ສຳເລັດກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ ປະຈຳປີ 2022
ກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ ປະຈຳປີ 2022 ແລະ ວາງທິດທາງແຜນການວຽກງານຈຸດສຸມປະຈຳປີ 2023 ໄດ້ສຳເລັດລົງດ້ວຍໝາກຜົນ
ອັນຈົບງາມພາຍຫຼັງດຳເນີນມາເປັນເວລາ 2 ວັນໃນລະຫວ່າງວັນທີ 2-3 ກຸມພາ 2023 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ
ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນຳກະຊວງປ້ອງກັນປະເທດ,
ຜູ້ຕາງໜ້າຄະນະພັກ-ຄະນະບັນຊາບັນດາກົມ, ກອງບັນຊາການ, ກອງພົນ, ຫົວໜ່ວຍບໍລິສັດລັດວິສາຫະກິດກອງທັບ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງ
ອົງການກະຊວງ ແລະ ບັນດາກົມກອງກຳລັງຫຼວງ, ກຳລັງທ້ອງຖິ່ນທົ່ວກອງທັບເຂົ້າຮ່ວມ.
ໃນປີ
2022 ຄະນະພັກ-ຄະນະນຳກະຊວງໄດ້ຊີ້ນຳ ແລະ ຈັດຕັ້ງເຊື່ອມຊືມ-ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິສະໄໝ
ທີ
V ຂອງຄະນະພັກກະຊວງປ້ອງກັນປະເທດຢ່າງມີຈຸດສຸມ ແລະ ແທດກັບຕົວຈິງ, ມີໝາກຜົນໃນຫຼາຍດ້ານເປັນຕົ້ນແມ່ນການເຮັດໜ້າທີ່ຮັກສາຄວາມສະ
ຫງົບປອດໄພໃຫ້ການນຳພັກ-ລັດ, ແຂກພາຍໃນ ແລະ ຕ່າງປະເທດ, ປ້ອງກັນບັນດາກອງປະຊຸມທີ່ສຳຄັນຕ່າງໆ, ບັນດາວັນບຸນປະຫວັດສາດທີ່ສຳຄັນຂອງ
ຊາດ, ຂອງພັກ,
ຂອງກອງທັບ, ປ້ອງກັນສຳນັກງານອົງການ, ສະໜາມບິນ, ເສັ້ນທາງທຸລະກັນດານ, ບັນດາໂຄງການກໍ່ສ້າງຂອງລັດຖະບານ, ມີຄວາມສະ
ຫງົບປອດໄພ
100%. ໃນບົດສະຫຼຸບໄດ້ຍົກໃຫ້ເຫັນເຖິງຄວາມຕັດສິນໃຈ, ຄວາມເອົາໃຈໃສ່ຂອງອົງການ, ກົມກອງ-ທ້ອງຖິ່ນຕໍ່ໜ້າທີ່ການເມືອງຂອງຕົນ
ໂດຍປິ່ນອ້ອມ
4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກມີຜົນສຳເລັດຫຼາຍດ້ານ, ເຖິງວ່າສະພາບເສດຖະກິດ-ການເງິນມີ
ຄວາມຫຍຸ້ງຍາກເກີດຈາກຫຼາຍປັດໄຈ ເປັນຕົ້ນບັນຫານ້ຳມັນເຊື້ອໄຟແພງຂຶ້ນ, ສະບຽງອາຫານ, ໄພເງິນເຟີ້, ໄພພິບັດທຳມະຊາດ ແລະ ບັນຫາອື່ນໆ, ແຕ່
ພະນັກງານ-ສະມາຊິກພັກ ພວກເຮົາສ່ວນຫຼາຍມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ແລະ ຫ້າວຫັນປະຕິບັດໜ້າທີ່ວຽກງານເຊິ່ງໄດ້ສະແດງອອກ: ຫຼາຍກົມກອງກຳ
ລັງຫຼວງ ແລະ
ກຳລັງທ້ອງຖິ່ນ ຍັງສືບຕໍ່ສຸມໃສ່ເຄື່ອນໄຫວປະຕິບັດໜ້າທີ່ຢູ່ເຂດທຸລະກັນດານ-ຫ່າງໄກສອກຫຼີກ, ຕັ້ງໜ້າບຸກບືນ, ຫ້າວຫັນ, ເປັນແບບຢ່າງ,
ນຳພາ-ຊີ້ນຳ,
ໃກ້ຊິດຕິດແທດ ແລະ ລົງເຮັດຕົວຈິງກັບອ້າຍນ້ອງດ້ວຍຄວາມຮັບຜິດຊອບສູງ ເຮັດສຳເລັດໜ້າທີ່ການເມືອງຂອງຕົນ, ປະກອບສ່ວນໃນພາ
ລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໂດຍສະເພາະຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມ
ສະຫງົບປອດໄພ, ສ້າງເງື່ອນໄຂເອື້ອອຳນວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ. ກອງທັບເຮົາຍັງມີຄວາມ
ໜັກແໜ້ນ,
ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນຢ່າງສຸດໃຈ; ສືບຕໍ່ເປັນກຳລັງຫຼັກແຫຼ່ງໃນການປະຕິບັດແນວທາງ ປກຊ-ປກສ ທົ່ວ
ປວງຊົນຮອບດ້ານຂອງພັກ. ພ້ອມນັ້ນ, ໃນກອງປະຊຸມບັນດາກົມກອງໄດ້ຂຶ້ນປະກອບຄຳເຫັນຕໍ່ຂົງເຂດວຽກງານປ້ອງກັນຢ່າງກົງໄປກົງມາ ແລະ ມີຈຸດສຸມ
ຢ່າງໜັກແໜ້ນ.
ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄຳເຫັນໂອ້ລົມຊີ້ແຈງຕໍ່ບັນດາຄຳເຫັນ ແລະ ຄຳສະເໜີຂອງບັນດາກົມກອງ, ພ້ອມທັງ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາບັນດາກົມກອງເປັນເຈົ້າການ ເພີ່ມທະວີການນຳພາ-ຊີ້ນຳວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັບປະກັນ ສະຖຽນລະພາບ ແລະ ຄວາມຫມັ້ນຄົງຂອງຊາດ, ຕັ້ງໜ້າຍົກສູງສະຕິກຽມພ້ອມປະຕິບັດໜ້າທີ່ໄດ້ທຸກເວລາ, ເປັນເຈົ້າການຕ້ານທຸກກົນອຸບາຍເລລ່ຽມຂອງ ສັດຕູ, ທັບມ້າງຍຸດທະສາດຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ, ເປັນເຈົ້າການໃນການປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງ ພັກ, ປົກປັກຮັກສາລະບອບໃໝ່, ລະບອບປະຊາທິປະໄຕ ປະຊາຊົນໃຫ້ໝັ້ນຄົງ, ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ມີຄວາມ ສະຫງົບປອດໄພທາງດ້ານສັງຄົມຢ່າງໜັກແໜ້ນ, ສືບຕໍ່ຈັດຕັ້ງກຳລັງລົງກໍ່ສ້າງຮາກຖານການເມືອງ, ສ້າງທ່າສະໜາມ 3 ຂັ້ນ ຕິດພັນກັບວຽກງານ 3 ສ້າງ ໂດຍສຸມໃສ່ບໍລິເວນຊາຍແດນ, ເຂດຫ່າງໄກສອກຫຼີກ ແລະ ບັນດາຈຸດສຸມຂອງກະຊວງ, ສົມທົບແໜ້ນ 3 ດ້ານໄປພ້ອມໆກັນ (ດ້ານການເມືອງ, ເສດຖະ ກິດ ແລະ ການທະຫານ) ກັບການປັບປຸງລະບົບການຈັດຕັ້ງຢູ່ຮາກຖານໃຫ້ໜັກແໜ້ນເຂັ້ມແຂງໃນທຸກດ້ານ, ເອົາໃຈໃສ່ຍົກສູງສະຕິລະວັງຕົວ, ກຽມພ້ອມ ສູ້ຮົບ, ເດັດດ່ຽວຕອບຕ້ານທຸກການເຄື່ອນໄຫວຂອງສັດຕູຢ່າງທັນການ, ສຸມໃສ່ແກ້ໄຂເຂດທີ່ຍັງບໍ່ມີຄວາມສະຫງົບ, ໜໍ່ແໜງທີ່ຈະພາໃຫ້ເກີດຄວາມບໍ່ສະ ຫງົບ ແລະ ມີມາດຕະການແກ້ໄຂຄ່ອງແຄ້ວເດັດຂາດ. ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ເລິກເຊິ່ງແທດເຖິງແຕ່ລະເປົ້າໝາຍ, ອົບຮົມທາດແທ້ມູນເຊື້ອກອງທັບປະຕິວັດ, ກອງທັບປະຊາຊົນໃນເງື່ອນໄຂໃໝ່ໃຫ້ດີ ຕິດພັນກັບການເກັບກຳສະພາບການເມືອງ-ແນວຄິດຂອງພະນັກງານ- ນັກຮົບທົ່ວກອງທັບ; ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງ ກັນປະເທດ ໃຫ້ເລິກເຊິ່ງ ແລະ ທົ່ວເຖິງ, ສຶກສາອົບຮົມການເມືອງ-ນຳພາແນວຄິດຕ້ອງແຫຼມຄົມ, ເຮັດດ້ວຍຫຼາຍຮູບການ, ຫຼາຍວິທີການ ແລະ ມີເນື້ອໃນ ອຸດົມສົມບູນ, ມີຊີວິດຊີວາ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈຕໍ່ແນວທາງນະໂຍບາຍ, ລະບຽບກົດໝາຍຂອງພັກ-ລັດ ເລິກເຊິ່ງ, ແທດເຖິງ ແລະ ສ້າງໃຫ້ມີ ການປ່ຽນແປງໃໝ່ຢ່າງແທ້ຈິງ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 06/02/2023