ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາເມຣິກາ ພັດທະນາເທັກໂນໂລຊີນຳທາງໃນເວລາກາງຄືນ


ເທັກໂນໂລຊີນຳທາງໃນເວລາກາງຄືນ

     ຕາມຂ່າວຈາກໜັງສືພິມກອງທັບປະຊາຊົນ ຫວຽດນາມ ໃຫ້ຮູ້ວ່າ: ອົງການຄົ້ນຄວ້າເຕັກໂນໂລຊີ ໃນອະນາຄົດຂອງ ກະຊວງປ້ອງກັນປະເທດ ສະຫະລັດອາເມຣິກາ ໄດ້
ພັດທະນາເທັກໂນໂລຊີ ນຳທາງໃນເວລາກາງຄືນລຸ້ນພິເສດທີ່ມີຄວາມທັນສະໄໝສູງໃຫ້ແກ່ພາຫະນະສູ້ຮົບສາມາດບອກໃຫ້ຮູ້ວ່າຕົນເອງ ກໍາລັງຢູ່ຈຸດໃດຂອງພູມມີປະເທດ.

     ເຕັກໂນໂລຊີການນຳທາງແບບພິເສດລຸ້ນນີ້ ແມ່ນອີງໃສ່ລະບົບ ເຊັນເຊີອິນຟາເຣດ ທີ່ມີຄວາມລະອຽດອ່ອນ ແລະ ລະບົບການຮັບຮູ້ສະຖານະການພິເສດທີ່ຊ່ວຍໃຫ້ຍານ
ພາຫະນະຊອກຫາເສັ້ນທາງ ດ້ວຍຕົນເອງໃນບ່ອນທີ່ມືດ. ໃນການທົດລອງຕົວຈິງເຕັກໂນໂລຊີໃໝ່ ໄດ້ຕິດຕັ້ງໃສ່ຍົນທີ່ບໍ່ມີຄົນຂັບເຄື່ອນໄຫວສະພາບແວດລ້ອມ ທີ່ມືດໃນ
ສະໜາມຮົບ, ໂດຍບໍ່ມີສັນຍານຕົວຢ່າງທີ່ຈະແນະນຳສະຖານທີ່.

     ທ່ານ ໂຈ ອໍເຕປີເຕີ ຜູ້ອໍານວຍການຫ້ອງການຄົ້ນຄວ້າເຕັກໂນໂລຊີດ້ານການທະຫານ ໃນອະນາຄົດຂອງບໍລິສັດ DAR­PA ໄດ້ນຳສະເໜີເຕັກໂນໂລຊີການນຳທາງ
ລຸ້ນໃໝ່ ພ້ອມທັງຕັ້ງຊື່ໃຫ້ ໂຄງການພັດທະນາເຕັກໂນໂລຊີນຳທາງລຸ້ນໃໝ່ນີ້ວ່າ: (ໂຄມໄຟຕົວແບບ ) ແລະ ຄົ້ນຫາໂດຍແຜນວາດສັນຍານຄວາມຮ້ອນ ຂອງບັນດາວັດ
ຖຸທາງອາກາດໃນສະພາບແວດລ້ອມທີ່ມີຄວາມແຕກຕ່າງກັນ, ສັນຍານຄວາມຮ້ອນນີ້ໄດ້ຖືກບັນທຶກໂດຍ ເຊັນເຊີເພື່ອສ້າງແຜນທີ່ລະບົບ 3D ອ້ອມຮອບອຸປະກອນໃນເວ
ລາທົດລອງ.

     ຖ້າຫາກວ່າການທົດລອງອຸປະກອນດັ່ງກ່າວສໍາເລັດຕາມຄາດໝາຍ, ມັນຈະຊ່ວຍໃຫ້ບັນດາພາຫະນະສູ້ຮົບທີ່ບໍ່ມີຄົນຂັບຂອງ ກອງທັບອາກາດ ສະຫະລັດອາເມຣິກາ
ເບິ່ງເຫັນເປົ້າໝາຍຝ່າຍກົງກັນຂ້າມໃນສະໜາມຮົບເວລາກາງຄືນ.