ລະບົບຄົ້ນຫາທໍາລາຍລະເບີດຄວບຄຸມທາງໄກ
ລະບົບຄົ້ນຫາທໍາລາຍລະເບີດຄວບຄຸມທາງໄກ M160 ເປັນລະບົບແສງຄວບຄຸມທາງໄກບໍ່ມີຄົນຂັບ, ອອກແບບມາ ເພື່ອຮັບໃຊ້ທະຫານຊ່າງແສງຂອງກອງທັບບົກ
ສະຫະລັດອາເມຣິກາ. ລະບົບຄວບຄຸມທາງໄກ ຫຼື remote control system ສາມາດຄວາມຄຸມຕາມເວລາໃຊ້ງານຕົວຈິງໃນການຄົ້ນຫາ ແລະ ທໍາລາຍລະເບີດ. ຜູ້
ຄວບຄຸມສາມາດຄວບຄຸມລະບົບດັ່ງກ່າວໄດ້ທັງຕໍາແໜ່ງຢູ່ເທິງຍານ ແລະ ຫ່າງໄກຈາກຍານ.
ລະບົບດັ່ງກ່າວຖືກຕິດຕັ້ງດ້ວຍລະບົບສື່ສານທີ່ສາມາດສົ່ງຂໍ້ມູນການເຮັດວຽກ ແລະ ພາເຄື່ອນໄຫວຕ່າງໆໃຫ້ແກ່ຜູ້ຄວບຄຸມ. M160 ຖືກອອກແບບມາເພື່ອໃຫ້ເໝາະ
ສົມກັບການຄົ້ນຫາທໍາລາຍລະເບີດຢູ່ເຂດຫ່າງໄກສອກຫຼີກ. ລະບົບຄວບຄຸມທາງໄກສາມາດຊ່ວຍໃຫ້ຜູ້ຄວບຄຸມຢູ່ຕໍາແໜ່ງທີ່ປອດໄພຫ່າງຈາກຈຸດລະເບີດແຕກໃນໄລ
ຍະປະຕິບັດງານ.
ເຄື່ອງຈັກ ແລະ ອົງປະກອບທີ່ສໍາຄັນຂອງເຄື່ອງຈັກແມ່ນຖືກປົກຫຸ້ມດ້ວຍເຫຼັກຫຸ້ມເກາະໜາແໜ້ນເພື່ອປ້ອງກັນການຖືກທໍາລາຍຈາກລະເບີດ. ການຄົ້ນຫາແມ່ນດໍາ
ເນີນໂດຍການໃຊ້ການເຄືອນໄຫວດ້ວຍແສງທີ່ມີຄວາມໄວສູງ ແລະ ທໍາລາຍດ້ວຍຄ້ອນທຸບແບບໝຸນ, ລະບົບສາມາດຂຸດເຈາະດິນດ້ວຍຄວາມເລິກ 5,8 ຊັງຕີແມັດ ຫຼື
ຕາມສະພາບຂອງດິນ.