮສຳຮອງເງິນຕາຕ່າງປະເທດ ແລະ ສົ່ງເສີມການນຳໃຊ້ເງິນກີບຕາມກົດໝາຍກຳນົດໃຫ້ມີປະສິດທິຜົນ. ສືບຕໍ່ຈັດສັນ
ແຫຼ່ງທຶນ ແລະ ສົ່ງເສີມຜູ້ປະກອບການຜະລິດພາຍໃນຕິດພັນກັບການປຸງແຕ່ງກະສິກຳເປັນສິນຄ້າເພື່ອສົ່ງອອກໃຫ້ມີຈຸດສຸມ, ຖືກເປົ້າໝາຍ ແລະ ສາມາດ
ແຂ່ງຂັນໃນຕະຫຼາດແບບຍືນຍົງ. 4) ສືບຕໍ່ຊອກຫາ ແລະ ຈັດສັນແຫຼ່ງທຶນໄວ້ເພື່ອແກ້ໄຂໜີ້ສິນໃຫ້ທັນເວລາ ເພື່ອບໍ່ໃຫ້ຕົກເຂົ້າສູ່ສະພາບທີ່ບໍ່ສາມາດຊຳ
ລະໜີ້ໄດ້. 5) ສຸມໃສ່ພັດທະນາການບໍລິການ ແລະ ໂຄງລ່າງພື້ນຖານເພື່ອຮອງຮັບໃຫ້ການທ່ອງທ່ຽວໂດຍສະເພາະການສ້ອມແປງເສັ້ນທາງເຂົ້າສູ່ແຫຼ່ງທ່ອງ
ທ່ຽວທີ່ເປັນເປົ້າໝາຍ ລວມທັງສົ່ງເສີມໃຫ້ພາກທຸລະກິດລົງທຶນພັດທະນາພື້ນຟູແຫຼ່ງທ່ອງທ່ຽວ ແລະ ອຸດສາຫະກຳການທ່ອງທ່ຽວໃຫ້ຫຼາຍຂຶ້ນພ້ອມນັ້ນ ສືບຕໍ່ປັບປຸງ ແລະ ຍົກສູງຄຸນນະພາບການບໍລິການຜູ້ໂດຍສານທາງລົດໄຟ ແລະ ການບໍລິການຂົນສົ່ງສິນຄ້າໃຫ້ປອດໄພ, ສະດວກ, ວ່ອງໄວ ແລະ ມີປະສິດ
ທິຜົນສູງຂຶ້ນ. 6) ສືບຕໍ່ເລັ່ງປັບປຸງກົນໄກການອຳນວຍຄວາມສະດວກໃນການດຳເນີນທຸລະກິດ ແລະ ສົ່ງເສີມການລົງທຶນໃຫ້ດີຂຶ້ນຕາມບັນດາໜ້າວຽກ
ຕົວຈິງທີ່ໄດ້ກຳນົດໃນມາດຕາ 5 ຂອງດຳລັດນາຍົກລັດຖະມົນຕີ ເລກທີ 90 ລົງວັນທີ 31 ມັງກອນ 2023 ສືບຕໍ່ເລັ່ງຊຸກຍູ້ ແລະ ສົ່ງເສີມບັນດາໂຄງການ
ລົງທຶນຂອງຕ່າງປະເທດທີ່ໄດ້ອະນຸມັດແລ້ວໃຫ້ມີຄວາມຄືບໜ້າ ແລະ ມີຜົນໄດ້ຮັບຕົວຈິງຕາມແຜນທີ່ວາງໄວ້. 7) ສືບຕໍ່ສຸມໃສ່ພັດທະນາສີມືແຮງງານ
ໃຫ້ມີຄຸນນະພາບສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານ ສືບຕໍ່ປັບປຸງກົນໄກການຂຶ້ນທະບຽນ ແລະ ອອກໃບຕາດິນໃນຂອບເຂດທົ່ວ
ປະເທດໃຫ້ມີຄວາມສະ ດວກວ່ອງໄວ ແລະ ຮັບປະກັນຄວາມຖືກຕ້ອງຕາມທິດຫັນເປັນທັນສະໄໝ. 8) ສືບຕໍ່ກະກຽມຄວາມພ້ອມ ແລະ ຈັດງານກິລາ
ແຫ່ງຊາດຄົນພິການ ທີ່ຈະຈັດຂຶ້ນໃນເດືອນກຸມພາຢູ່ແຂວງຊຽງຂວາງໃຫ້ມີບັນຍາກາດຟົດຟື້ນ ແລະ ຮັບປະກັນໃຫ້ມີຄວາມປອດໄພຮອບດ້ານ. 9)
ສຸມໃສ່ຈັດຕັ້ງຜັນຂະຫຍາຍຜົນການຢ້ຽມຢາມຂອງການນຳຂັ້ນສູງໃຫ້ເປັນຮູບປະທຳ ໂດຍສະເພາະຜົນການຢ້ຽມຢາມ ແລະ ບົດບັນ ທຶກການຮ່ວມມືກັບ
ປະເທດເພື່ອນມິດຍຸດທະສາດ. ສຸມໃສ່ກະກຽມຄວາມພ້ອມຮອບດ້ານ ເພື່ອຕ້ອນ ຮັບການຢ້ຽມຢາມທາງການຂອງ ທ່ານນາຍົກລັດຖະມົນຕີແຫ່ງຣາ
ຊະອານາຈັກກຳປູເຈຍ ແລະ ການ ເຄື່ອນໄຫວຕ່າງປະເທດຂອງການນຳຕາມແຜນການ. ພ້ອມກັນນັ້ນ ກໍເອົາໃຈໃສ່ຕິດຕາມສະພາບການ ສາກົນ ແລະ
ພາກພື້ນຢ່າງໃກ້ຊິດ ເພື່ອກຳນົດທັດສະນະ ແລະ ມາດຕະການຮັບມືແຕ່ຫົວທີ. ໃນຕອນທ້າຍ, ທ່ານປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງສະມາຊິກລັດ ຖະບານຈົ່ງນຳເອົາແຜນຈຸດສຸມປະຈຳເດືອນກຸມພາ 2023 ໄປຫັນເປັນແຜນຈັດຕັ້ງປະຕິບັດຂອງຂະແໜງການຕົນໃຫ້ລະອຽດ, ມີການແບ່ງຄວາມຮັບຜິດ
ຊອບ ແລະ ກຳນົດຄາດໝາຍໃນແຕ່ລະໄລຍະໃຫ້ສອດຄ່ອງກັບເງື່ອນໄຂສະພາບຄວາມເປັນຈິງ ແລະ ໄດ້ຮັບຜົນເປັນຢ່າງດີ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 10/02/2023