ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດ​ເຊຍ ສຳ​ເລັດ​ໂຄງການ​ພັດທະນາເຄື່ອງບິນແບບບໍ່ມີຄົນຂັບ


ເຄື່ອງບິນແບບບໍ່ມີຄົນຂັບ UCAV Ok­hotnik-B

     ໂຄງການພັດທະນາເຄື່ອງບິນແບບບໍ່ມີຄົນຂັບ UCAV Ok­hotnik-B ເລີ່ມລົງມືປະຕິບັດມາແຕ່ປີ 2011, ໂດຍແມ່ນກຸ່ມອຸດສາຫະກໍາຜະລິດຍົນ
Sukhoi ເປັນຜູ້ຜະລິດ, ເຊິ່ງໄດ້ຮັບການມອບໝາຍຈາກກະຊວງປ້ອງກັນປະເທດໃຫ້ເປັນຜູ້ຜະລິດ ແລະ ໄດ້ຮັບການສະໜັບສະໜູນຈາກ ກຸ່ມບໍລິສັດ MiG
ໃຫ້ການຮ່ວມມື.

     UCAV Okhotnik-B ມີໂຄງສ້າງການອອກແບບຄືກັບຮູບນົກບິນເທິງອາກາດ ແລະ ນໍາໃຊ້ໂລຫະຊະນິດພິເສດ ໃນການປະກອບສ້າງລໍາຕົວ ເຮັດ
ໃຫ້ມີນໍ້າໜັກເບົາເທິງອາກາດພ້ອມເຄືອບສີຄ້າຍຄືສີອາກາດ. ເພື່ອເຮັດໃຫ້ຝ່າຍກົງກັນຂ້າມບໍ່ສາມາດແນມເຫັນໄດ້ຢ່າງງ່າຍດາຍ. ເຄື່ອງບິນບໍ່ມີຄົນຂັບຊະ
ນິດນີ້ມີນໍ້າໜັກ 20 ໂຕນປີກທັງສອງຂ້າງຍາວປະມານ 20 ແມັດ. ໃຊ້ ຈັກອາຍພົ່ນ AL-31F ຄືກັນກັບເຄື່ອງຈັກຂອງເຄື່ອງບິນຂັບໄລ່ Su-27 ແລະ S-
35S. ສາມາດບິນໄວ 1.000 ກິໂລແມັດຕໍ່ຊົ່ວໂມງ. ນອກຈາກນີ້ຍັງສາມາດບັນທຸກອາວຸດປືນ, ກະສຸນ ແລະ ລູກລະເບີດໄດ້ 2 ໂຕນ . ໃນເວລາ ສູ້ຮົບ,
UCAV Okhotnik-B ໄດ້ຮັບການສະໜັບສະໜູນເທິງອາກາດຈາກ “ຍົນແມ່” Su-57 ເປັນຜູ້ຄວບຄຸມ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 18/05/2022