ປະກາດການແຕ່ງຕັ້ງຄະນະບັນຊາກອງສິລະປະກອນກອງທັບ
ພິທີປະກາດການແຕ່ງຕັ້ງຄະນະບັນຊາກອງສິລະປະກອນກອງທັບ, ໄດ້ຈັດຂຶ້ນໃນວັນທີ 7 ທັນ ວາ 2022 ນີ້, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຕີ
ວໍລະສານ ວິລັດດາວົງ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ,
ມີຕາງໜ້າຈາກກົມໂຄສະນາອົບຮົມ
ກົມໃຫຍ່ການເມືອງກອງທັບ, ກົມກອງທີ່ເຮັດວຽກງານສື່ມ່ວນຊົນ ແລະ ຄະນະພັກ-ຄະນະບັນຊາກອງສິລະປະກອນກອງທັບ
ຕະຫຼອດຮອດພະນັກງານຫຼັກ
ແຫຼ່ງເຂົ້າຮ່ວມ.
ໃນພິທີ, ສະຫາຍ ພັນໂທ ສຸກສາຄອນ ຈັນຍາຫານ ຮອງຫົວໜ້າພະແນກພະນັກງານຫ້ອງການ ເມືອງກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະບັນຊາກອງສິລະປະກອນກອງທັບ, ໃນນັ້ນ, ແຕ່ງຕັ້ງ ສະຫາຍ ພັນໂທ ຈັນທີ ບຸດດາແກ້ວ ເປັນຮອງ ຫົວໜ້າການເມືອງ, ສະຫາຍ ພັນໂທ ອຸດົມ ບຸດຕະວົງ ເປັນຮອງຫົວໜ້າການທະຫານ ແລະ ແຕ່ງຕັ້ງ ສະຫາຍ ພັນໂທ ພູທອງ ເພັດສີບຸນ ເປັນຮອງຫົວໜ້າ ກອງຮັບຜິດຊອບວຽກງານວິຊາການກອງສິລະປະກອນກອງທັບ. ພ້ອມກັນນັ້ນ, ກໍໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການປະດັບ ຊັ້ນນາຍທະຫານໃຫ້ນັກຮຽນທີ່ຮຽນຈົບຈາກ ສສ ຫວຽດນາມ ສົກປີ 2022 ຈຳນວນ 3 ສະຫາຍ, ໃນນັ້ນ, ປະດັບຊັ້ນຮ້ອຍໂທ 2 ສະຫາຍ ແລະ ປະດັບ ຊັ້ນຮ້ອຍຕີ 1 ສະຫາຍ.
ໂອກາດນີ້, ສະຫາຍຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ມີຄຳເຫັນຫຼາຍບັນຫາສຳຄັນ ພ້ອມທັງໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ແລະ ໄດ້ຮັບການເລື່ອນຊັ້ນໃໝ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານອຸດົມການປະຕິວັດ, ຄຸນທາດ ການເມືອງ, ຄຸນສົມບັດສິນທຳປະຕິວັດ, ເອົາໃຈໃສ່ພັດທະນາແບບແຜນວິທີເຮັດວຽກແບບວິທະຍາສາດທັນສະໄໝ, ມີຫົວຄິດປະດິດສ້າງ, ເຮັດວຽກເປັນ ໝູ່ຄະນະ, ຕຳນິກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອພ້ອມກັນກ້າວໜ້າ, ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນໝູ່ຄະນະ, ມີທັດສະນະມະຫາ ຊົນກວ້າງຂວາງ, ພ້ອມກັນນັ້ນ, ກໍຕ້ອງເອົາໃຈໃສ່ຄົ້ນຄວ້າ, ປັບປຸງ, ອອກແບບລາຍການສະແດງໃຫ້ມີລັກສະນະກອງທັບ ແລະ ມີເນື້ອໃນຄວາມໝາຍເລິກ ເຊິ່ງ, ສືບຕໍ່ປະຕິບັດນະໂຍບາຍດ້ານຕ່າງໆຕໍ່ພະນັກງານ-ນັກຮົບໃຫ້ສອດຄ່ອງ, ເອົາໃຈໃສ່ຕໍ່ວຽກງານປ້ອງກັນພາຍໃນ, ເປັນເຈົ້າການຕ້ານ ແລະ ສະກັດກັ້ນ ປາກົດການຫຍໍ້ທໍ້ຕ່າງໆ ບໍ່ໃຫ້ເກີດຂຶ້ນກັບກົມກອງ.
ແຫຼ່ງທີ່ມາ: ຍ້ອມເພັດ
ວັນທີ 08/12/2022