ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເກົາຫຼີ ​ປະສົບ​ຜົນສຳ​ເລັດ​ໃນ​ການ​ທົດ​ລອງ ຕໍປີໂດ ລຸ້ນໃໝ່


     ສຳນັກຂ່າວ ເຈມ ລາຍງານ ໃນວັນທີ 17 ພຶດສະພາ ນີ້ວ່າ: ອົງການກວດກາຄຸນນະພາບ ແລະ ເຕັກໂນໂລຊີປ້ອງກັນປະເທດ ສ ເກົາຫຼີ ໄດ້ປະກາດ
ຄວາມສຳເລັດໃນການທົດລອງລູກສອນໄຟ"Tiger Shark" ຫຼື ຕໍປີໂດ ລຸ້ນໃໝ່ ເພື່ອຍົກສູງຄວາມສາມາດປ້ອງກັນນ່ານນ້ຳແຕ່ບໍ່ໄດ້ແນໃສ່ການຕອບ
ໂຕ້ປະເທດໃດປະເທດໜຶ່ງ.

     ການທົດລອງນີ້, ໄດ້ດຳເນີນການທົດລອງຈາກກຳປັ່ນຢູ່ທະເລຕາເວັນອອກຂອງປະເທດໃນອາທິດທີ່ຜ່ານມາ, ການທົດລອງດັ່ງກ່າວເພື່ອກວດກາເບິ່ງ
ວ່າ ຕໍປີໂດ ທີ່ພັດທະນາໃນປີ 2019 ມີສະມັດຕະພາບຕາມທີ່ຄາດໄວ້ ຫຼື ບໍ່ທັງເປັນການຢືນຢັນຄຸນນະພາບຂອງອາວຸດທີ່ຜະລິດຢູ່ພາຍໃນປະເທດ.

     ປັດຈຸບັນ, ສ ເກົາຫຼີ ພວມລົງທຶນຜະລິດອາວຸດຊະນິດນີ້ ເພື່ອເສີມສ້າງຄວາມສາມາດດ້ານຄວາມໝັ້ນຄົງທາງທະເລ ເນື່ອງຈາກເຫັນວ່າ, ບາງປະເທດ
ໃນພາກພື້ນກຳລັງພັດທະນາຂີປະນາວຸດລູກສອນໄຟ (SLBMs) ທີ່ສາມາດບັນທຸກຫົວຮົບນິວເຄລຍໄດ້.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 19/05/2022