ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາເມຣິກາ ຍົກ​ສູງ​ງົບປະມານປ້ອງກັນປະເທດໃນ​ປີ 2020


     ຕາມຂ່າວຈາກ ເວັບໄຊໜັງສືພິມກອງທັບປະຊາຊົນ ຫວຽດນາມ ອອນລາຍໃນວັນທີ 12 ທັນວາ ທີ່ຜ່ານມາວ່າ: ອີງຕາມຂໍ້ມູນຈາກ ກະຊວງປ້ອງກັນປະເທດ ສະຫະ
ລັດອາເມຣິກາ ໄດ້ໃຫ້ຮູ້ວ່າ: ສະພາຕ່ໍາ ອາເມຣິກາ ໄດ້ບັນລຸຂໍ້ຕົກລົງກ່ຽວກັບການຄາດຄະເນງົບປະມານດ້ານປ້ອງກັນປະເທດ ໃນປີ 2020 ທີ່ຈະມາເຖິງ ໃນວົງເງິນ 738
ຕື້ ໂດລາ ສະຫະລັດ ເຊິ່ງເພີ່ມຂຶ້ນ 3% ຖ້າທຽບໃສ່ງົບປະມານຂອງປີ 2019.

     ກອງປະຊຸມສະພາໄດ້ຕົກລົງເຫັນດີເປັນເອກະພາບ ໃນການນໍາໃຊ້ງົບປະມານປະຈໍາ ປີ  2020 ດ້ວຍຈໍານວນ 738 ຕື້ ໂດລາ ສະຫະລັດ, ນີ້ແມ່ນໝາກຜົນທີ່ສອດຄ່ອງ
ກັບການສະເໜີຂອງ ພັກປະຊາທິປະໄຕ ແລະ ພັກສາທາລະນະລັດ ທີ່ໄດ້ສະເໜີມາກ່ອນໜ້ານີ້, ກອງທັບ ສະຫະລັດ ມີຄວາມຕ້ອງການຈະໃຊ້ງົບປະມານເຂົ້າໃນການປະຕິ
ບັດງານທາງການທະຫານຢູ່ຕ່າງປະເທດ 71,5 ຕື້ ໂດລາ ສະຫະລັດ ແລະ ນໍາໃຊ້ເຂົ້າໃນສະຖານະການສຸກເສີນ, ໄພພິບັດທາງທໍາມະຊາດ ແລະ ອື່ນໆ 5,3 ຕື້ ໂດລາ ສະຫະ
ລັດ.

     ໂຄສົກທໍານຽບຂາວໄດ້ຢືນຢັນວ່າ: ວໍຊິງຕັນ ຈະເຮັດສຸດຄວາມສາມາດ ເພື່ອຂໍໃຫ້ບັນດາສະມາຊິກ ນາໂຕ ເພີ່ມງົບປະມານດ້ານປ້ອງກັນປະເທດໃຫ້ໄດ້ເກີນ 2% ຂອງ
GDP ໃນປີ 2024 ທີ່ຈະມາເຖິງ ເພື່ອຫຼຸດຜ່ອນພາລະທາງການທະຫານຕໍ່ ສະຫະລັດອາເມຣິກາ.

     ສະພາສູງ ອາເມຮິກາ ໄດ້ຜ່ານຮ່າງກົດໝາຍການໃຊ້ຈ່າຍດ້ານປ້ອງກັນປະເທດ NDAA ເຊິ່ງລະບຸໃນໜ້າທີ່ 973 ຂອງຮ່າງກົດໝາຍ ແລະ ຈະຢື່ຫນສະເໜີເພື່ອຂໍອະນຸ
ມັດຢ່າງເປັນທາງການຈາກ ທ່ານ ໂດນັລທຣໍາ ປະທານາທິບໍດີຂອງ ສະຫະລັດ ໃນຕົ້ນປີ 2020 ທີ່ຈະມາເຖິງນີ້.