ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດເຊຍ ​ເປີດ​ເຜີຍ​ແບບ​ຈຳລອງກຳ​ປັ່ນດໍານໍ້າຕິດອາວຸດ


     ແຫຼ່ງຂ່າວໃນພາກອຸດສາຫະກໍາຄວາມໝັ້ນຄົງຂອງ ຣັດເຊຍ ໄດ້ກ່າວກັບສໍານັກຂ່າວ Tass ວ່າ: ສໍານັກອອກແບບ Mala­chite ໄດ້ເລີ່ມງານວິໄຈ ແລະ ພັດທະນາ
ສໍາລັບການສ້າງ ກຳ​ປັ່ນດໍານໍ້າ ພະລັງງານ ນິວເຄລຍທີ່ຕິດອາວຸດຊັ້ນທີ 5 ພາຍໃຕ້ຊື່ລະຫັດ Laika ຫຼັງຈາກສໍາເລັດການອອກແບບຂັ້ນເບື້ອງຕົ້ນໃນປີ 2018 ທີ່ຜ່ານມາ,
ສໍາລັບເວລານັ້ນແຫຼ່ງຂ່າວບໍ່ໄດ້ໃຫ້ຄວາມລະອຽດດ້ານຄຸນສົມບັດຂອງກຳປັ່ນ​ດໍານໍ້າ ໂດຍກ່າວພຽງວ່າ: ອາວຸດປ່ອຍນໍາວິຖີຄວາມໄວເໜືອສຽງແບບ Tsir­kon(Zircon)
ຈະເປັນໜຶ່ງໃນຫຼັງຈາກສໍາເລັດ ການອອກແບບຂັ້ນເບື້ອງຕົ້ນໃນປີ 2018 ທີ່ຜ່ານມາ, ສໍາລັບເວລານັ້ນແຫຼ່ງຂ່າວບໍ່ໄດ້ໃຫ້ຄວາມລະອຽດດ້ານຄຸນສົມບັດຂອງ ກຳ​ປັ່ນດໍານໍ້າ
ໂດຍກ່າວພຽງວ່າ: ອາວຸດປ່ອຍນໍາວິຖີຄວາມໄວເໜືອສຽງແບບ Tsir­kon(Zircon) ຈະເປັນໜຶ່ງໃນກຸ່ມອາວຸດໂຈມຕີທີ່ດີທີ່ສຸດ ທີ່ຈະນໍາມາຕິດຕັ້ງໃສ່ກຳ​ປັ່ນລຸ້ນດັ່ງກ່າວ
ແລະ ກຳ​ປັ່ນດໍານໍ້າ ລໍານີ້ຈະມີໂຄງສ້າງແບບ Modular ພັດທະນາການຮ່ວມລະຫວ່າງລະບົບອໍານວຍການຮົບ ແລະ ປັນຍາປະດິດ AI.

     ຕາມແບບຈໍາລອງທີ່ຖືກຈັດສະແດງຫຼ້າສຸດ ກຳ​ປັ່ນດໍານໍ້າ ນິວເຄລຍ ຕິດຂີປະນາວຸດຊັ້ນ Project 585 Laika SSBN ມີ ຄວາມແຮງແຫກນໍ້າ 11.340 ໂຕນ, ດໍາ
ນໍ້າໄດ້ເລິກສຸດ 600 ແມັດ, ສາມາດແລ່ນໄດ້ໄວ 65 ກິໂລແມັດຕໍ່ຊົ່ວໂມງ ແລະ ມີໄລຍະເວລາປະຕິບັດການຢູ່ໃຕ້ນໍ້າໄດ້ 90 ວັນ, ຊຸດລະບົບອາວຸດຈະຮອງຮັບອາວຸດປ່ອຍ
ນໍາວິຖີ Kalibr (ລວມລຸ້ນໂຈມຕີພາກພື້ນດິນ 314), ອາວຸດນໍາວິຖີຕໍ່ຕ້ານ ກຳ​ປັ່ນ ຜິວນໍ້າ Hypersonic ແບບ 3M-22 (Zircon), ອາວຸດປ່ອຍນໍາວິຖີຕໍ່ຕ້ານ ກຳ​ປັ່ນຜິວ
ນໍ້າ P-800Oniks(3M-55), ອາວຸດປ່ອຍນໍາວິຖີຕໍ່ຕ້ານເຮືອດໍານໍ້າ 91RU Otvet, ອາວຸດປ່ອຍນໍາວິຖີຕໍ່ຕ້ານ ເຮືອດໍານໍ້າ Khishchnik (ຕາມແຫຼ່ງຂໍ້ມູນເປີດ ຕ໋ອກປີໂດ
ຄວາມໄວສູງກໍາລັງຖືກພັດທະນາພາຍໃຕ້ໂຄງການນີ້) ຕ໋ອກປີໂດ ໜັກແບບ Fizik-1 ແລະ USET-80, ອາວຸດຕໍ່ຕ້ານ ຕ໋ອກປີໂດ ແບບ Lasta, ທຸ່ນລະເບີດຂັບເຄື່ອນ
ດ້ວຍ ຈະຫຼວດ PMR-2,ຕ໋ອກປີໂດ ທຸ່ນລະເບີດ MTPK-1 ແລະ ອາວຸດປ່ອຍນໍາວິຖີພື້ນສູ່ອາກາດສໍາລັບລະບົບປ້ອງກັນໄພ ທາງອາກາດເຄື່ອນຍ້າຍໄດ້ດ້ວຍບຸກຄົນ.