ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຕາອັບ​ເປີດ​ເຜີຍ​ຮູບ​ແບບ​ເຮືອບິນ​ສົ່ງ​ສິນຄ້າ​ໄວ​ກວ່າ​ສຽງ


ເຮືອບິນ​ສົ່ງ​ສິນຄ້າ​ໄວ​ກວ່າ​ສຽງ

     ບໍລິສັດ ບູນຊຸບເປີ ໂຊນິກ ສະຕາອັບ ຈາກ ໂຄໂລຣາໂດ ເລີ່ມຕົ້ນທົດສອບເຮືອບິນ XB-1 ທີ່ມີຄວາມໄວກວ່າສຽງຂັບເຄື່ອນດ້ວຍເຄື່ອງຈັກ J85-15 3 ໂດຍບໍລິສັດ
ເຈນໂນໂຣນເອເສກ ຕຼິກໂກ ໄດ້ນໍາເຮືອບິນຕົ້ນແບບນີ້ອອກທົດສອບການບິນທີ່ ລັດຄາລີຟໍເນຍ, ສະຫະລັດອາເມຣິກາ.

     ຖ້າການທົດສອບເຮືອບິນຕົ້ນແບບປະສົບຄວາມສໍາເລັດທາງ ບໍລິສັດຈະພັດທະນາເຮືອບິນຂົນສົ່ງໂດຍສານຄວາມໄວກວ່າສຽງທີ່ມີຂະໜາດໃຫຍ່ກວ່າ XB-1 ເຖິງ 3
ເທົ່າ ແລະ ເຮືອບິນຈະຮອງຮັບຜູ້ໂດຍສານໄດ້ປະ ມານ65-88 ບ່ອນນັ່ງ ແລະ ຫຼຸດເວລາບິນຂ້າມມະຫາສະມຸດ ອັດລັງຕິກໄປປະມານ 3 ຊົ່ວໂມງ ເຄິ່ງ ໂດຍບໍລິສັດຕັ້ງເປົ້າ
ຈະເດິນໜ້າທົດສອບເຮືອບິນລຸ້ນດັ່ງກາວໃນອີກ 5 ປີຂ້າງໜ້າ ແລະ ນໍາມາໃຊ້ເປັນ​ເຮືອບິນຂົນສົ່ງຜູ້ໂດຍສານໄດ້ໃນອີກ 10 ປີຕໍ່ໜ້າ.

     ນອກນັ້ນ, ທ່ານ ເບລກ ສະກູຜູ້ບໍລິຫານບໍລິສັດດັ່ງກ່າວຄາດການວ່າຕະຫຼາດການບິນຈະກັບມາຟື້ນໂຕ ຈາກວິກິດ ໂຄວິດ-19 ແລະ ​ເຮືອບິນທີ່ໃຊ້ເວລາສັ້ນລົງຈະຊ່ວຍ
ຫຼຸດໂອກາດການຕິດເຊື້ອຜ່ານການເດີນທາງດ້ວຍເຮືອບິນໄດ້ໜ້ອຍລົງ.