ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຝຣັ່ງ ຕິດ​ອັນດັບ 3 ຂອງ​ໂລກ​ໃນ​ການ​ສົ່ງ​ອອກ​ທາງ​ອາວຸດ


     ຕາມຂ່າວຈາກໜັງສືພິມກອງທັບປະຊາຊົນ ຫວຽດນາມ ໃຫ້ຮູ້ວ່າ: ເຖິງວ່າການສົ່ງອອກທາງດ້ານອາວຸດຂອງຕາເວັນອອກກາງຈະຫຼຸດລົງແຕ່ສັນຍາຊື້-ຂາຍ ອາວຸດ
ຂອງ ຝຣັ່ງ ກັບຫຼາຍປະເທດໃນໂລກ ຍັງດໍາເນີນການຢ່າງບໍ່ຢຸດຢັ້ງແຕ່ປີ 2019 ເປັນຕົ້ນມາ, ເພາະປັດຈຸບັນ ຝຣັ່ງ ເປັນປະເທດທີ 3 ຂອງການສົ່ງອອກ ອາວຸດໃນໂລກ.

     ຕາມບົດລາຍງານຂອງ ກະຊວງປ້ອງກັນປະເທດ ຝຣັ່ງ ກ່າວຕໍ່ກອງປະຊຸມສະພາໃນຕົ້ນເດືອນ ມີຖຸນາ ນີ້ວ່າ: ການສົ່ງອອກ ລູກສອນໄຟ, ລົດຕັງ, ເຮືອລາດຕະເວນ
ແລະ ອຸປະກອນທາງການທະຫານອື່ນໆ ເມື່ອປີ 2019 ທີ່ຜ່ານມາສະເລ່ຍປະມານ 8,33 ຕື້ເອີໂຣ ແລະ ເຄິ່ງໜຶ່ງໃນຈໍານວນລາຍຮັບດັ່ງກ່າວໄດ້ແບ່ງໄປສ້າງ ເຮືອລຸ້ນໃໝ່
ເພື່ອສົ່ງອອກໃນອະນາຄົດ.

     ບົດລາຍງານດັ່ງກ່າວຍັງໄດ້ຢັ້ງຢືນເຖິງບົດບາດ, ຄວາມໝາຍຄວາມສໍາຄັນຂອງ ຝຣັ່ງ ໃນການຕອບສະໜອງອຸປະກອນທາງການທະຫານໃຫ້ແກ່ເອີຣົບ, ໃນໄລຍະ
10 ປີຜ່ານມາ ຝຣັ່ງ ສາມາດຂາຍເຮືອລາດຕະເວນ, ເຮືອບິນສູ້ຮົບ ແລະ ລູກສອນໄຟລວມມູນຄ່າ 36,7 ຕື້ເອີໂຣ.