ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫ່ຍການເມືອງກອງທັບເຊື່ອມ​ຊຶມ​ຄຳ​ສັ່ງ​ແນະນຳ​ ວ່າດ້ວຍການດໍາເນີນກອງປະຊຸມ
ໃຫຍ່ທົ່ວກອງທັບ ຂອງ​ຄະນະ​ພັກກະຊວງ​ປ້ອງ​ກັນ​ປະເທດ


   ໃນ​ວັນ​ທີ 28 ກຸມພາ 2023 ນີ້, ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ຈັດ​ພິທີ​ເຊື່ອມ​ຊຶມ​ຄຳ​ສັ່ງ​ແນະນຳ​ຂອງ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດວ້ຍ​ການ ​ແນະນຳ​ກະກຽມ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກທົ່ວ​ກອງທັບ ແລະ ບົດ​ແນະນຳ​ກຽ່ວ​ກັບ​ການຈັດຕັ້ງ​ປະຕິບັດ​ຄຳສັ່ງ​ການ​ນຳ​ເນີນ​ກອງ​ປະ​ຊຸມ​ໃຫຍ່​ຂອງກົມ​ໃຫຍ່​ ການເມືອງ​ກອງທັບ, ໂດຍ​ການ​ເປັນ​ປະທານຂອງ ສະຫາຍ ພົນ​ຕີ ສອນ​ທອງ ພົມ​ລາ​ວົງ ກຳ ມະການ​ຄະນະ​ປະຈຳ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ຮອງ​ຫົວໜ້າ​ ກົມ​ໃຫຍ່​ການ ເມືອງ​ກອງທັບ ມີ​ຄະນະ​ພັກ-ຄະນະ​ກົມ​ໃຫຍ່, ກົມ, ຫ້ອງການ, ກອງ, ພະນັກງານ​ຫຼັກ​ແຫຼ່ງ​ທົ່ວ​ກົມ​ໃຫຍ່​ການເມືອງ​ກອງທັບ ເຂົ້າ​ຮວ່ມ.

    ຈຸດປະສົງ​ການ​ເຊື່ອມ​ຊຶມ​ໃນ​ຄັ້ງ​ນີ້, ກໍ​ເພື່ອ​ກຳ​ແໜ້ນ​ໃນ​ການຈັດຕັ້ງ​ຜັນ​ຂະຫຍາຍ​ຂອງ ຄະນະ​ເລ ຂາທິການ​ສູນ​ກາງ​ພັກ, ບົດ​ແນະນຳ​ຂອງ​ຄະນະ​ຈັດ​ຕັ້ງ​ສູນ ​ກາງ​ພັກ ໃນ​ການ​ກະກຽມ​ຈັດ​ຕັ້ງ​ນຳ​ເນີນ​ກອງ​ປະຊຸມ​ໃຫຍ່​ແຕ່​ລະ​ຂັ້ນ​ໃນ​ທົ່ວ​ກອງທັບ ແລະ ເປັນ​ການ​ກວດກາ, ຕີ​ລາຄາ​ຄືນ​ຜົນ​ການ​ຊີ້​ນຳ-ນາ​ພາ​ຈັດ​ຕັ້ງ​ປະຕິ ບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ, ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ V ຂອງ​ອົງຄະ​ນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ໂດຍ​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ໃຫ້​ປະກົດ​ຜົນສຳເລັດ ພ້ອມ​ທັງ​ກຳນົດ​ທິດ​ທາງ​ຄາດໝາຍ​ສູ້​ຊົນ​ໃນ​ປີ​ຕໍ່ໜ້າໃຫ້​ມີ​ຄວາມ​ໜັກ​ແໜ້ນ. ເລືອກເຟັ້ນ​ເອົາ​ບຸກ​ຄະ​ລະ​ກອນ​ເຂົ້າ​ໃນ​ໂຄງ ການ​ປະກອບ​ການຈັດຕັ້ງ​ນຳພາ-ບັນຊາ​ແຕ່​ລະ​ຂັ້ນ ແລະ ຍັງ​ເປັນ​ບັ້ນ​ນຳ​ເນີນ​ຊີວິດ​ການເມືອງ​ປັບປຸງ​ປົວແປງ​ພັກ, ເຮັດ​ໃຫ້​ການຈັດຕັ້ງ​ແຕ່​ລະ​ຂັ້ນ​ມີ​ຄວາມ​ປອດ ​ໃສເຂັ້ມແຂງໜັກ​ແໜ້ນ. ການ​ເຊື່ອມ​ຊຶມ​ເປີດ​ກວ້າງ​ໃນ​ຄັ້ງ​ນີ້, ໄດ້​ຜ່ານ​ຄຳ​ສັ່ງ​ແນະນຳ​ວ່າ​ດ້ວຍ​ການ​ຜັນ​ຂະຫຍາຍ​ວຽກ​ງານ​ດັ່ງກ່າວ​ໃຫ້​ທົ່ວ​ເຖີງ​ກັນ ແລະ ຮັບ​ຮູ້​ ເຂົ້າໃຈ​ເປັນເອກະ​ພາບກັນ​ເພື່ອ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ຄະນະ​ພັກ​ແຕ່​ລະ​ຂັ້ນ​ໃນ​ທົ່ວ​ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ນຳໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ, ຮັບປະກັນ​ໃຫ້​ ເນື້ອ​ໃນ​ຄຳ​ສັ່ງ​ແນະນຳ​ຂອງ​ຄະ ນະ​ເລຂາທິການ​ສູນ​ກາງ​ພັກ ໄດ້​ຮັບ​ການຈັດຕັ້ງ​ປະຕິບັດ​ເຂົ້າ​ສູ່​ວຽກ​ງານ​ຕົວ​ຈິງ​ຢ່າງ​ມີ​ປະ​ສິດທິ​ຜົນ​ສູງ ແລະ ເຮັດ​ໃຫ້​ຄະນະ​ພັກ ​ແຕ່​ລະ​ຂັ້ນ​ກຳ​ແໜ້ນ ແລະ ນຳ​ເອົາ​ເນື້ອ​ໃນ​ສຳຄັນ​ທີ່​ໄດ້​ກຳນົດ​ໄວ້ ໃນ​ບົດ​ຄຳ​ສັ່ງ​ໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ຫັນ​ເປັນ​ແຜນ​ງານ​ອັນ​ລະອຽດ, ແທດເໝາະ, ຖືກຕ້ອງ ​ ສອດຄ່ອງ​ກັບ​ກົມ​ກອງ​ຂອງ​ຕົນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 01/03/2023