ກົມໃຫຍ່ພະລາທິການ ປາຖະກະຖາວັນສໍາຄັນ ຂອງພັກ ຂອງຊາດ
ໃນວັນທີ 30 ມີນາ 2023 ນີ້, ກົມໃຫຍ່ພະລາທິການກອງທັບ, ໄດ້ຈັດຕັ້ງປາຖະກະຖາວັນສ້າງ ຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ, (22
ມີນາ 1955-22 ມີນາ 2023), ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ, (21 ມີນາ 1946), ວັນສ້າງຕັ້ງພັກກ໋ອມມູຍ
ນິດອິນດູຈີນ ຄົບຮອບ 93 ປີ, (3 ກຸມພາ 1930), ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ຮອງຫົວໜ້າກົມໃຫຍ່ພະລາທິ
ການກອງທັບ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກົມກອງອ້ອມຂ້າງເຂດໃຈກາງນະຄອນຫຼວງ, ສະມາຊິກພັກ, ພະນັກງານ-ນັກຮົບພາຍໃນກົມ
ໃຫຍ່ພະລາທິການກອງທັບ ເຂົ້າຮ່ວມ.
ຕະຫຼອດໄລຍະ 68 ປີ ແຫ່ງການກໍາເນີດເຕີບໃຫຍ່ ແລະ ຜົນສໍາເລັດແຫ່ງການຊີ້ນໍາ-ນໍາພາຂອງພັກປະຊາຊົນປະຕິວັດລາວ, ພາຍໃຕ້ການນໍາອັນສະຫຼາດ
ສ່ອງໃສຂອງພັັກປະຊາຊົນປະຕິວັດລາວ, ກອງທັບ ແລະ ປະຊາຊົນ ສາມາດຕີເອົາຊະນະການບຸກໂຈມຕີບຽດຢືດຂອງພວກສັດຕູທັງໝົດ, ພັກປະຊາ ຊົນປະຕິ
ວັດລາວ ແມ່ນກອງນຳໜ້າທີ່ມີການຈັດຕັ້ງ, ແມ່ນການຈັດຕັ້ງການເມືອງສູງສຸດຂອງຊົນຊັ້ນກຳມະກອນ ແລະ ຂອງລະບອບປະຊາທິປະໄຕປະຊາຊົນລາວ,
ເປັນຕົວແທນທີ່ຈົງຮັກພັກດີຢ່າງສະເໝີຕົ້ນສະເໝີປາຍຕໍ່ສິດ ແລະ ຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ ແລະ ຂອງ
ຊາດລາວທັງໝົດ, ພັກປະຊາຊົນປະຕິວັດລາວ ສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ໂດຍການສືບທອດພາລະກິດຂອງພັກກອມມູນິດອິນດູຈີນ ເຊິ່ງແມ່ນ
ປະທານ ໄກສອນ ພົມວິຫານ ເປັນຫຼັກ ແຫຼ່ງນຳພາກໍ່ຕັ້ງ, ທະນຸບຳລຸງ, ເຝິກຝົນຫຼໍ່ຫຼອມ, ກໍ່ສ້າງ ແລະ ປັບປຸງໃຫ້ໜັກແໜ້ນ, ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ປະ
ກອບດ້ວຍບຸກຄົນທີ່ຕື່ນຕົວ, ຫ້າວຫັນປະຕິວັດ, ດີເດັ່ນກວ່າໝູ່ ແລະ ໄດ້ຮັບຄວາມໄວ້ວາງ ໃຈສູງກວ່າໝູ່ໃນຊົນຊັ້ນກຳມະກອນ, ຊາວກະສິກອນ, ຊັ້ນ
ຄົນປັນຍາຊົນ ແລະ ຊາວຜູ້ອອກແຮງງານໃນເຜົ່າຕ່າງໆ ເຊິ່ງໄດ້ຜ່ານການທົດສອບໃນຂະບວນການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ວັດຖຸປະສົງ
ຂອງພັກປະຊາຊົນປະຕິວັດລາວ ແມ່ນນຳພາປວງຊົນລາວທັງຊາດ ດຳເນີນພາລະກິດປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ, ປົກປັກຮັກສາປະເທດ
ຊາດໄວ້ໃຫ້ໝັ້ນຄົງ, ກໍ່ສ້າງລະ ບອບປະຊາທິປະໄຕປະຊາຊົນ ໃຫ້ບັນລຸຕາມຈຸດໝາຍສັງຄົມນິຍົມ, ພັກປະຊາຊົນປະຕິວັດລາວ ຍຶດໝັ້ນລັດທິມາກ-ເລນິນ,
ແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກເປັນພື້ນຖານແນວຄິດ, ທິດສະດີຂອງພັກ ແລະ ຕໍ່ກັບວັນຄຽດແຄ້ນຂອງປະຊາຊົນ ລາວ
ວັນນັກຮົບເສຍອົງຄະ, ເສຍສະຫຼະຊີວິດ ເພື່ອປະເທດຊາດ 21/03/1946 ເພື່ອສະແດງເຖິງຄວາມເປັນຫ່ວງເປັນໃຍຂອງພັກ-ລັດ ທີ່ມີຕໍ່ບັນດາສະຫາຍນັກ
