ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດ​ການ​ນຳ​ໃຊ້​ອະນຸສາວະລີ​ນັກ​ບິນທະ​ຫານ ອະດີດ​ສະຫະພາບ​ໂຊ​ວຽດ


    ພິທີ​ເປີດ​ການ​ນຳ​ໃຊ້​ອະນຸສາວະລີ​ນັກ​ບິນທະຫານ ອະດີດ​ສະຫະພາບ​ໂຊ​ວຽດ ທີ່ເສຍຊີວິດ​ຢູ່​ລາວໃນໄລຍະຊຸມປີ 1960-1970 ໄດ້​ຈັດ​ຂຶ້ນຢູ່ທີ່ບ້ານອາ ກາດ ເມືອງ​ສີ​ໂຄດຕະບອງ ນະຄອນຫຼວງ​ວຽງ​ຈັນ ໃນ​ວັນ​ທີ 6 ທັນວາ 2022 ນີ້, ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ມີສະຫາຍ ວະ​ລາ​ດີ​ເມຍ ກາລີ​ນິນ ເອກ​ອັກ​ຄະ​ລັດ​ຖະ ​ ທູດ​ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສ ຣັດ​ເຊຍ ປະຈຳ ​ສປປ ລາວ, ສະຫາຍ ອີ​ກໍ ປານ​ຟີ​ລີບ ຮອງ​ປະທານ​ສະມາຄົມ​ມິດຕະພາບ ​ລາວ-ຣັດ​ເຊຍ, ມີ​ບັນດາ ການ​ນຳ​ພັກ-ລັດ, ຄະນະ​ນຳ​ກົມ​ໃຫຍ່, ຫ້ອງການ​ຝ່າຍ​ທີ່​ປືກ​ສາ​ທູດ​ປ້ອງ​ກັນ​ຊາດ, ຊ່ຽວຊານ, ຄູ​-ອາຈານ, ບັນດາ​ນາຍ​ທະຫານ​ຕາງໜ້າ​ຈາກ​ບັນດາ​ອົງການ, ກົມ​ກອງ​ອ້ອມ​ຂ້າງ​ກະຊວງ​ປ້ອງ​ກັນ​ປະເທດ, ຕະຫຼອດ​ຮອດ​ນ້ອງ​ນ້ອຍ​ເຍົາວະ​ຊົນ​ເຂົ້າ​ຮ່ວມ.

     ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ໄດ້​ມີ​ຄຳ​ເຫັນ​ກ່າວ​ເປີດ​ວ່າ: ເພື່ອ​ສະແດງ​ເຖິງ​ຄວາມ​ຮູ້​ບຸນຄຸນ​ຂອບໃຈ​ຕໍ່​ການ​ຊ່ວຍເຫຼືອ​ອັນ​ໃຫຍ່​ຫຼວງໃນ ​ສະໄໝ​ສົງຄາມ​ປົດ​ປ່ອຍປະ​ເທດ​ຊາດໃນ​ເມື່ອ​ກ່ອນ ກໍ​ຄື ​ສປປ ລາວ ໃນຕະຫຼອດ​ໄລຍະ​ຜ່ານ​ມາ ແລະ ລະນຶກ​ເຖິງ​ນັກ​ບິນທະ​ຫານ​ໂຊ​ວຽດ ອະດີດສະຫະພາບ ​ໂຊ​ວຽດ ທີ່ເສຍສະຫຼະ​ຊີວິດ​ໃນ​ການ​ປະຕິບັດ​ພັນທະ​ສາກົນ​ຢູ່​ລາວ​ເຮົາ. ສະນັ້ນ, ພັກ-ລັດຖະບານ​ຂອງ ​ສປປ ລາວ ແລະ ສ ຣັດ​ເຊຍ ໄດ້​ຕົກລົງ​ເຫັນ​ດີ​ໃຫ້​ກະ ຊວງ​ປ້ອງ​ກັນ​ປະເທດ ແຫ່ງ ​ສປປ ລາວ ເປັນ​ຜູ້ຕາງໜ້າ​ລັດຖະບານ ໂດຍ​ສົມທົບ​ກັບ​ອົງການ​ທີ່​ກ່ຽວຂ້ອງ​ຂອງ ສ ຣັດ​ເຊຍ ກໍ່ສ້າງ​ອາ​ນຸ​ສາ​ວະລີ​ນັກ​ບິນທະ​ຫານ ອະດີດ​ສະຫະພາບ​ໂຊ​ວຽດ​ຂຶ້ນ​ຢູ່​ທີ່​ນະຄອນຫຼວງ​ວຽງ​ຈັນ ແລະ ແຂວງຊຽງ​ຂວາງ ທັງ​ນີ້​ກໍ​ເພື່ອ​ເປັນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ມິດຕະພາບ, ຄວາມ​ສາ ມັກຄີ ແລະ ການ​ຮ່ວມ​ມືລະຫວ່າງ​ສອງ​ລັດຖະບານ, ສອງ​ກອງທັບ ແລະ ປະຊາຊົນ​ສອງ​ຊາດ ລາວ-ຣັດ​ເຊຍ, ຣັດ​ເຊຍ-ລາວ ທີ່​ເປັນ​ມູນເຊື້ອ​ມາ​ແຕ່​ດົນ​ນານ ​ໃຫ້​ນັບ​ມື້​ເພີ່ມ​ພູນ​ຄູນ​ສ້າງ​ຍິ່ງໆ​ຂຶ້ນ.

