ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະມາຄົມທູດທີ່ປືກສາຝ່າຍປ້ອງກັນຊາດ​ ເຂົ້າອວຍພອນ ການນໍາກະຊວງປ້ອງກັນປະເທດ


    ໃນ​ວັນ​ທີ 1 ທັນວາ 2022, ຢູ່ທີ່​ຫ້ອງຮັບແຂກຫ້ອງວ່າການກະຊວງປ້ອງກັນປະເທດ ທ່ານ ​ພົນຕີ ​ປະສິດ ​ທ່ຽງທຳ​ ຫົວໜ້າກົມໃຫຍ່ເຕັກນິກການທະ ຫານກອງທັບ ພ້ອມດ້ວຍຄະນະ ຕາງໜ້າໃຫ້ຄະນະນໍາກະຊວງປ້ອງກັນປະເທດ ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອວຍພອນຂອງບັນດາທູດທີ່ປືກສາ ຝ່າຍປ້ອງກັນຊາດ ປະຈໍາລາວ ເຊິ່ງນຳໂດຍ ທ່ານ ​ພັນເອກ​ ອິນໂດ ເອັດເວີດ​ ຕຣານາ ແຣມເບ ທູດທີ່ປຶກສາຝ່າຍປ້ອງກັນຊາດອິນໂດເນເຊຍ, ​ ຫົວໜ້າສະ ມາຄົມທູດທີ່ປຶກສາຝ່າຍປ້ອງກັນຊາດ ປະຈຳ ສປປ ລາວ, ​​ໃນ​ນັ້ນ​ລວມມີທູດຫວຽດນາມ, ​ຣັດເຊຍ, ມາເລເຊຍ,​ ມຽນມາ, ​ໄທ,​ ຟີລິບ​ປິນ​, ອົດສະຕຣາລີ, ​ສ​ ເກົາຫຼີ ແລະ​ ອາເມຣິກາ.​ ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີ (2 ທັນວາ 1975-2 ທັນວາ 2022) ແລະ ປີໃໝ່ສາກົນ ປີ 2023 ທີ່ໃກ້ຈະມາເຖິງນີ້.

     ໃນໂອກາດດັ່ງກ່າວ, ທ່ານຫົວໜ້າສະມາຄົມທູດທີ່ປືກສາຝ່າຍປ້ອງກັນຊາດ ປະຈຳ ສປປ ​ລາວ ໄດ້ຕາງໜ້າຄະນະກ່າວສະແດງຄວາມຊົມເຊີຍຕໍ່ຜົນສຳ ເລັດ​ອັນໃຫຍ່ຫຼວງຂອງພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ເວົ້າລວມ, ເວົ້າສະເພາະ ກໍຄືກອງທັບປະຊາຊົນລາວ ທີ່ສາມາດຍາດໄດ້ເອກະລາດ ແລະ ຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວທັງຊາດ, ຕະຫຼອດ​ໄລຍະ 47 ປີຜ່ານມາ​, ໃນ​ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂໍ ສະແດງຄວາມຊົມເຊີຍຕໍ່ພັກ-ລັດຖະບານລາວ ທີ່ມີຜົນສຳເລັດໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ, ເຊິ່ງ ໄດ້ຊີ້ໃຫ້ເຫັນວ່າ ສປປ ລາວ ສາມາດ​ບັນລຸຜົນສຳ​ເລັດອັນໂດດ​ເດັ່ນໃນ​ຫຼາຍ​ດ້ານ ເປັນຕົ້ນການ​ຮັກສາ​ຈັງຫວະ​ການຂະຫຍາຍຕົວທາງດ້ານ​ເສດຖະກິດ​ຢ່າງ​ ຕໍ່​ເນື່ອງ, ມີສະຖຽນລະພາບທາງການເມືອງທ່ີໜັ້ນຄົງ, ສັງຄົມມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ອັນໄດ້​ຮັບປະກັນ​ໃຫ້​ປະຊາຊົນ​ລາວທຸກຊົນ​ເຜົ່າ​ສາມາດມີ​ສິດ ​ ອັນ​ຊອບ​ທຳ ​ແລະ ​ເສລີພາບ ​ໃນ​ການ​ເຂົ້າ​ຮ່ວມພັດທະນາ​ປະ​ເທດ​ຊາດ ​ພັດທະນາກອງທັບໄດ້​ຢ່າງ​ຫ້າວຫັນ ​ແລະ​ ເຂັ້ມແຂງ.

     ໂອກາດດັ່ງກ່າວ, ທ່ານ ພົນຕີ ​ປະສິດ​ ທ່ຽງທໍາ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ບັນດາທ່ານທູດທີ່ປຶກສາຝ່າຍປ້ອງກັນຊາດ ປະຈຳ ສປປ ລາວ ທີ່ໄດ້ ນໍາເອົາຂອງຂວັນ ແລະ ຄຳອວຍພອນອັນປະເສີດເຂົ້າມາອວຍພອນໃນຄັ້ງນີ້. ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນຄໍາເວົ້າຂອງທ່ານປະທານປະເທດ ໄດ້ກ່າວໄວ້ ວ່າ: ຕະຫຼອດໄລຍະ 47 ປີ ແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ສປປ ລາວ ໄດ້ຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກນາໆປະການຈຶ່ງສາ ມາດຍາດໄດ້ຜົນສໍາເລັດເປັນກ້າວໆມາໃນຫຼາຍດ້ານ, ປະເທດຊາດສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ປອດໄພ, ເປັນລະບຽບຮຽບຮ້ອຍ, ເສດຖະກິດໄດ້ຮັບການຂະຫຍາຍຕົວເປັນກ້າວໆ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງນັບມື້ດີ ຂຶ້ນ, ເຊິ່ງທັງໝົດນີ້ເປັນການສ້າງເງື່ອນໄຂທີ່ດີຫຼາຍດ້ານທີ່ຈະເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ນີ້. ໝາກຜົນທັງໝົດນັ້ນຈະບໍ່ສາມາດເກີດຂຶ້ນໄດ້ ຖ້າຫາກປາສະຈາກການສະໜັບສະໜູນຊ່ວຍເຫຼືອຈາກບັນດາປະເທດເພື່ອນມິດຂອງ ສປປ ລາວ ກໍຄືວົງຄະ ນາຍາດສາກົນ. ພັກ-ລັດຖະບານ ແລະ ປະຊາຊົນລາວ ເວົ້າລວມ, ເວົ້າສະເພາະ ກະຊວງປ້ອງກັນປະເທດ ແມ່ນຕີລາຄາສູງຕໍ່ການຮ່ວມມື ແລະ ການຊ່ວຍ ເຫຼືອຂອງບັນດາປະເທດເພື່ອນມິດ ກໍຄືກະຊວງປ້ອງກັນປະເທດເພື່ອນມິດຕະຫຼອດໄລຍະທີ່ຜ່ານມາ, ບົນພື້ນຖານຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ກໍຄືຕ່າງ ຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ.

ແຫຼ່ງທີ່ມາ: ຈິດ ເພັດພຸທອງ
ວັນທີ 05/12/2022