ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະ​ເທດ​ມະຫາ​ອຳນາດ​ຄວນ​ປະຕິບັດ​ຕາມ​ສົນທິສັນຍາ ​ຫ້າມ​ອາວຸດ​ໃນ​ອາ​ວະ​ກາດ​ຢ່າງ​ເຂັ້ມ​ງວດ


     ໃນຊຸມປີມໍ່ໆມານີ້, ບັນດາປະເທດມະຫາອຳນາດ ທີ່ສົ່ງເສີມການທະຫານທາງອາວະກາດ ເຊິ່ງເຮັດໃຫ້ປະຊາຄົມໂລກ ມີຄວາມກັງວົນກ່ຽວກັບການ
ແຂ່ງຂັນດ້ານອາວຸດໃໝ່ໃນອະນາຄົດ.

     ເມື່ອບໍ່ດົນມານີ້, ລັດຖະມົນຕີ ກະຊວງການຕ່າງປະເທດ ຣັດເຊຍ ທ່ານ ແຊັກໄຄອີ ລາຣົບ ໄດ້ຮຽກຮ້ອງໃຫ້ມີການເຈລະຈາສາກົນ ເພື່ອຫ້າມການນຳ
ໃຊ້ອາວຸດໃດໆ ຫຼື ການຂົ່ມຂູ່ດ້ວຍການນຳໃຊ້ກຳລັງອາວະກາດ.

     ເພື່ອເນັ້ນໜັກເຖິງຄວາມສໍາຄັນຂອງສົນທິສັນຍາ ຫ້າມອາວຸດໃນອາວະກາດ, ທ່ານ ລາຣົບ ໄດ້ສະເໜີວ່າ: ສົນທິສັນຍາທີ່ກ່ຽວຂ້ອງລະຫວ່າງຣັດເຊຍ
ແລະ ຈີນ ໄດ້ຍື່ນສະເໜີຕໍ່ ກອງປະຊຸມປົດອາວຸດຢູ່ ເຊີແນວ (ສະວິດເຊີແລນ) ໃນປີ 2014, ພ້ອມດຽວກັນນັ້ນກໍຢືນຢັນວ່າ ສະມາຊິກສະຫະປະຊາຊາດ ຄະ
ນະກໍາມະການສັນຕິພາບຂອງ ສະຫະປະຊາຊາດ (UN) ຍາມໃດກໍ່ຮັກສາຫຼັກໝັ້ນທີ່ສອດຄ່ອງກ່ຽວກັບສິດທິຂອງປະເທດຕ່າງໆ ໃນການເຂົ້າເຖິງສູນອາວະ
ກາດຢ່າງເທົ່າທຽມກັນ. ນີ້ບໍ່ແມ່ນຄັ້ງທຳອິດທີ່ ທ່ານ ລາຣົບ ໄດ້ຮຽກຮ້ອງໃຫ້ບັນດາປະເທດ ຍົກໃຫ້ເຫັນການຮ່ວມມືດ້ານອາວະກາດ ຊື່ງແມ່ນໜຶ່ງໃນບັນ
ດາໜ້າທີ່ສຳຄັນຂອງວາລະປະຊຸມສາກົນ ແລະ ສະເໜີກົນໄກສາກົນທີ່ຈະຫ້າມອາວຸດຢູ່ໃນອາວະກາດ. ຣັດເຊຍ ຍັງໄດ້ເຊື້ອເຊີນບັນດາປະເທດ ເຂົ້າຮ່ວມໃນ
ຂໍ້ລິເລີ່ມຫຼາຍຝ່າຍທີ່ສົ່ງເສີມໂດຍ ຣັດເຊຍ ເພື່ອໃຫ້ຄຳໝັ້ນສັນຍາທາງການເມືອງ ບໍ່ແມ່ນປະເທດທຳອິດ ທີ່ສົ່ງອາວຸດໄປສູ່ອາວະກາດ. ຕາມ ທ່ານ ລາຣົບ
ໃຫ້ຮູ້, ມີ ປະມານ 30 ປະເທດໄດ້ຕອບສະໜອງຕໍ່ຂໍ້ລິເລີ່ມນີ້.

     ຄວາມກັງວົນກ່ຽວກັບການແຂ່ງຂັນໃໝ່ໃນອາວະກາດ ໄດ້ເພີ່ມຂຶ້ນໃນຊຸມປີມໍ່ໆມານີ້ໂດຍ ມີຫຼາຍປະເທດເຫັນວ່າ ແມ່ນສະໜາມຮົບໃໝ່ໃນອະນາ
ຄົດຄື: ສະໜາມຮົບທາງອາກາດ, ທະເລ ແລະ ທາງອິນເຕີເນັດ. ຂອງບັນດາປະເທດມະຫາອໍານາດໂລກເຊັ່ນ: ອາເມຣິກາ, ຣັດເຊຍ, ຈີນ, ຍີ່ປຸ່ນ, ຝຣັ່ງ ໄດ້
ຊຸກຍູ້ການຄົ້ນຄ້ວານະໂຍບາຍຢ່າງຕັ້ງໜ້າ ແລະ ສ້າງຕັ້ງກຳລັງທີ່ ຮັບຜິດຊອບໃນການປະຕິບັດງານໃນອາວະກາດ.

