ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອັງກິດ ຢືນຢັນຈະຈັດຊື້ເຮືອບິນຂົນສົ່ງລຳລຽງແບບ A400 ​ເພີ່ມ


ເຮືອບິນຂົນສົ່ງລຳລຽງແບບ airbus A400 Atlas

     ເວັບໄຊການທະຫານ ອັງກິດ ເປີດເຜີຍໃຫ້ຮູ້ວ່າ: ອັງກິດ ຢືນຢັນເຈດຈຳນົງທີ່ຈະຈັດຊື້ເຮືອ ບິນຂົນສົ່ງລຳລຽງແບບ airbus A400 Atlas ເພີ່ມໂດຍ
ຈະລວມຢູ່ໃນແຜນການຈັດຊື້ຂອງ ກະຊວງປ້ອງກັນປະເທດ ປີ 2021-2030.

     ເຮືອບິນ A400 ເປັນເຮືອບິນຂົນສົ່ງຂະໜາດກາງສາມາດຮອງຮັບນໍ້າໜັກໄດ້ 37 ໂຕນ. ເຊິ່ງປັດຈຸບັນ ກະຊວງປ້ອງກັນປະເທດ ອັງກິດ ໄດ້ສັ່ງຊື້ເຮືອ
ບິນຊະນິດນີ້ໄປແລ້ວຈຳນວນ 22 ລຳ.

     ກະຊວງປ້ອງກັນປະເທດ ອັງກິດ ຮູ້ອີກວ່າ: ໃນປີຕໍ່ໆໄປອັງກິດຍັງມີແຜນຈະລົງທຶນດ້ານອາວຸດລວມມູນຄ່າ 3.13 ພັນລ້ານ ໂດລາສະຫະລັດ ເຊິ່ງເເຜນ
ການຈັດຊື້ A400 ເພີ່ມເຕີມນັ້ນກໍນອນຢູ່ໃນງົບປະມານຈຳນວນນີ້ເຊັ່ນດຽວກັນເເຕ່ຍັງບໍ່ໄດ້ລະບຸເຖິງຈຳນວນ, ງົບປະມານ ແລະ ໄລຍະເວລາໃນການດຳ
ເນີນການ. ສ່ວນ A400 ຈຳນວນ 22 ລຳທີ່ໄດ້ສັ່ງຊື້ໄປແລ້ວນັ້ນ ແມ່ນຈະມາຮອດອັງກິດໃນມໍ່ໆ ນີ້, ໃນນັ້ນຈຳນວນ 20 ລໍາຈະມາຮອດກ່ອນ ແລະ ອີກ
2 ລຳສຸດທ້າຍຈະມາຕາມຫຼັງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 28/02/2022