ຝຣັ່ງ ໄດ້ປະສົບຜົນສຳເລັດໃນການທົດລອງຍິງ ລູກສອນໄຟ ຈາກກຳປັ່ນດໍານໍ້າ
ລູກສອນໄຟ ຍິງຈາກເດໍານໍ້າ
ຕາມຂ່າວຈາກໜັງສືພິມ ກອງທັບປະຊາຊົນຫວຽດນາມ ໃຫ້ຮູ້ວ່າ: ກອງທັບເຮືອ ຝຣັ່ງ ໄດ້ທົດລອງຍິງລູກສອນໄຟຈາກ ກຳປັ່ນດໍານ້ຳ Le Temeraire ຢູ່ທາງພາກ
ຕາເວັນຕົກຂອງ ຝຣັ່ງ ຫາເຂດທະເລ ຄາລິບບິນດ້ວຍໄລຍະ 5.900 ກິໂລແມັດ.
ທ່ານ ໂຟເລັນພາລີ ລັດຖະມົນຕີ ກະຊວງປ້ອງກັນປະເທດ ຝຣັ່ງກ່າວວ່າ: ການທົດລອງຍິງ ລູກສອນໄຟ ຈາກກຳປັ່ນດໍານໍ້າໃນຄັ້ງນີ້ ແມ່ນເປັນການຢັ້ງຢືນເຖິງຄວາມ
ອາດສາມາດ ແລະ ຄວາມ ເຊື່ອໝັ້ນໃນການປົກປ້ອງເຂດນໍ້າ ແດນດິນຂອງຕົນຈາກຝ່າຍກົງກັນຂ້າມດ້ວຍອາວຸດຍຸດທະສາດ, ພ້ອມນັ້ນທ່ານກໍໄດ້ສະແດງຄວາມ ຍິນດີ
ກັບທີມງານຜູ້ຊ່ຽວຊານທີ່ເຂົ້າຮ່ວມໃນການທົດລອງຄັ້ງນີ້ ພວກເຂົາເຫຼົ່ານີ້ຈະເປັນບຸກຄົນທີ່ມີຄວາມໝາຍຄວາມສໍາຄັນໃນການຮັກສາອະທິປະໄຕຂອງ ຝຣັ່ງ.
ປັດຈຸບັນ ກອງທັບ ຝຣັ່ງ ມີລູກສອນໄຟຂ້າມທະວີບ M51 ຈໍາ ນວນ 3 ລຸ້ນທີ່ສາມາດຍິງດ້ວຍໄລຍະໃກ້- ໄກແຕກຕ່າງກັນ ແລະ ຖືກອອກແບບມາເພື່ອບັນຈຸຫົວຮົບ
ນິວເຄລຍ ໄດ້ 6 ຫາ 10 ຫົວ ຮົບ, ກຳປັ່ນດໍານໍ້າ Le Temeraire ແມ່ນໜຶ່ງໃນຈໍານວນ ກຳປັ່ນດໍານ້ຳ ຈໍານວນ 3 ລໍາທີ່ປະຈໍາການໃນ ກອງທັບເຮືອ ຝຣັ່ງໂດຍມີການ
ຕິດຕັ້ງອາວຸດນິວເຄລຍທີ່ມີຄວາມສາມາດໃນການທໍາລາຍສູງ.