ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະເປດ-ເອັກ ສ້າງ​ສິຖິຕິ​ໂລກ ສົ່ງ​ດາວ​ທຽມຄັ້ງ​ດຽວ 143 ດວງ


ຈະຫຼວດຟໍຄອນ-9

     ເອພີລາຍງານໃນ ວັນທີ 24 ມັງກອນ ວ່າ:ຈະຫຼວດ ຟໍຄອນ-9 ຂອງບໍລິສັດສະເປດ-ເອັກ (space-x) ໄດ້ອອກເດີນທາງຈາກຖານຍິງສົ່ງລູກສອນໄຟ
ເລກທີ 40 ພາຍໃນສູນອາວະກາດ ເຄນນາດີ ທາງທິດຕາເວັນ ອອກຂອງ ລັດຟໍລິດາ ອາເມຣິກາ ໃນເວລາ 10 ໂມງຕາມເວລາທ້ອງຖິ່ນໃນວັນອາທິດທີ່
ຜ່ານມາ ໃນພາລະກິດສົ່ງດາວທຽມ 143 ດວງ ຂຶ້ນສູ່ວົງໂຄຈອນ.

     ດາວທຽມຈໍານວນ 143 ດວງ ໃນນັ້ນມີດາວທຽມສື່ສານລວມຢູ່ນໍາ ເຊິ່ງເປັນໄປຕາມຂໍ້ຕົກລົງຂອງລັດຖະບານ ແລະ ບໍລິສັດຫຼາຍແຫ່ງຮ່ວມທຶນກັນ
ທີ່ດໍາເນີນການມາຢ່າງຕໍ່ເນື່ອງນັບຕັ້ງແຕ່ປີ 2018 ເພື່ອເຂົ້າວົງ ໂຄຈອນໃນຄວາມສູງຈາກໂລກປະມານ 36.000 ກິໂລແມັດ ເພື່ອປ່ອຍສັນຍານອິນເຕີ
ເນັດຄວາມໄວສູງ ທີ່ບໍລິສັດ space-x ຕັ້ງເປົ້າສ້າງເຄືອຂ່າຍອິນເຕີເນັດ ຈາກນອກໂລກໂດຍພັດທະນາຂຶ້ນເອງ ທັງນີ້ ບໍລິສັດຈະສ້າງເຄືອຂ່າຍອິນເຕີເນັດ
ຢູ່ອາວະກາດສູງສຸດເຖິງ 12.000 ຈຸດ.

     ທັງນີ້, ພາລະກິດສົ່ງດາວທຽມ 143 ດວງ ຄັ້ງນີ້ ຖືເປັນການສົ່ງດາວທຽມທີ່ຫຼາຍທີ່ສຸດໃນຄັ້ງດຽວ ແລະ ໄດ້ທໍາລາຍສະຖິຕິ ໃນຄັ້ງທີ່ຜ່ານມາຄືການ
ສົ່ງດາວທຽມຈໍານວນ 104 ດວງ ຂຶ້ນສູ່ອາວະກາດ.