ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດ​ການ​ແຕ່ງຕັ້ງ​ຄະນະ​ຮັບຜິດຊອບ​ຈັດການ​ແຂ່ງຂັນ​ກິລາ​ ຊີງ​ຂັນ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ



    ໃນ​ວັນ​ທີ 4 ມັງກອນ 2023 ນີ້, ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ​ ໄດ້​ຈັດ​ກອງ​ປະຊຸມ​ປະກາດ​ ການ​ແຕ່ງ​ຕັ້ງ​ຄະ ນະ​ຮັບຜິດຊອບ​ຈັດການ​ແຂ່ງຂັນ​ກິລາ ​ວັນ​ທີ 20 ມັງ ກອນ ຊິງ​ຂັນ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຕີ ພັນແສງ ບຸນ​ພັນ ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ປະທານ ​ຈັດການ​ແຂ່ງ ຂັນ​ກິລາ, ມີ​ບັນດາ​ສະຫາຍ​ຄະນະ​ຮັບຜິດຊອບ, ອະນຸກຳມະການ​ດ້ານ​ຕ່າງໆ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ແສງ​ອຳພອນ ພູ ມີ​ເງິນ ຮອງ​ຫົວໜ້າ​ກົມ​ອົບຮົມ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ໄດ້​ຜ່ານ​ແຜນການ​ແຂ່ງຂັນ​ກິລາ​ກາ​ຍະ​ກຳ​ອ້ອມ​ຂ້າງ​ກະ ຊວງ​ປ້ອງ​ກັນ​ປະເທດ ຊີງ​ຂັນ ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ໃນ​ໂອກາດ ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບ ຮອບ 74 ປີ(20 ມັງກອນ 1949-20 ມັງກອນ 2023) ແລະ ເພື່ອ​ເປັນ​ການ​ຄັດ​ເລືອກ​ເອົາ​ຕົວ​ແທນ​ນັກ​ກິລາ​ເຂດ 5 ອ້ອມ​ຂ້າງ​ກະ ຊວງ, ກົມ​ກອງ​ອ້ອມ​ຂ້າງ​ນະຄອນຫຼວງ​ວຽງ​ຈັນ​ເພື່ອ​ເຂົ້າ​ຮ່ວມ​ງານ​ແຂ່ງຂັນ​ກິລາ​ທົ່ວ​ກອງທັບ ຄັ້ງ​ທີ III ປີ 2024 ຄົບຮອບ 75 ປີ ໃຫ້​ມີ​ບັນຍາກາດ​ຟົດຟື້ນ​ມ່ວນຊື່ນ ທັງ ​ເປັນ​ການ​ໃຫ້​ໂອກາດ​ນາຍ ແລະ ພົນທະຫານ ໄດ້​ເຄື່ອນ​ໄຫວ​ເຝິກແອບ​ປະເພດ​ກິລາ​ຊະນິດ​ຕ່າງໆ ເພື່ອ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ກິລາ​ມວນ​ຊົນ ແລະ ກິລາ​ການ​ທະຫານ​ໃນ​ ກອງທັບ​ຮ່ວມ​ກັນ ຖື​ເອົາ​ໂອກາດ​ນີ້, ເປັນ​ການ​ພົບ​ປະ​ສ້າງສັນ, ແລກປ່ຽນ​ບົດຮຽນ​ເຊິ່ງ​ກັນ ແລະ ກັນ ລະຫວ່າງ​ອົງການ ແລະ ກົມ​ກອງ​ເຫຼົ່າ​ຮົບ ແລະ ເພື່ອ​ເຮັດ​ໃຫ້ການ​ແຂ່ງ
ຂັນ​ກິລາ​ປະເພດ​ຕ່າງໆ ຖືກ​ຕ້ອງ​ຕາມ​ລະບຽບ ແລະ ກະຕິ​ກາທີ່​ໄດ້​ວາງ​ອອກ​ທຸກ​ປະການ ເພື່ອ​ເຮັດ​ໃຫ້​ງານ​ແຂ່ງຂັນ​ຄັ້ງ​ນີ້​ມີ​ຄວາມ​ສະຫງົບ​ເປັນ​ລະບຽບ​ຮຽບ​ຮ້ອຍ​ມີ​ຄວາມ ​ສາມັກຄີ ແລະ ມີ​ຄວາມ​ປອດ​ໄພ 100%. ເຊິ່ງ​ກິລາ​ທີ່​ນຳ​ມາ​ແຂ່ງຂັນ​ໃນ​ການ​ຊີງ​ຂັນ​ຂອງ​ຫົວ​​ໜ້າ​ກົມ​ໃຫຍ່​ເສນາ​ທິກ​ການ​ກອງທັບ​ໃນ​ຄັ້ງ​ນີ້​ມີ​ຄື: ກິລາ​ເຕະບານ​ຊາຍ, ກິລາ ​ບານສົ່ງ​ຊາຍ, ກິລາ​ບານສົ່ງ​ຍິງ, ກິລາ​ເປ​ຕັງ​ທິມ​ປະສົມ ຊາຍ-ຍິງ (2+1), ກິລາ​ກະຕໍ້​ຊາຍ ແລະ ກິລາ​ການ​ທະຫານ: ກິລາ​ການ​ທະຫານ​ນັກຮົບ​ແຂງແຮງ, ກິລາ​ແລ່ນ​ມ້າງ​ປະ ກອບ​ອາວຸດ​ປືນ AKM 400 ແມັດ, ກິລາ 3 ວິຊາ​ການ​ທະຫານ​ສົມທົບ, ກິລາ​ຜ່ານ​ສິ່ງ​ກີດຂວາງ 4x50 ແມັດ. ເວົ້າສະເພາະ ກໍ່ເພື່ອ​ເຮັດ​ໃຫ້​ກົມ​ກອງ​ເຫຼົ່າ​ຮົບ​ພ້ອມ​ກັນ​ຈັດ​ ຕັ້ງ​ປະຕິບັດ​ຕາມ​ແຜນການ​ທີ່​ກຳນົດ​ໄວ້.

ແຫຼ່ງທີ່ມາ: ໜັງສືພິມ​ກອງທັບ