ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະທານ​ສະພາ​ແຫ່ງ​ຊາດ​ລາວ ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ ຂອງປະທານ​ຄະນະ​ມິດຕະພາບ​ລັດ​ຖະ​ສະພາ ຣັດ​ເຊຍ-ລາວ


    ຕອບ​ສະໜອງ​ຕາມ​ການ​ເຊື້ອ​ເຊີນ​ຂອງ​ ທ່ານ ພົນ​ໂທ ສຸ​ວອນ ເລືອງ​ບຸນ​ມີ ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ປະທານ​ຄະນະ​ມິດຕະພາບ​ລັດ​ຖະ​ສະພາ ລາວ- ຣັດ​ເຊຍ ຂອງ​ສະພາ​ແຫ່ງ​ຊາດ ແຫ່ງ ​ສປ​ປລາວ, ຄະນະ​ຜູ້​ແທນ​ສະພາ​ສູງແຫ່ງ​ສະຫະພັນ​ຣັດ​ເຊຍນຳ​ໂດຍ​ທ່ານ ປາ​ເວວ ຕາ​ຣາ​ກາ​ນົບ (Pavel Tarakanov) ປະທານ​ຄະນະ​ມິດຕະພາບ​ລັດ​ຖະ​ສະພາ ຣັດ​ເຊຍ-ລາວ ສະມາຊິກ​ກຳມາ​ທິ​ການ​ງົບປະມານ ແລະ ການ​ເງິນ​ຕະຫຼາດ, ປະທານ​ຄະນະ​ມິດຕະພາບ ລັດ​ຖະ​ສະພາ ​ຣັດ​ເຊຍ-ລາວ ຂອງ​ສະພາ​ສູງແຫ່ງສະຫະພັນ​ຣັດ​ເຊຍ ພ້ອມ​ດ້ວຍ​ຄະນະໄດ້​ເດີນທາງ​ມາ​ຢ້ຽມຢາມ ແລະ ເຮັດ​ວຽກຢູ່ ​ສປປ ລາວ ໃນ​ລະຫວ່າງ​ວັນ​ທີ 6-10 ກຸມພາ 2023.

    ໃນ​ໂອກາດ​ມາ​ຢ້ຽມຢາມ ແລະ ເຮັດ​ວຽກ​ໃນ​ຄັ້ງ​ນີ້, ຄະນະ​ຜູ້​ແທນ​ດັ່ງກ່າວ ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ​ ທ່ານ ​ປອ. ໄຊ​ສົມ​ພອນ ພົມວິຫານ ປະທານ​ສະພາ​ແຫ່ງ ​ ຊາດ​ລາວ ແລະ ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ ສະເຫຼີມ​ໄຊ ກົມ​ມະ​ສິດ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດ. ນອກຈາກ​ນັ້ນ, ຄະນະຍັງ​ໄດ້​ ພົບ​ປະ​ເຮັດ​ວຽກ​ກັບ​ ທ່ານ ຄຳ​ເຈນ ວົງ​ໂພ​ສີ ລັດຖະມົນຕີ​ກະຊວງ​ແຜນການ ແລະ ການ​ລົງທຶນ, ທ່ານ ນາງ ສວນ​ສະຫວັນ ວິ​ຍະ​ເກດ ລັດຖະມົນຕີກະຊວງ ​ຖະແຫຼງ​ຂ່າວ, ວັດທະນະທຳ ແລະ ທ່ອງ​ທ່ຽວ, ທ່ານ ງາມ​ປະສົງ ເມືອງ​ມະນີ ລັດຖະມົນຕີ​ກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ, ທ່ານ ອາດ​ສະພັງ​ທອງ ສີ​ພັນ ​ ດອນ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ, ປະທານ​ສະພາ​ການ​ຄ້າ ແລະ ອຸດສາຫະກຳ ແຫ່ງ ​ສປ​ປລາວ ແລະ ຢ້ຽມຢາມ​ສະຖານທີ່​ວັດທະນະທຳ ແລະ ທ່ອງ​ທ່ຽວ ຈຳນວນ​ໜຶ່ງຢູ່​ນະຄອນຫຼວງ​ວຽງ​ຈັນ ແລະ ຈະ​ເດີນທາງ​ເຄື່ອນ​ໄຫວ​ຢ້ຽມຢາມ ແລະ ເຮັດ​ວຽກຢູ່​ແຂວງຫຼວງ​ພະ​ບາງ ເພື່ອ​ສຳຜັດ​ກັບ​ວັດທະນະທຳ, ຮີດຄອງ ​ ປະເພນີ, ທຳ​ມະ​ຊາດ​ທີ່​ສວຍ​ງາມ ແລະ ອຸດົມສົມບູນ ຂອງ​ເມືອງ​ມໍລະດົກ​ໂລກຕື່ມ​ອີກ.