     ສະຫາຍ ພັນ​ເອກ ວິຊຽນ ສີ​ສະອາດ ຮອງ​ຫົວໜ້າ​ກົມ​ວິທະຍາສາດ-ປະຫວັດສາດ​ການ​ທະຫານ ຕາງໜ້າ​ເຈົ້າ​ຂອງ​ໂຄງການ​ກໍ່ສ້າງຂຶ້ນ​ລາຍ​ງານ​ໂດຍ​ຫຍໍ້​ ກ່ຽວກັບໂຄງການ​ດັ່ງກ່າວ​ວ່າ: ການ​ກໍ່ສ້າງ​ອະນຸສາວະລີ​ນັກ​ບິນທະ​ຫານ​ອະດີດ​ສະຫະພາບ​ໂຊ​ວຽດ ທີ່​ເສຍ​ຊີວິດ​ຢູ່​ລາວ ໄດ້​ເລີ່ມ​ແຕ່​ວັນ​ທີ 5 ພຶດສະພາ 2020 ຫາ 14 ຕຸລາ 2020 ແມ່ນ​ໃຫ້​ສຳເລັດ 100% ໃນ​ສອງ​ໂຄງການ​ຢູ່​ນະຄອນຫຼວງ​ວຽງ​ຈັນ​ຄື: 1. ໂຄງການ​ບຸກເບີກ​ທີ່ຢູ່​ອາໄສ​ມີ​ຄື: ປັບ​ພື້ນ​ທີ່, ສ້າງ ທາງ​ດິນ​ແດງ​ອັດ​ແໜ້ນ, ສ້າງ​ຕາ​ຄ່າຍ​ໄຟຟ້າ, ເຈາະ​ນໍ້າບາ​ດານ ແລະ ສິ່ງ​ອຳນວຍ​ດ້ານ​ຕ່າງໆເຊິ່ງ​ເລີ່ມ​ລົງມື​ກໍ່ສ້າງ 15 ພຶດສະພາ 2020 ສຳເລັດ 100% ໃນ​ ວັນ​ທີ 8 ມີ​ຖຸ​ນາ 2020 ໃນ​ມູນ​ຄ່າ​ການ​ກໍ່ສ້າງ 1 ຕື້​ກວ່າ​ກີບ, 2. ໂຄງການ​ກໍ່ສ້າງ​ອະນຸສາວະລີ​ນັກ​ບິນທະ​ຫານ​ອະດີດ​ສະຫະພາບ​ໂຊ​ວຽດ ຢູ່​ໜ່ວຍ 16 ທີ່​ ບ້ານ​ອາກາດ ເມືອງ​ສີ​ໂຄດ​ຕະບອງ ນະຄອນຫຼວງ​ວຽງ​ຈັນ ເລີ່ມ​ແຕ່​ວັນ​ທີ 5 ມີ​ຖຸ​ນາ 2020 ຫາ 14 ຕຸລາ 2020 ແມ່ນ​ສຳເລັດ 100%. ໃນ​ມູນ​ຄ່າ​ການ​ກໍ່ ສ້າງ 2 ຕື້​ກວ່າ​ກີບ. ການ​ກໍ່ສ້າງ​ອະນຸສາວະລີ​ນັກ​ບິນທະ​ຫານ​ອະດີດ​ສະຫະ​ພາບ​ໂຊ​ວຽດ ​ຈຸດປະສົງ​ກໍ​ເພື່ອ​ແນ່​ໃສ່​ເປັນ​ສະຖານທີ່​ຈາລຶກ​ບຸນຄຸນ, ຄຸນງາມຄວາມ ດີ, ຄວາມ​ເສຍສະຫຼະ​ຂອງ​ນັກ​ບິນທະ​ຫານ​ອະດີດ​ສະຫະພາບ​ໂຊ​ວຽດ ແລະ ເພື່ອ​ເປັນ​ການ​ຮຽນ​ຮູ້​ຂອງ​ພະນັກງານ​ລັດຖະກອນ, ທະຫານ-ຕຳຫຼວດ, ນ້ອງ​ນ້ອຍ ​ເຍົາວະ​ຊົນ, ນັກຮຽນ-ນັກ​ສຶກ​ສາ ແລະ ປັນຍາ​ຊົນ​ທຸກ​ຊັ້ນ​ຄົນ, ທັງ​ເປັນ​ສະຖານທີ່ໆຈະ​ຕ້ອງ​ຈົດ​ຈຳ​ໄວ້​ຕະຫຼອດ​ກາລະ​ນານ​ຂອງ​ມູນເຊື້ອ​ການ​ພົວພັນ​ຮ່ວມ​ມື​ ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ລະຫວ່າງ​ສອງ​ຊາດ, ສອງ​ກອງທັບ​ ລາວ-ຣັດ​ເຊຍ, ຣັດ​ເຊຍ-ລາວ​ ໃຫ້​ນັບ​ມື້​ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 07/12/2022