ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອີຣານ ນຳ​ສະ​ເໜີອຸປະກອນ​ການ​ທະຫານ​ພາຍ​ໃນ​ປະ​ເທດຫຼາຍຢ່າງ


     ຊ່ອງໂທລະພາບ Press TV ລາຍງານໃນ ວັນທີ 25 ພຶດສະພາ ນີ້ວ່າ: ກອງທັບ ອີຣານ ໄດ້ເປີດຕົວອຸປະກອນການທະຫານ ພາຍໃນປະເທດຫຼາຍ
ປະເພດ ເປັນຕົ້ນແມ່ນ: ລະບົບເຕືອນໄພ ເຣດາ, ລະບົບກວດຈັບ ແລະ ເຄື່ອງຈັກຂະໜາດນ້ອຍ ເຊິ່ງທັງໝົດແມ່ນມີຄວາມສາມາດ ໃນການຊອກຄົ້ນຫາ
ແລະ ແຊກແຊງກັບລັດສະໝີທາງອາກາດ, ເຊິ່ງມີເຮືອບິນບໍ່ມີຄົນຂັບ (UAVs), ເຮລີກົບແຕ ແລະ ເຮືອບິນສູ້ຮົບ.

     ພ້ອມດຽວກັນນັ້ນ, ລະບົບເຕືອນໄພແມ່ນໃຊ້ເພື່ອກວດສອບການນາບຂູ່ຈາກອາວຸດ ແລະ ເຄື່ອງບິນທີ່ນຳໃຊ້ເລເຊີ. ອຸປະກອນນີ້ສາມາດຕິດຕັ້ງລະ
ບົບປ້ອງກັນທາງອາກາດໃນລະດັບຕ່ຳ ແລະ ສົ່ງສັນຍານເຕືອນໃຫ້ ສະຖານີຄວບຄຸມ UAV ຢູ່ພື້ນ ດິນ.

     ນອກຈາກນີ້ ອີຣານ ຍັງໄດ້ຈັດ ສະແດງເຮືອບິນຂະໜາດເບົາ, ແລະ ລະບົບລູກສອນໄຟນຳວິຖີ. ລົດ Ranesh-1 ມີຄວາມເບົາພຽງພໍທີ່ຈະສະໜອງ
ຄວາມໄວສູງ, ມີເພດານການບິນສູງສາມາດບັນທຸກອຸປະກອນ ແລະ ສາມາດຕໍ່ເວລາການບິນຂອງເຄື່ອງບິນ UAV ທຸກຊະນິດ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 27/05/2022