ຮົບທີ່ໄດ້ອຸທິດຊີວິດເລືອດເນື້ອເຫື່ອແຮງ ເພື່ອປະເທດຊາດ, ເພື່ອການປະຕິວັດປົດປ່ອຍຊາດ ກໍ່ຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ
ໃນປັດຈຸບັນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ອອກດຳລັດເລກທີ 136/ນຍ, ລົງວັນທີ 30/07/2008 ໂດຍກຳນົດເອົາວັນທີ 21 ມີນາ 1946
ເປັນວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ, ການກຳເນີດເກີດຂຶ້ນຂອງພັກກອມມູນິດຫວຽດນາມ ເຊິ່ງຜົນງານການນໍາພາຂອງພັກ ກອມມູ
ນິດຫວຽດນາມ, ໄດ້ນຳພາການຕໍ່ສູ້ຍາດເອົາອໍານາດການປົກຄອງໃນໄລຍະປີ 1930-1945 ເປັນໄລຍະທີ່ຂະບວນລຸກຮື້ຂຶ້ນຕໍ່ສູ້ຂອງມະຫາຊົນ ຂະຫຍາຍ
ຕົວຢ່າງກວ້າງຂວາງ ແລະ ຂຶ້ນສູ່ລະດັບສູງ, ດັ່ງນັ້ນ ພັກຈະຕ້ອງໄດ້ເອົາໃຈໃສ່ປັບປຸງຕົນເອງ ໃຫ້ກາຍເປັນອົງການນໍາພາ, ເປັນພາກສ່ວນນຳໜ້າຂອງມະຫາ
ຊົນຢ່າງແທ້ຈິງ, ຂົນຂວາຍ ມະຫາຊົນໃຫ້ເຂົ້າຮ່ວມຂະບວນການຕໍ່ສູ້ທັງໂຄສະນາຕ້ານຈັກກະພັດ ແລະ ຕ້ານສົງຄາມ ປີ 1936-1939 ເປົ້າໝາຍການຕໍ່
ສູ້ສະເພາະໜ້າແມ່ນຕ້ານລະບອບປະຕິການລ່າເມືອງຂຶ້ນ, ຕ້ານຟາດຊິດ ແລະ ສົງຄາມຈັກກະພັດ, ທວງເອົາສິດປະຊາທິປະໄຕ, ສັນຕິພາບ ແລະ ຄວາມຢູ່ດີ
ກິນດີມາໃຫ້ປະຊາຊົນ. ເພື່ອເສີມຂະຫຍາຍມູນເຊື້ອຂອງພັກປະຊາຊົນປະຕິວັດລາວ ແລະ ວັນສໍາຄັນປະຫວັດສາດຊາດ.
ເພາະສະນັ້ນ, ພະນັກງານ-ສະມາຊິກພັກ, ນັກຮົບໃນທົ່ວກອງທັບ ກໍຄືປະຊາຊົນລາວທັງຊາດຕ້ອງໄດ້ເອົາໃຈ ໃສ່ສຶກສາອົບຮົມນໍ້າໃຈຮັກຊາດ, ຮັກລະ ບອບປະຊາທິປະໄຕ, ກ້າວຂຶ້ນສັງຄົມນິຍົມພາຍໃຕ້ການນໍາພາຂອງພັກ, ຕັ້ງໜ້າປຸກລະດົມຂະບວນການເຄື່ອນໄຫວຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຂອງພັກໃນແຕ່ລະສະໄໝ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດໃຫ້ປາກົດຜົນເປັນຈິງ, ຊຸກຍູ້ການຫັນລົງກໍ່ສ້າງຮາກຖານ, ເຊີດຊູຄວາມຮັບຜິດ ຊອບປະຕິບັດໜ້າທີ່ພັດທະນາຊົນນະບົດ, ສ້າງບ້ານພັດທະນາ ຕາມ 4 ເນື້ອໃນ 4 ຄາດໝາຍ, ຍູ້ຂະບວນການຜະລິດເປັນສິນຄ້າ, ສຸມໃສ່ແກ້ໄຂຄວາມ ທຸກຍາກຂອງປະຊາຊົນໃຫ້ເປັນຈິງ, ສືບຕໍ່ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ມີສະຕິຕໍ່ກົນອຸບາຍຫັນປ່ຽນໂດຍ ສັນຕິທີ່ຫວັງມ້າງເພທຳລາຍຂອງພວກອິດທິກໍາລັງປໍລະປັກ, ຕັ້ງໜ້າປັບປຸງ, ຮັດແໜ້ນຄວາມສາມັກຄີປອງດອງທົ່ວປວງຊົນພາຍໃຕ້ຮົ່ມທຸງຂອງພັກ, ເອົາໃຈ ໃສ່ຈໍາກັດແກ້ໄຂສິ່ງຫຍໍ້ທໍ້ສັງຄົມ, ສ້າງບັນຍາກາດສົດໃສ, ສະຫງ່າຜ່າເຜີຍຂອງສັງ ຄົມລາວ ແລະ ຄົນລາວ, ສືບຕໍ່ປະຕິບັດນະໂຍບາຍຕ່າງປະເທດຂອງພັກ ແລະ ລັດ ຢ່າງຖືກຕ້ອງ, ຮັດແໜ້ນຄວາມສາມັກຄີພິເສດ ລາວ-ຫວຽດນາມ, ຄວາມສາມັກຄີກັບປະເທດເພື່ອນມິດຍຸດທະສາດ ແລະ ເພື່ອນມິດໃນໂລກ, ຕັ້ງໜ້າປັບປຸງພາຍໃນພັກໃຫ້ພັກກຳອຳນາດທີ່ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ຍົກສູງຄວາມເປັນແບບຢ່າງນຳໜ້າຂອງພະນັກງານ ແລະ ສະມາຊິກ ພັກ.
ແຫຼ່ງທີ່ມາ:ຄໍາປະສົງ ລາດຊະວົງ
ວັນທີ 05/04/2023