ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິນເດຍ ນຳ​ເອົາລະ​ບົບປ້ອງ​ກັນ​ໄພ​ທາງ​ອາກາດ S-400 ​ເຂົ້າ​ປະຈຳການ​ໃນ​ກອງທັບ


ລະ​ບົບປ້ອງ​ກັນ​ໄພ​ທາງ​ອາກາດ S-400

     ຕາມການລາຍງານຂອງສໍານັກຂ່າວ ຊິນຮ່ວາ ໃຫ້ຮູ້ວ່າ: ພາຍຫຼັງກອງທັບ ອິນເດຍ ໄດ້ຮັບລະບົບລູກສອນໄຟປ້ອງກັນອາກາດແບບ S-400 ຈາກ
ຣັດເຊຍ ເມື່ອປີທີ່ແລ້ວພາຍໃຕ້ສົນທິສັນຍາການຮ່ວມມືທາງການທະຫານ ຫຼ້າສຸດກອງທັບອາກາດ ອິນເດຍ ໄດ້ນຳໃຊ້ລະບົບປ້ອງກັນໄພທາງອາກາດແບບ
S-400 ທີ່ມີການຮັບມອບຊຸດທຳອິດເຂົ້າປະຈໍາການຢູ່ ກົມປ້ອງກັນອາກາດໃນແຂວງປັນຈາບທ່າມກາງຄວາມຂັດແຍ້ງລະຫວ່າງ ຣັດເຊຍ-ອູແກຣນ.

     ກອງທັບອາກາດ ອິນເດຍ ໄດ້ສ້າງກອງບັນຊາການລະບົບລູກສອນໄຟປ້ອງກັນອາກາດພ້ອມ S-400 ຊຸດທຳອິດໄປແຂວງປັນຈາບ, ພ້ອມທັງບຸກຄະ
ລາກອນທີ່ຜ່ານການອົບຮົມຈາກ ຣັດເຊຍ.

     ການມອບລະບົບປ້ອງກັນໄພທາງອາກາດແບບ S-400 ຊຸດ ຕໍ່ໄປຈະມີຂຶ້ນໃນອະນາຄົດອັນໃກ້ນີ້. ກອງທັບອາກາດ ອິນເດຍ ຍັງຈະສຸມໃສ່ການປະຕິ
ບັດໜ້າທີ່ຢູ່ເຂດຊາຍແດນພາກຕາເວັນອອກ ຂອງປະເທດ ແລະ ຈະເພີ່ມທະວີການສະໜັບສະໜູນໃຫ້ແກ່ການເຝິກອົບຮົມບຸກຄະລາກອນ ພາຍໃນປະເທດ
ໃຫ້ແຂງແກ່ນ ຍິ່ງຂຶ້ນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 22/03/2022