     ນອກຈາກນັ້ນ, ຫຼາຍປະເທດໄດ້ສຸມໃສ່ການພັດທະນາລະບົບຕ້ານດາວທຽມ ເຊັ່ນ: ອາເມຣິກາ ASM-135 ແລະ SM-3 ລູກສອນໄຟ ຫຼື ລະບົບປ້ອງ
ກັນ A-235 Nudol ແລະ S-500 Pro­metheus ຂອງຣັດເຊຍ. ຈີນ  ແລະ ອິນເດຍ ກໍຖືວ່າໄດ້ພັດທະນາອາວຸດທີ່ມີລັກສະນະນີ້. ໃນຂະນະດຽວກັນ,
ຝຣັ່ງ ກໍກຳ ລັງພັດທະນາດາວທຽມຂອງ​ທັບ​ສະ​ນິດ​ໃໝ່ ແລະ ພັດທະນາອາວຸດເລເຊີຂອງດາວທຽມ ເພື່ອປ້ອງກັນຕົວເອງ, ໃນຂະນະທີ່ຍີ່ປຸ່ນມີແຜນການສຶກ
ສາຄົ້ນຄວ້າ ໃຊ້ຄື້ນໄຟຟ້າເພື່ອເຮັດໃຫ້ດາວທຽມການທະຫານປິດ. ແມ່ນແຕ່ສະຫະລັດອາເມຣິກາ ກໍວາງແຜນທີ່ຈະພັດທະນາອາວຸດພະລັງງານໂດຍກົງໃນ
ອາວະກາດ, ໂດຍໃຊ້ດາວທຽມທີ່ມີອາວຸດແຊກແຊງປະສົມປະສານເຂົ້າໃນການກວດຄົ້ນ ແລະ ທໍາລາຍລູກສອນໄຟສັດຕູຈາກ ອາວະກາດ.

     ໃນສະພາບການປັດຈຸບັນ, ຖ້າຫາກວ່າປະເທດໃດໜຶ່ງສົ່ງອາວຸດໄປຍັງອາວະກາດຢ່າງແນ່ນອນຈະກໍ່ໃຫ້ເກີດປະຕິກິລິຍາຕ່ອງໂສ້, ສ້າງການແຂ່ງຂັນດ້ານ
ການທະຫານໃໝ່ ທັງໃນ ອາວະກາດ ແລະ ພາກພື້ນດີນ, ເຊິ່ງເປັນໄພຂົ່ມຂູ່ຕໍ່ສະຖຽນລະພາບຍຸດທະສາດໃນທົ່ວໂລກ.

     ປັດຈຸບັນ, ສົນທິສັນຍາ ອາວະກາດປີ 1967 ຍັງຄົງເປັນເອກະສານໃຈກາງກ່ຽວກັບກົດໝາຍອາວະກາດສາກົນ ແລະ ແມ່ນສຳຄັນທີ່ສຸດຂອງ 5 ສົນ
ທິສັນຍາຕົ້ນຕໍຂອງສະຫະປະຊາຊາດໃນຂົງເຂດນີ້. ເຖິງແມ່ນວ່າຈະຖືກຫ້າມບໍ່ໃຫ້ສົ່ງ ອາວຸດນິວເຄລຍ ຫຼື ອາວຸດທຳລາຍມະນຸດ ໄປສູ່ວົງໂຄຈອນໂລກ ຫຼື
ອົງການຂັ້ນສູງອື່ນໆ, ແຕ່ກົນໄກນີ້ບໍ່ໄດ້ກວມເອົາການເຄື່ອນໄຫວທາງທະຫານໃນອາວະກາດ ຫຼື ອາວຸດຕ້ານດາວທຽມ.

     ດັ່ງນັ້ນສົນທິສັນຍາສະບັບໃໝ່ທີ່ສົມບູນກວ່າເກົ່າ ໂດຍມີສ່ວນຮ່ວມຂອງປະເທດ ມະຫາອຳນາດ ໃນອາວະກາດ, ຈະຊ່ວຍປ້ອງກັນຈຳກັດການແຂ່ງຂັນ
ດ້ານ ອາວຸດໃນອາວະກາດຂະໜາດໃຫຍ່ ໃນອານາຄົດ.