ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫະລັດອາເມຣິກາ ​ເປີດ​ເຜີຍ​ເຮືອນ​ບິນ​ສອດ​ແນມ​ບໍ່​ມີ​ຄົນ​ຂັບ​ລຸ້ນ​ໃໝ່


ເຮືອນ​ບິນ​ສອດ​ແນມ​ບໍ່​ມີ​ຄົນ​ຂັບ​ລຸ້ນ​ໃໝ່

     ຕາມຂ່າວຈາກໜັງສືພິມກອງປະຊາຊົນ ຫວຽດນາມ ໃຫ້ຮູ້ວ່າ: ບໍລິສັດ Anduril ຂອງ ສະຫະລັດອາເມຣິກາ ໄດ້ນໍາສະເໜີເຮືອບິນສອດແນມແບບບໍມີຄົນຂັບທີ່ມີ
ຂະໜາດນ້ອຍ ລຸ້ນໃໝ່, ມີຊື່ເອີ້ນວ່າ Ghost ເປັນລຸ້ນທີ່ມີຄວາມເໝາະສົມໃນການປະຕິບັດໜ້າທີ່ສອດແນມ ແລະ ຊີ້ບອກເປົ້າໝາຍຂອງ ຝ່າຍກົງກັນຂ້າມໃຫ້ແກ່ສູນບັນ
ຊາ ຫຼື ຖານທັບ.

     ຜູ້ຕາງໜ້າບໍລິສັດຜະລິດເຮືອບິນບໍ່ມີຄົນຂັບລຸ້ນດັ່ງກ່າວໄດ້ກ່າວໃຫ້ຮູ້ວ່າ: ເຮືອບິນສອດແນມ Ghost ເປັນເຮືອບິນບໍ່ມີຄົນຂັບທີ່ມີຂະໜາດນ້ອຍ, ສາມາດປະຕິບັດ
ໜ້າທີ່ແບບອິດສະຫຼະ ແລະ ຍາກຕໍ່ການກວດຈັບຄົ້ນຫາຈາກຝ່າຍກົງກັນຂ້າມ, ດ້ວຍຂະໜາດຄວາມຍາວພຽງ ແຕ່ 1,1 ແມັດ, ເຊິ່ງສະດວກໃນການພົກພາເຂົ້າສະໜາມ
ຮົບ. ພ້ອມກັນນັ້ນ, ສຽງຂອງມັນເວລາປະຕິບັດໜ້າທີ່ຈະມີຄວາມຄ້າຍຄືກັບສຽງຂອງແມງໄມ້ ແລະ ສາມາດບິນຕໍ່ເນື່ອງໄດ້ດົນເຖິງ 100 ຊົ່ວໂມງ.

     ລາຄາຂອງເຮືອບິນລຸ້ນດັ່ງກ່າວ, ຍັງບໍ່ທັນໄດ້ຖືກເປີດເຜີຍຢ່າງເປັນທາງການ, ປັດຈຸບັນກອງທັບອາ ກາດ ສະຫະລັດອາເມຣິກາ ມີເຮືອບິນສອດແນມແບບບໍ່ມີຄົນຂັບ
ຫຼາຍລຸ້ນທີ່ມີຂະໜາດ ແລະ ຮູບຮ່າງແຕກຕ່າງກັນ, ສ່ວນຫຼາຍຈະເປັນລຸ້ນທີ່ມີຂະໜາດໃຫຍ່ ແລະ ມີຄ່າບໍາລຸງຮັກສາສູງກວ່າລຸ້ນ Ghost ລຸ້ນໃໝ່ນີ້.