     ໃນ​ມື້​ດຽວ​ກັນ ຄະນະ​ມິດຕະພາບ​ລັດ​ຖະ​ສະພາ​ ລາວ-ຣັດ​ເຊຍ ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ຮ່ວມ​ກັນ ທີ່​ຫໍ​ສະພາ​ແຫ່ງ​ຊາດ ເພື່ອ​ເປັນ​ການ​ຕີ​ລາຄາ​ຄືນ​ການ ​ ພົວພັນ​ຮ່ວມ​ມື​ໃນ​ໄລຍະ​ຜ່ານ​ມາ ແລະ ພ້ອມ​ກັນ​ປຶກສາ​ຫາລື​ທິດ​ທາງ​ແຜນການ​ພົວພັນ​ຮ່ວມ​ມື​ໃນຕໍ່ໜ້າ ລະຫວ່າງສອງ​ຄະນະ​ມິດຕະພາບ​ລັດ​ຖະ​ສະພາລາວ -ຣັດ​ເຊຍ-ລາວ ໃນ​ນາມ​ທີ່​ເປັນ​ກົນ​ໄກ​ໜຶ່ງຂອງ​ສອງ​ອົງການ​ນິຕິບັນຍັດ ຂອງ​ສອງ​ຝ່າຍແນໃສ່​ຊຸກຍູ້ ແລະ ສົ່ງເສີມ​ການ​ພົວພັນ ແລະ ຮ່ວມ​ມື​ລະຫວ່າງ​ສອງ ອົງການ​ນິຕິບັນຍັດ, ສອງ​ຝ່າຍ​ໄດ້​ຕີ​ລາຄາ​ສູງ ຕໍ່​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນເຊື້ອ ແລະ ການ​ຮ່ວມ​ມື​ທີ່​ດີລະຫວ່າງ ​ສປປ ລາວ ແລະ ສ. ຣັດ​ເຊຍ ແລະ ສອງ​ອົງການ​ນິ ຕິບັນຍັດ ກໍ​ຄືຄະນະ​ມິດຕະພາບ​ລັດ​ຖະ​ສະພາ​ ລາວ-ຣັດ​ເຊຍ, ໄດ້​ຮັບ​ການ​ສົ່ງເສີມ​ການ​ຮ່ວມ​ມື​ທາງ​ດ້ານ​ການເມືອງ​ເປັນ​ສ່ວນ​ໃຫຍ່, ແຕ່​ການ​ຮ່ວມ​ມື​ດ້ານ​ເສດຖະກິດຍັງ​ບໍ່​ທັນ​ຫຼາຍເນື່ອງ​ຈາກ​ຈຸດ​ພິເສດ​ທາງ​ດ້ານ​ພູມີ​ປະເທດ​ທີ່ຢູ່​ຫ່າງ​ໄກ​ກັນ, ແຕ່​ແນວໃດ​ກໍ​ຕາມສອງ​ຝ່າຍຈະ​ໄດ້​ພ້ອມ​ກັນ​ຊຸກ ຍູ້​ໃຫ້​ມີ​ການ​ແລກປ່ຽນການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ​ລະດັບ​ຕ່າງໆ​ນຳ​ກັນ ໂດຍ​ສະເພາະລະຫວ່າງສະ ພາ​ແຫ່ງ​ຊາດ​ລາວ ແລະ ສະພາສູງແຫ່ງ ສະຫະພັນ ຣັດ​ເຊຍ, ສືບຕໍ່​ສົ່ງ​ສານ​ອວຍພອນ​ກັນ​ໃນ​ໂອກາດ​ວັນ​ສຳຄັນ​ຕ່າງໆ ແລະ ສະໜັບສະໜູນ ແລະ ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ໃນ​ເວທີ​ລັດ​ຖະ​ສະພາ​ພາກ​ພື້ນ ແລະ ສາກົນ. ພິເສດ, ສອງ​ຝ່າຍຈະ​ຊຸກຍູ້ສອງ​ລັດຖະບານເສີມ​ຂະຫຍາຍ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະ ກິດ, ການ​ຄ້າ, ການທ່ອງທ່ຽວ​ໃຫ້​ເປັນ​ຮູບ​ປະ​ທຳ​ ຫຼາຍ​ຂຶ້ນ, ຜ່ານ​ມາໄດ້​ມີ​ການ​ເປີດ​ສາຍ​ການບິນ​ໂດຍ​ກົງ​ຮ່ວມ​ກັນ​ລະຫວ່າງ ລາວ-ຣັດ​ເຊຍ ຢ່າງ​ເປັນ​ທາງ​ການ ພ້ອມ​ກັນ​ນັ້ນເຮົາ​ຍັງ​ມີ​ເສັ້ນທາງ​ລົດໄຟ ລາວ- ຈີນ ເຊິ່ງ​ເປັນ​ອີກ​ເງື່ອນໄຂ​ໜຶ່ງ​ທີ່​ດີ​ໃນ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ໄປມາຫາສູ່ເຊິ່ງ​ກັນ ແລະ ກັນ, ມີ​ການ​ຄ້າຂາຍ​ຮ່ວມ​ກັນ, ການ​ລົງທຶນ, ການທ່ອງທ່ຽວ ແລະ ອື່ນໆ ໃນ​ອະນາຄົດ ຈະ​ນຳ​ເອົາ​ຜົນ​ປະໂຫຍດ​ມາ​ໃຫ້​ປະຊາຊົນ​ສອງ​ຊາດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 08/02/2023